ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ນັກຮຽນທີ່ອັງກິດ ຮຽນວິຊາເລກ ກັບນາຍຄູທີ່ອິນເດຍ ທາງອິນເຕີແນັດ (ເບິ່ງວີດິໂອແລະຟັງລາຍງານແບບຮຽນພາສາ ອັງກິດໄປພ້ອມ)


ນັກຮຽນທີ່ອັງກິດ ຮຽນວິຊາເລກ ກັບນາຍຄູທີ່ອິນເດຍ ທາງອິນເຕີແນັດ (ເບິ່ງວີດິໂອແລະຟັງລາຍງານແບບຮຽນພາສາ ອັງກິດໄປພ້ອມ)
ນັກຮຽນທີ່ອັງກິດ ຮຽນວິຊາເລກ ກັບນາຍຄູທີ່ອິນເດຍ ທາງອິນເຕີແນັດ (ເບິ່ງວີດິໂອແລະຟັງລາຍງານແບບຮຽນພາສາ ອັງກິດໄປພ້ອມ)

ອິນເດຍເຄີຍເປັນຫົວເມືອງຂື້ນຂອງອານາຈັກອັງກິດ. ແຕ່ມາບັດນີ້ ຊາວອິນເດຍກໍາລັງຊ່ວຍ ສອນວິຊາເລກໃຫ້ແກ່ເດັກນ້ອຍອັງກິດໂດຍຜ່ານທາງອິນເຕີແນັດ. ຜົນໃນຂັ້ນຕົ້ນສະແດງໃຫ້ ເຫັນວ່າ ການສອນວິຊາຮຽນເພມທາງ online ນັ້ນ ອາດຊ່ວຍເຮັດໃຫ້ການຮຽນຂອງນັກ ຮຽນດີຂຶ້ນ. ແຕ່ກໍບໍ່ແມ່ນວ່າໝົດທຸກຄົນຈະດີໃຈນໍາສິ່ງທີ່ເອີ້ນກັນວ່າ ການສົ່ງວຽກງານຂອງ ຄູສອນອອກໄປໃຫ້ຄົນຢູ່ຕ່າງປະເທດເຮັດນັ້ນ. ນາຍ Steve Ember ຜູ້ສື່ຂ່າວວີໂອເອ ມີລາຍງານກ່ຽວກັບເລື້ອງນີ້ ຊຶ່ງດາຣາຈະນຳມາສະເໜີທ່ານ.

ຄລິກວີດີໂອເພື່ອອ່ານແລະຟັງລາຍງານພາສາອັງກິດຊ້າໆ ສໍາລັບທ່ານທີ່ຢາກຮຽນ
ພາສາອັງກິດ

ໃນ​ເວລາ​ບ່າຍສາມໂມງເຄິ່ງ ທີ່ໂຮງຮຽນປະຖົມ ເຣນັມ (Raynham) ​ໃນ​ນະຄອນ​ຫລວງ
ລອນດອນຂອງປະເທດອັງກິດ ນັກຮຽນພາກັນເຂົ້າຫ້ອງ​ເພື່ອ​ຈະຮຽນວິຊາເລກ​ເພິ່ມຕື່ມ
ຫຼັງຈາກເລີກໂຮງຮຽນແລ້ວ.

ໃນ​ອີກ​ຟາກ​ນຶ່ງ​ຂອງ​ໂລກ ທີ່​ປະ​ເທດ​ອິນ​ເດຍ ໄກ​ອອກ​ໄປຫລາຍ​ພັນ​ຫລັກກິ​ໂລ​ແມັດ ​ຜ່ານ
ຫ້າ​ເຂດ​ເວລາຕ່າງກັນ ພວກນາຍ​ຄູສອນເລກຂອງ​ນັກຮຽນ​ເຫລົ່າ​ນັ້ນ ກໍ​ພາກັນມາຮອດ​
ຫ້ອງສອນຄື​ກັນ.

(ສຽງນາຍຄູເວົ້າກັບເດກນ້ອຍທາງອິນເຕີແນັດ)

ນັກຮຽນ​ແຕ່ລະຄົນມີຄູສອນທາງອິນເຕີ​ແນັດຂອງຕົນຜູ້​ນຶ່ງ. ພວກນັກຮຽນກໍ​ມີຄອມ​ພິວ​ເຕີ້
ຄົນ​ລະ​ໜ່ວຍ. ​ເຂົາ​ເຈົ້າ​ເຮັດວຽກຮຽນຢູ່ໃນຈໍຄອມພີວເຕີຂອງເຂົາ​ເຈົ້າ ແລະໃສ່​ເຄື່ອງຟັງຫູ
ມີໄມໂຄໂຟນຢູ່​ໃກ້​ປາກ ເພື່ອລົມກັບຄູສອນຂອງຕົນ.

ນາຍ ອາລຕັສ ແບສສັນ (Altus Basson) ຄູ​ສອນ​ປະ​ຈໍາ​ຫ້ອງ​ຂອງ​ນັກຮຽນ​ເຫລົ່າ​ນັ້ນ
ກ່າວ​ວ່າ ລາວ​ໄດ້​ເຫັນ​ໝາກຜົນ​ທີ່​ດີ​ຂຶ້ນ​ໃນ​ການ​ຮຽນ​ຂອງ​ເດັກນ້ອຍ ຈາ​ກການ​ຮຽນ​ເພິ້ມ
ຕື່ມ​ຜ່ານ​ທາງ​ອິນ​ເຕີແນັດ​ນີ້.

"Children who struggle…”

ນາຍ ອາລຕັສ ແບສສັນ ​ເວົ້າວ່າ “ເດັກນ້ອຍຜູ້ທີ່​ມີ​ບໍ່ຄ່ອຍມີ​ຄວາມຕັ້ງໃຈ​ຮຽນໜັງສື​ຢູ່
ໃນຫ້ອງຮຽນນັ້ນ ສ​າມາດຕັ້ງ​ໃຈຮຽນ​ໄດ້ດີກວ່າ​ໃນ​ເວລາ​ຮຽນ​ທີ່ໃຊ້ແລັບທອ໊ບ
(laptop) ຫລື​ຄອມ​ພີ​ວເຕີ​ໜ້າຕັກ​ນັ້ນ”

ນາງນ້ອຍ ຊາເມຍ ອັບດູລ ກາເດຍ (Samia Abdul-Kadir) ອາຍຸ 9 ປີ ເວົ້າວ່ານາງ
ມັກຮຽນ ​online ຫລື ຜ່ານອິນທາງເຕີ​ແນັດ.

"It helps me because…”

ນາງນອຍ ຊາເມຍ ອັບດູລ ກາເດຍ ​ບອກວ່າ:“ມັນຊ່ວຍຂ້ອຍເພາະວ່າບາງເທື່ອເວລາ
ພວກເຮົາຮຽນຢູ່ໃນຫ້ອງຮຽນ, ຂ້ອຍບໍ່ໄດ້ຍິນນາຍຄູ​ເວົ້າປານໃດ ແລະຂ້ອຍກໍບໍ່ເຂົ້າ
ໃຈ, ແຕ່ວ່າຮຽນທາງອິນເຕີ​ແນັດນີ້ ມັນຊ່ວຍ​ໃຫ້​ຮຽນ​ໄດ້ດີກວ່າ.”

ເພື່ອນຂອງນາງ​ນ້ອຍຊາເມຍ, ທ້າວ ອັບດູລ ຟາດິລ ບາດໍຣີ (Abdul-Fadil Badori) ກໍ​ເວົ້າ ​ເປັນສຽງດຽວກັນ.

"Online, you can hear it, it’s…”

ທ້າວ ອັບດູລ ຟາດິລ ບາດໍຣີ ​ເວົ້າ​ວ່າ“ຢູ່ໃນອິນເຕີ​ແນັດ, ຂ້ອຍໄດ້ຍິນດີ, ​ແລະຂ້ອຍ
ກໍບໍ່ຕ້ອງຮຽນຮ່ວມກັບທຸກຄົນ, ​ແຕ່ລະຄົນມີຫົວ​ຂໍ້ການຮຽນຕ່າງກັນ.”

ທອມ ຮູບເປີ (Tom Hooper) ​ແມ່ນ​ຜູ້​ລິເລີ້ມບໍລິສັດສອນວິຊາ​ເພມຕື່ມທາງອິນເຕີ​ແນັດນີ້.
ບໍລິສັດຂອງ​ລາວຊື່ວ່າ ໄບຣສະປ໊າກ ເອດຸກເຄຊນ (BrightSpark Education).

"Children today feel very confident online...”

ທ່ານ ທອມ ຮູບເປີ ເວົ້າວ່າ: “ເດັກນ້ອຍທຸກມື້ນີ້ ຮູ້ສຶກມີ​ຄວາມໝັ້ນໃຈຫລາຍໃນການ
ຮຽນຜ່ານທາງອິນເຕີ​ແນັດນັ້ນ, ພວກເຂົາຮູ້ສຶກ​ວ່າ​ ໂຕ​ເອງ​ໄດ້​ພົວພັນແລະມີ​ສ່ວນ​
ນໍາການ​ຮຽນ, ພວກເຂົາຮູ້ສຶກວ່າ ຕົນ​ສາມາດຄວບຄຸມຈັງ​ຫວະ​ການ​ຮຽນໄດ້. ແລະ
ນັ້ນກໍແມ່ນຜ່ານ​ຜ່າການຕໍ່​ສູ້ໄປໄດ້ເຄິ່ງນຶ່ງ​ແລ້ວໃນ​ເລື້ອງການສຶກສານີ້. ​ຄືປ່ອຍໃຫ້
ພວກເຂົາເປັນ​ຜູ້ຄວບຄຸມສະພາບ​ການ​ຮຽນ, ເຮັດໃຫ້ພວກເຂົາຮູ້ສຶກໝັ້ນໃຈຂຶ້ນ
ແລະຮູ້ສຶກມ່ວນໃນການຮຽນຮູ້ແລ້ວທ່ານກໍຈະເຫັນພວກເຂົາ​ເລີ້ມຮຽນ​ໄດ້ດີຂຶ້ນ ແລະ
ຮັບເອົາຄວາມ​ຮູ້​ໄດ້.”

ຄ່າ​ໃຊ້​ຈ່າຍ​ໃນການ​ຮຽນ​ວິຊາ​ເພີ້​ມທາງ​ອອນ​ລາຍ​ນ໌ ​ແມ່ນໃນ​ລະຫວ່າງ 20 ຫາ 25 ດອລລ່າ
ຕໍ່​ຊົ່ວ​ໂມງ ​ແລະ​ຄ່າ​ຄູ​ສອນ​ຫລື​ຊ່ວຍ​ກວດ​ວິຊາອອນ​ລາຍ​ນ໌ຄົນ​ນຶ່ງໆ ​ແມ່ນ​ເທົ່າກັບ​ເຄິ່ງນຶ່ງ​ຂອງ
ນາຍຄູ​ທີ່​ມາ​ສອນ​ໃຫ້ ແບບ​ໜ້າ​ຕໍ່ໜ້າ.

ແຕ່ມີບາງຄົນກ່າວວ່າ ການ​ຮຽນ​ທາງອິນເຕີ​ແນັດ​ແມ່ນບໍ່ພຽງພໍໃນການເຊື່ອມຕໍ່ລະຫວ່າງການ
ສອນ ​ໃສ່ກັບການຮຽນ. ທ່ານເຄວິນ ຄອັຕນີ (Kevin Courtney) ຮອງ​ເລຂາ​ນຸການ​ໃຫຍ່
ຂອງສະຫະພັນ​ນາຍຄູ​ຂອງ​ອັງກິດ ໃຫ້​ຄຳ​ເຫັນ​ວ່າ:

"We think there’s something that's..."

ທ່ານເຄວິນ ຄອັຕນີ ກ່າວ​ວ່າ “ພວກເຮົາຄິດວ່າ ມີບາງສິ່ງບາງ​ຢ່າງທີ່ສໍາຄັນ​ແທ້ໆໃນ
ການເຊື່ອມຕໍ່ທາງ​ດ້ານ​ຈິດ​ໃຈລະຫວ່າງນາຍຄູແລະເດັກນ້ອຍ, ບໍ່ວ່າຈະເປັນການ​
ຮຽນໃນຫ້ອງນຶ່ງ​ລວມກັນ ຫຼືວ່າ ຈະເປັນການຮຽນການ​ສອນແບບນຶ່ງຕໍ່ນຶ່ງກໍ​ຕາມ.
ເຈົ້າຕ້ອງການຄຳຕອບທີ່ໄວ ແລະພວກເຮົາບໍ່ເຊື່ອວາສິ່ງ​ເຫລົ່ານີ້ຈະສາມາດເກີດ
ຂຶ້ນ​ໄດ້​ໃນ​ການ​ຮຽນຜ່ານການ​ເຊື່ອມ​ຕໍ່ທາງອິນເຕີ​ແນັດນັ້ນ. ໃນຖານະ​ທີ່​ເປັນ “ປະ
ເທດທີ່ຮັ່ງມີ​ທີ່ສຸດ​ປະ​ເທດ​ນຶ່ງ, ພວກເຮົາຄິດວ່າ ພວກເຮົາມີ​ເງິນ​ພໍ​ທີ່​ຈະສາມາດ
ຈ້າງນາຍຄູທີ່ມີຄວາມຮູ້ສຶກຜູກພັນ ກັບນັກຮຽນຢ່າງແທ້ຈິງ.”

ບໍລິສັດ BrightSpark Education ກ່າວວ່າ ການຮຽນຜ່ານທາງອິນເຕີ​ແນັດແມ່ນການ
ສອນ​ເພີ້ມເພື່ອເສີມ​ໃສ່ການສອນ​ແບບປົກກະຕິ​ໃນ​ຫ້ອງ​ຮຽນ ​ແລະວ່າ ການບໍລິການ​ແບບ
ນີ້ຂອງ​ຕົນ ບໍ່ມີຜົນກະທົບທີ່​ເປັນ​ໄພ​ຂົ່ມ​ຂູ່​ຕໍ່ວຽກງານຂອງນາຍຄູ ຢູ່ໃນອັງກິດແຕ່​ຢ່າງ​ໃດ.

ພວກ​ພໍ່​ແມ່​ນັກຮຽນບາງ​ຄົນ​ເວົ້າວ່າ ພວກ​ເຂົາ​ເຈົ້າມີ​ຄວາມ​ພໍ​ໃຈ​ນໍາ​ຜົນ​ຂອງ​ການ​ຮຽນການ
ສອນ​ເລກ​ແບບ​ນີ້. ​ແລະເດັກນ້ອຍ​ເດ້ ພວກ​ເຂົາ​ຄິດ​ແນວ​ໃດ?

"I love it!" "I love it!" "I hate maths!"

ເດັກນ້ອຍພາກັນ​ເວົ້າວ່າ “ຂ້ອຍມັກການ​ຮຽນ​ແບບ​ນີ້! ຂ້ອຍມັກ​ມັນ​ຫລາຍ!” ແຕ່ບາງ​
ຄົນ​ກໍ​ເວົ້າ​ວ່າ “ຂ້ອຍບໍ່ມັກເລກ!”

ສະຫລູ​ບ​ແລ້ວ ກໍ​ແມ່ນ​ວ່າ ວິຊາເລກ methematics ຫຼືທີ່ພວກຊາວອັງກິດເອີ້ນສັ້ນໆວ່າ
maths ນັ້ນ ຍັງບໍ່ແມ່ນວິຊາທີ່ນັກຮຽນທຸກຄົນມັກ​ເທື່ອ ເຖິງແມ່ນວ່າ​ພວກ​ເຂົາ​ຈະ​ໄດ້​ຮຽນ​ຜ່ານເທັກໂນໂລຈີໃໝ່ຫຼ້າສຸດ ກໍ​ຕາມ.

ແລະນັ້ນ​ກໍແມ່ນລາຍງານການສຶກສາ​ຂອງ VOA ພະ​ແນ​ກພາສາອັງກິດພິເສດ ຫຼື VOA
Special English
ແລະທ່ານສາມາດເບິ່ງວີດີໂອການສອນ​ເລກອອນ​ລາຍ​ນ໌ ຫລືທາງ
ອິນເຕີ​ແນັດ​ ເປັນພາສາອັງກິດໄດ້ ໂດຍຄລິກຢູ່ບ່ອນວີດິໂອຂ້າງເທິງ.

XS
SM
MD
LG