ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແຂວງ ອອນທາຣີໂອ ຂອງ ການາດາ ຍັງສືບຕໍ່ໃຊ້ມາດຕະການປ້ອງກັນ ໂຄວິດ ທີ່ເຄັ່ງຄັດ ຍ້ອນສາຍພັນ ໂອໄມຄຣອນ


ນັກເດີນທາງຄົນນຶ່ງຍ່າງຜ່ານປ້າຍ “ຂໍ້ບັງຄັບກວດ COVID-19 ຢູ່ສະໜາມບິນສາກົນ ເພຍສັນ ໃນລະຫວ່າງໂຣກລະບາດໄວຣັສໂຄໂຣນາຢູ່ນະຄອນ ໂຕຣອນໂຕ, ແຂວງ ອອນທາຣີໂອ, ການາດາ. 18 ທັນວາ, 2021.
ນັກເດີນທາງຄົນນຶ່ງຍ່າງຜ່ານປ້າຍ “ຂໍ້ບັງຄັບກວດ COVID-19 ຢູ່ສະໜາມບິນສາກົນ ເພຍສັນ ໃນລະຫວ່າງໂຣກລະບາດໄວຣັສໂຄໂຣນາຢູ່ນະຄອນ ໂຕຣອນໂຕ, ແຂວງ ອອນທາຣີໂອ, ການາດາ. 18 ທັນວາ, 2021.

ລັດຖະບານແຂວງ ອອນທາຣີໂອ ຂອງ ການາດາ ໄດ້ສືບຕໍ່ແນະນຳໃຫ້ປະຊາ ຊົນທຸກຄົນເຕົ້າໂຮມກັນດ້ວຍຈຳນວນຄົນທີ່ນ້ອຍທີ່ສຸດ, ບໍ່ໃຫ້ເຂົ້າຮ່ວມການຫຼິ້ນກິລາໃນຮົ່ມ ແລະ ເປັນທີມສຳລັບເວລານີ້, ແລະ ບໍ່ໃຫ້ເຂົ້າໄປໃນສະຖານທີ່ຂະໜາດໃຫຍ່ ແລະ ຝູງຄົນ ຍ້ອນການເພີ່ມຂຶ້ນ ຂອງຜູ້ຕິດເຊື້ອໂຄວິດ-19 ຢ່າງວ່ອງໄວ.

ເຂົາເຈົ້າໄດ້ແນະນຳວ່າການຕິດຕໍ່ ແລະ ເຕົ້າໂຮມກັນທາງອອນໄລນ໌ແມ່ນວິທີທີ່ປອດໄພທີ່ສຸດສຳ ລັບເວລານີ້. ຄົນລາວທ່ານນຶ່ງທີ່ອາໄສຢູ່ນະຄອນຫຼວງດັ່ງກ່າວເວົ້າວ່າ ລາວບໍ່ໄດ້ພົບກັບຄອບຄົວ ຕັ້ງແຕ່ທ້າຍເດືອນທັນວາປີກາຍນີ້ຍ້ອນມາດຕະການໂຄວິດຂອງລັດຖະບານ.

ການເພີ່ມຂຶ້ນຂອງກໍລະນີຜູ້ຕິດເຊື້ອໂຄວິດ-19 ໄດ້ສົ່ງຜົນກະທົບຕໍ່ທຸກຄົນ ລວມທັງຄົນລາວ ທີ່ອາ ໄສຢູ່ນະຄອນຫຼວງ ອັອດຕາວາ ຫຼາຍພໍສົມຄວນ, ດັ່ງທີ່ທ່ານນຶ່ງ ໄດ້ກ່າວຕໍ່ພວກເຮົາວ່າ “ຂ້າພະເຈົ້າບໍ່ໄດ້ເຫັນພໍ່ແມ່ ຕັ້ງແຕ່ທ້າຍເດືອນ 12 ພຸ້ນ. ເຂົາບໍ່ໃຫ້ເຕົ້າໂຮມກັນ,​ດຽວນີ້ກະໄປໃສມາໃສຍາກ, ເມຍຂອງຂ້າພະເຂົ້າເຮັດທຸລະກິດສ່ວນຕົວກະຕ້ອງໄດ້ຢຸດຊົ່ວຄາວ ເພາະວ່າວັດຖຸດິບທີ່ເອົາມາເຮັດມັນແພງຂຶ້ນ. ກະຫວັງວ່າສະຖານະການຊິເບົາລົງ ສະນັ້ນເຮົາຈຶ່ງກັບມາທຳງານຫາກິນໄດ້ປົກ ກະຕິຄືເກົ່າ.”

ລັດຖະບານແຂວງ ອອນທາຣີໂອ ໄດ້ປະກາດວ່າ ເຂົາເຈົ້າຈະເລີ່ມຫຼຸດຜ່ອນມາດຕະການດ້ານສາ ທາລະນະສຸກ ໃນວັນທີ 31 ມັງກອນນີ້, ໂດຍຫຼັກຖານຕ່າງໆໄດ້ຊີ້ໃຫ້ເຫັນວ່າ ມາດຕະການປ້ອງກັນການລະບາດໄວຣັສແມ່ນກຳລັງໄດ້ຜົນ. ຜູ້ຕິດເຊື້ອ ແລະ ອັດຕາການເຂົ້າໂຮງໝໍ ແມ່ນໄດ້ລຸດລົງ.

XS
SM
MD
LG