ຈຳນວນນັກຂ່າວທີ່ຖືກຂ້າຕາຍໃນປີ 2018 ຍ້ອນວຽກງານຂອງເຂົາເຈົ້າໄດ້ເພີ້ມຂຶ້ນເປັນ
ສອງເທົ່າ ປຽບທຽບໃສ່ປີ 2017 ອີງຕາມຄະນະກຳມະການປົກປ້ອງນັກຂ່າວ. ທັງໝົດ
ແລ້ວ ມີພວກນັກຂ່າວ 88 ຄົນ ແລະພະນັກງານສື່ມວນຊົນ ໄດ້ເສຍຊີວິດຢູ່ໃນໜ້າທີ່
ເພາະວ່າເຂົາເຈົ້າໄດ້ເປັນເປົ້າໝາຍໃນການລາຍງານຂອງ ເຂົາເຈົ້າ ຫຼືໄດ້ເຮັດວຽກພາຍ
ໃຕ້ບັນຍາກາດທີ່ເປັນອັນຕະລາຍ.
ພວກນັກຂ່າວແມ່ຍິງ ປະເຊີນໜ້າກັບອັນຕະລາຍ ຄືກັນກັບພວກຫຜູ້ຊາຍ ເວລາເຂົາ ເຈົ້າເຮັດວຽກ ທີ່ໄດ້ຖືກມອບໝາຍໃຫ້ ແຕ່ວ່າພວກນັກຂ່າວແມ່ຍິງປະເຊີນໜ້າກັບການ
ຂົ່ມຂູ່ອື່ນໆອີກທີ່ບໍ່ມີຜົນກະທົບຕໍ່ພວກຜູ້ຊາຍທີ່ເຮັດວຽກແບບດຽວກັນ.
ຢູ່ທີ່ກອງປະຊຸມອິດສະຫຼະພາບສື່ມວນຊົນໂລກ ຫວ່າງມໍ່ໆມານີ້ ຢູ່ນະຄອນຫຼວງລອນ
ດອນ ທາງຄະນະກຳມະການໄດ້ຫາລືກັນກ່ຽວກັບໄພຂົ່ມຂູ່ຈຳນວນນຶ່ງແລະ ເປັນຫຍັງ
ຈຶ່ງເປັນເລື້ອງສຳຄັນໃນການຊອກຫາຊ່ອງທາງແກ້ໄຂ.
ທ່ານນາງນາດິນ ຮອຟແມນ ຮອງຜູ້ອຳນວຍການມູນນິທິສື່ມວນຊົນສາກົນແມ່ຍິງ ກ່າວ
ວ່າ ຢູ່ໃນການສຳຫຼວດພວກນັກຂ່າວແມ່ຍິງ 600 ຄົນ ໃນປີກາຍນີ້ ຫຼາຍກວ່າສອງສ່ວນ
ສາມ ກ່າວວ່າ ເຂົາເຈົ້າໄດ້ຖືກຮາວີລົບກວນຜ່ານທາງອິນເຕີແນັດ. ທ່ານນາງກ່າວວ່າ
ການໂຈມຕີມັກຈະເປັນເລື້ອງເພດ ແລະດູໜິ່ນແມ່ຍິງ.
ທ່ານນາງຮອຟແມນ ກ່າວໂດຍໃຫ້ຂໍ້ສັງເກດວ່າ ພວກນັກການເມືອງແມ່ຍິງ ມັກຈະມີ
ປະສົບການທີ່ຖືກຮາວີລົບກວນຄ້າຍຄຶກັນ ໂດຍເວົ້າວ່າ “ຖ້າຫາກທ່ານເປັນແມ່ຍິງ
ແລະທ່ານອ້າງຕົນເອງ ຢູ່ໃນອອນລາຍນ໌ ພວກຜູ້ຊາຍຈະພາກັນໂຈມຕີທ່ານ.”
ທ່ານນາງເມ ຈີດີແອັກ ລັດຖະມົນຕີຄຸ້ມຄອງການພັດທະນາລັດຂອງເລບານອນ ລອດ
ຊີວິດມາໄດ້ ຈາກການໂຈມຕີດ້ວຍລະເບີດລົດ ໃນປີ 2005 ໃນຂະນະທີ່ທ່ານນາງໄດ້
ເຮັດວຽກເປັນນັກຂ່າວໂທລະພາບ. ການພະຍາຍາມລອບສັງຫານແມ່ນເປັນພາກສ່ວນ
ນຶ່ງ ໃນການວາງເປົ້າໝາຍໂຈມຕີດ້ວຍລະເບີດຕໍ່ພວກນັກຂ່າວ ແລະນັກການເມືອງທ
ກີ່ຕ້ອງຕິຊີເຣຍ.
ທ່ານນາງຊີດີແອັກ ກ່າວວ່າ ການຮາວີລົບກວນທາງອິນເຕີແນັດ ເປັນການຂົ່ມຂູ່ທີ່ຮ້າຍ
ແຮງຕໍ່ພວກແມ່ຍິງ. ທ່ານນາງກ່າວວ່າ ມີຫຼາຍສິ່ງຫຼາຍຢ່າງທີ່ຍັງຈະຕ້ອງໄດ້ເຮັດ ເພື່ອ
ປົກປ້ອງພວກນັກຂ່າວທີ່ເປັນເປົ້າໝາຍ ຈາກພວກໂຈມຕີ ແລະຈັບກຸມບັນດາຜູ້ກະ
ທຳຜິດມາລົງໂທດ.