ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການດໍາເນີນທຸລະກິດ ຂາຍເຄື່ອງພື້ນເມືອງ ຢູ່ໃນສະຫະລັດ


ຊຸດໄໝພື້ນເມືອງສໍາລັບເດັກນ້ອຍ ຈາກຮ້ານ "ຄໍາປານ ເສື້ອໄໝ ແລະເຄື່ອງປະດັບ"
ຊຸດໄໝພື້ນເມືອງສໍາລັບເດັກນ້ອຍ ຈາກຮ້ານ "ຄໍາປານ ເສື້ອໄໝ ແລະເຄື່ອງປະດັບ"

ການເຮັດທຸລະກິດຂາຍເຄື່ອງພື້ນເມືອງ ແມ່ນເປັນທີ່ຕ້ອງການຂອງລູກຄ້າ ໂດຍສະເພາະສໍາລັບຊາວອາເມຣິກັນເຊື້ອສາຍລາວທີ່ອາໄສຢູ່ໃນສະຫະລັດ, ທິບສຸດາ ມີລາຍລະອຽດມາສະເໜີທ່ານ ກ່ຽວ ກັບການດໍາເນີນທຸລະກິດທາງດ້ານນີ້.

ການດໍາເນີນກິດຈະການຂາຍຊຸດໄໝ ເສື້ອໄໝ ລວມທັງເຄື່ອງທີ່ເປັນຜ້າຝ້າຍ ພ້ອມທັງຂອງໃຊ້ກ່ຽວກັບພະເພນີ້ດັ້ງເດີມເຊັ່ນ ໂອໃສ່ບາດ, ຂັນໃສ່ບາດ, ຂັນບູຊາ, ຊຸດຢາດນໍ້າ, ເຄື່ອງປະດັບພື້ນເມືອງ ແລະອື່ນໆ ແມ່ນເປັນທີ່ຕ້ອງການຂອງລູກຄ້າຢູ່ໃນສະຫະລັດ.

ຮ້ານ “ຄໍາປານ ເສື້ອໄໝ ແລະເຄື່ອງປະດັບ” ເປີດບໍລິການທຸລະກິດໃຫ້ປະຊາ ຊົນຢູ່ໃນທ້ອງຖິ່ນ ແລະຕ່າງລັດມາແຕ່ປີ 2003 ເຊິ່ງເຄື່ອງຂອງທຸກຢ່າງແມ່ນຈະເປີດຂາຍເປັນໜ້າຮ້ານ ແລະເລີ້ມຕົ້ນມາໄດ້ຂາຍອອນລາຍໃນຊ່ວງການລະບາດໃຫຍ່ຂອງພະຍາດໂຄວິດ-19.

ເຄື່ອງໃຊ້ ແລະເຄື່ອງປະດັບພື້ນເມືອງ ຂອງຮ້ານ "ຄໍາປານ ເສື້ອໄໝ ແລະເຄື່ອງປະດັບ"
ເຄື່ອງໃຊ້ ແລະເຄື່ອງປະດັບພື້ນເມືອງ ຂອງຮ້ານ "ຄໍາປານ ເສື້ອໄໝ ແລະເຄື່ອງປະດັບ"

ເຄື່ອງຂອງທຸກຢ່າງ ນໍາເຂົ້າມາແຕ່ລະຄັ້ງແມ່ນນໍາເຂົ້າເປັນຈໍານວນຫຼາຍ ເຊິ່ງຈະນໍາເຄື່ອງເຂົ້າມາປະມານ 2-3 ຄັ້ງຕໍ່ປີ, ດັ່ງນັ້ນ ສິນຄ້າທຸກຢ່າງຈຶ່ງມີລາຄາແພງກວ່າຕົ້ນທາງ ເພາະບວກກັບຄ່າຂົນສົ່ງເຂົ້າໄປພ້ອມ.

ສໍາລັບພາສີ, ທາງຮ້ານຂອງເພິ່ນຈະມອບໃຫ້ທາງບໍລິສັດທີ່ເຮັດວຽກກ່ຽວກັບດ້ານນີ້ ເປັນຜູ້ຮັບຜິດຊອບດໍາເນີນງານໃຫ້ໃນທຸກໆເດືອນ.

ເວລາຂາຍເຄື່ອງ, ໂດຍສະເພາະທີ່ຂາຍອອນລາຍ ຈະບໍລິການສົ່ງຟຣີທົ່ວສະ ຫະລັດ ສໍາລັບຊຸດເຄື່ອງໄໝ ແລະຜ້າຝ້າຍຕາມລາຄາຕໍ່າສຸດທີ່ທາງຮ້ານກໍານົດ, ຖ້າສັ່ງຊື້ໃນລາຄາທີ່ຕໍ່າກວ່າ ແມ່ນຈະຄິດໄລ່ຄ່າບໍລິການຂົນສົ່ງ ລາຄາກໍຂຶ້ນຢູ່ກັບນໍ້າໜັກມາດຕະຖານຂອງຫ້ອງການໄປສະນີ, ຖ້າແກັດໃຫຍ່ ກໍຈະມີລາຄາປະມານ 24 ໂດລາ, ຂະໜາດກາງປະມານ 18 ໂດລາ ແລະຂະໜາດນ້ອຍກໍປະມານ 16 ໂດລາ.

ສິ້ນ, ແມ່ນຈະບໍລິການຕັດໃຫ້ຟຣີສໍາລັບລູກຄ້າທີ່ສັ່ງຊື້ເຄື່ອງຈາກທາງຮ້ານ, ເຊິ່ງທາງຮ້ານ ຈະໃຫ້ລູກຄ້າແທກລວງກວ້າງຂອງແອວ, ສະໂພກສູງ, ສະໂພກຕໍ່າ ແລະຄວາມຍາວຂອງສິ້ນທີ່ລູກຄ້າຕ້ອງການ ພ້ອມທັງບອກປ້າຍຊ້າຍ ແລະຂວາສົ່ງໃຫ້ທາງຮ້ານ, ເຊິ່ງທາງເຈົ້າຂອງຮ້ານໄດ້ກ່າວໃຫ້ຟັງວ່າ:

“ຊື້ສິ້ນຈາກຮ້ານເຮົາ ຊື້ເສື້ອຈາກຮ້ານເຮົາມັນເກີນ 200 ໂດລາຂຶ້ນໄປຫັ້ນໜາ ເຮົາກໍຈະສົ່ງໃຫ້ເຂົາເຈົ້າຟຣີ, ຖ້າຊື້ສິ້ນກໍຄືກັນ ຊື້ສິ້ນແມ່ນຕັດໃຫ້ພ້ອມ ຕັດຟຣີສະເພາະສິ້ນຊື່ໆບໍ່ແມ່ນເສື້ອ, ສິ້ນທີ່ຊື້ຈາກທາງຮ້ານຂອງພວກເຮົາລະຕັດໃຫ້ພ້ອມ ເຮົາໄລ່ລວມຢູ່ໃນນັ້ນເລີຍ.”

ໂອ ແລະຂັນໃສ່ບາດ ຈາກຮ້ານ "ຄໍາປານ ເສື້ອໄໝ ແລະເຄື່ອງປະດັບ"
ໂອ ແລະຂັນໃສ່ບາດ ຈາກຮ້ານ "ຄໍາປານ ເສື້ອໄໝ ແລະເຄື່ອງປະດັບ"

ເສື້ອ, ທາງຮ້ານມີເສື້ອສໍາເລັດ ຕາມເບີທີ່ພໍດີສໍາລັບລູກຄ້າແຕ່ລະຄົນນັບຕັ້ງແຕ່ເນັບຕັ້ງແຕ່ເບີເສື້ອ ໂດຍສ່ວນຫຼາຍແມ່ນຢູ່ລະຫວ່າງເບີ 34-46 ເຊິ່ງມີຫຼາຍແບບ ແລະລວດລາຍໃຫ້ລູກຄ້າເລືອກຊື້. ຖ້າລູກຄ້າຜູ້ໃດບໍ່ມັກເສື້ອສໍາເລັດ ແລະຕ້ອງການສັ່ງຕັດພິເສດທາງຮ້ານ ກໍມີບໍລິການ, ແຕ່ຕ້ອງໄດ້ໃຊ້ເວລາດົນແດ່ ສະເລ່ຍແລ້ວກໍຕົກຢູ່ປະມານ 3 ອາທິດ, ລາຄາກໍເລີ້ມຕົ້ນແຕ່ 70 ໂດລາຂຶ້ນໄປ ເຊິ່ງຂຶ້ນຢູ່ກັບເນື້ອຂອງຜ້າ, ແບບຂອງເສື້ອ ແລະຄວາມຍາກໃນການຕັດຍິບ, ໂດຍທາງເຈົ້າຂອງຮ້ານໄດ້ກ່າວກ່ຽວກັບໄລຍະເວລາ ແລະລາຍລະ ອຽດວ່າຂອງການຕັດຍິບວ່າ:

“ກໍປະມານ ສອງຫາສາມອາທິດ, ມັນຂຶ້ນຢູ່ກັບໄໝ ຖ້າເຈົ້າເອົາໄໝຫຼາບ ໄໝມ້ອນມັນອາດຈະລາຄາຕ່າງ, ໄໝຫຼາບນີ້ມັນຈະເປັນລາຄາແພງໃດ 80 ໂດລາ, ໄໝມ້ອນລາຄາມັນຈະເປັນ 70-80 ໂດລາຕາມສັ່ງ. ຄັນຖ້າເຈົ້າເອົາໄໝຈີນ ມັນກໍຈະມີແຕ່ 40-50 ໂດລາ, ແບບເສື້ອກໍສຸດແລ້ວແຕ່ເຈົ້າຢາກໄດ້.”

ຊຸດເຄື່ອງສໍາລັບຢາດນໍ້າ ຂອງຮ້ານ "ຄໍາປານ ເຄື່ອງໄໝ ແລະເຄື່ອງປະດັບ"
ຊຸດເຄື່ອງສໍາລັບຢາດນໍ້າ ຂອງຮ້ານ "ຄໍາປານ ເຄື່ອງໄໝ ແລະເຄື່ອງປະດັບ"

ນອກນັ້ນ, ທາງຮ້ານຍັງມີຊຸດເສື້ອ, ສິ້ນ ພ້ອມດ້ວຍຜ້າບ່ຽງສໍາລັບເດັກນ້ອຍຍິງໄວ້ໃຫ້ລູກຄ້າໄດ້ເລືອກຊື້ຕາມຂະໜາດ ແລະສີສັນທີ່ຕ້ອງການເພື່ອລູກຫຼານຂອງລູກຄ້ານໍາອີກດ້ວຍ.

ເວົ້າລວມແລ້ວ ການດໍາເນີນທຸລະກິດດ້ານນີ້ ກໍຖືວ່າສະດວກ ແລະງ່າຍ ພ້ອມທັງເປັນການສ້າງລາຍໄດ້ອີກອັນນຶ່ງທີ່ດີ ເພາະມັນເປັນທຸລະກິດຂະໜາດນ້ອຍແບບຄອບຄົວ, ເຄື່ອງຂອງທຸກຢ່າງທີ່ທາງຮ້ານຂາຍ ກໍແມ່ນຂອງພື້ນເມືອງທີ່ບໍ່ມີຂາຍໃນຕະຫຼາດທົ່ວໄປ, ແລະບໍ່ເສຍຫາຍງ່າຍ ເພາະເກັບໄວ້ດົນໄດ້ ບໍ່ວ່າຊິເປັນຊຸດສິ້ນໄໝ, ເສື້ອໄໝ ຫຼືແມ່ນແຕ່ເສື້ອໄໝສໍາລັບຜູ້ຊາຍ ທີ່ໄດ້ນໍາເຂົ້າມາຂາຍ.

XS
SM
MD
LG