ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມ​ OPEC+ ​ຕົກ​ລົງ​ຂະ​ຫຍາຍ​ເວລາການຫຼຸດ​ກຳລັງການ​ຜະ​ລິດ​ ເພື່ອ​ຮັກສາ​ລາ​ຄານໍ້າມັນໄວ້


ແຟ້ມພາບ - ໂລ​ໂກ້​ກຸ່ມປະເທດຜູ້ສົ່ງອອກນໍ້າມັນ (OPEC) ຖືກ​ເຫັນ​ຢູ່​ນອກ​ສໍາ​ນັກ​ງານ​ໃຫຍ່​ຂອງ OPEC ໃນ​ນະ​ຄອນ​ວຽນ​ນາ, ປະ​ເທດ​ອອ​ສ​ເຕີຍ, 9 ເມ​ສາ 2020.
ແຟ້ມພາບ - ໂລ​ໂກ້​ກຸ່ມປະເທດຜູ້ສົ່ງອອກນໍ້າມັນ (OPEC) ຖືກ​ເຫັນ​ຢູ່​ນອກ​ສໍາ​ນັກ​ງານ​ໃຫຍ່​ຂອງ OPEC ໃນ​ນະ​ຄອນ​ວຽນ​ນາ, ປະ​ເທດ​ອອ​ສ​ເຕີຍ, 9 ເມ​ສາ 2020.

ກຸ່ມ​ປະ​ເທດຜູ້​ຜະ​ລິດ​ນ້ຳ​ມັນ OPEC+ ໄດ້​ຕົກ​ລົງກັນ​ໃນ​ວັນ​ອາ​ທິດວານນີ້ ​ທີ່​ຈະ​ຂະ​ຫຍາຍ​ການຫຼຸດ​ການ​ຜະ​ລິດ​ຂອງ​ຕົນລົງ ເພື່ອ​ສະ​ຫນັບ​ສະ​ຫນູນ​ລາ​ຄາ, ເນື່ອງ ຈາກ​ວ່າ​ຄວາມ​ບໍ່​ແນ່​ນອນ​ທາງ​ດ້ານ​ເສດ​ຖະ​ກິດ ແລະ​ທາງ​ດ້ານພູມ​ສາດການ ເມືອງ ​ໄດ້​ເກີດ​ຂຶ້ນ​ຢູ່ໃນ​ຕະ​ຫຼາດດັ່ງກ່າວ.

ກຸ່ມຜູ້​ຜະ​ລິດນໍ້າມັນ 12 ປະເທດ ​ແລະ ພັນທະ​ມິດ 10 ປະເທດ ​ໄດ້​ຕັດສິນ​ໃຈ “ຂະຫຍາຍ​ລະດັບ​ການ​ຜະລິດ​ນ້ຳມັນ​ດິບ​ໂດຍ​ລວມ... ເລີ້ມຕັ້ງ​ແຕ່​ວັນ​ທີ 1 ມັງກອນ 2025 ​ໄປຈົນເຖິງ​ວັນ​ທີ 31 ທັນວາ 2025”, ອີງຕາມຖະ​ແຫຼ​ງການ ສະບັບນິ່ງ​ຂອງ​ພັນທະ​ມິດ​ດັ່ງກ່າວ.

ນອກຈາກ​ນີ້, 8 ປະ​ເທດ​ ກ່າວ​ວ່າ ພວກ​ເຂົາ​ຍັງ​ຈະ​ຂະຫຍາຍ​ການຫຼຸດ​ການ​ສະໜອງ​ໂດຍ​ສະໝັກ​ໃຈ​ຕາມ​ຄຳ​ຮຽກຮ້ອງ​ຂອງ ຣີຢາດ (Riyadh) ​ເພື່ອ​ສະໜັບສະໜູນ​ຕະຫຼາດຕື່ມ​ອີກຄື: ຊາອຸດີ ອາຣາເບຍ (Saudi Arabia), ຣັດເຊຍ (Russia), ອີຣກ (Iraq), ສະຫະລັດ ອາຣັບ ເອເມີເຣັສ (United Arab Emirates), ຄູເວດ (Kuwait), ກາຊັກສະຖານ (Kazakhstan), ອາລຈີເຣຍ (Algeria) ​ແລະ ໂອມານ (Oman).

ການຫຼຸດບາງສ່ວນເຫຼົ່ານັ້ນ ຈະດໍາເນີນໄປຈົນຮອດເດືອນກັນຍາ ກ່ອນທີ່ຈະ ຄ່ອຍໆຢຸດລົງ, ໃນຂະນະທີ່ການຫຼຸດອື່ນໆ ຈະຍັງຖືກຮັກສາໄວ້ຈົນຮອດເດືອນ ທັນວາ 2025.

ການ​ຕັດສິນ​ໃຈ​ດັ່ງກ່າວ ​ມີ​ຂຶ້ນ​ພາຍຫຼັງ​ກອງ​ປະຊຸມທຸກໆຫົກເດືອນ ຂອງ​ກຸ່ມປະ ເທດຜູ້​ສົ່ງ​ອອກ​ນ້ຳມັນ (OPEC) ​ທີ່ນຳພາໂດຍ ​ຊາ​ອຸ​ດີ ອາ​ຣາເບຍ ​ແລະພັນ ທະມິດ 10 ປະເທດ, ​ທີ່ນຳພາໂດຍ​ຣັດ​ເຊຍ.

ການຫຼຸດການສະຫນອງໃນກຸ່ມທັງຫມົດ ແມ່ນມີຈຳນວນປະມານສອງລ້ານ ຖັງຕໍ່ ມື້ ຫຼື bpd.

ນອກຈາກການຫຼຸດກຳລັງການຜະລິດ​ໂດຍ​ສະໝັກ​ໃຈແລ້ວ, ປະຈຸ​ບັນ, ບັນດາ​ສະມາຊິກ OPEC+ ​ກຳລັງ​ຫຼຸດ​ປະລິມານ​ການ​ຜະລິດ​ເກືອບ 6 ລ້ານ​ຖັງຕໍ່​ມື້ ​ເພື່ອ​ຊຸກຍູ້​ລາຄາ​ນ້ຳມັນ​ທີ່​ຕົກຕໍ່າລົງ.

ກຸ່ມ OPEC+ ຍັງ​ໄດ້​ຕົກລົງ​ທີ່​ຈະ​ອະນຸຍາດ​ໃຫ້​ສະຫະລັດ​ ອາຣັບ ​ເອມີ​ເຣັສ ​ເພີ່ມ​ເປົ້າ​ໝາຍ​ການ​ຜະລິດຕື່ມອີກ 300,000 ຖັງຕໍ່ມື້ ​ໃນ​ປີໜ້າ, ອີງຕາມການ ກ່າວໃນຖະແຫຼງການສະບັນນຶ່ງ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG