ເກືອບວ່າແທບທຸກມື້ ທ່ານ Chue Her ນັ່ງລົງຢູ່ຕໍ່ໜ້າເຄຶ່ອງ ຄອມພິວເຕີຂອງລາວ ດຶງເອົາ dictionary ຫລືວັດຈະນານຸກົມ ພາສາມົ້ງແປເປັນອັງກິດ ອອກມາ ແລ້ວກໍເລິ່ມຕີພິມ 10 ຫາ 20 ຄໍາເວົ້າໃສ່ລົງໄປ ໃນໜ້າແປພາສາທາງອິນເທີເນັທ ຫລື Online Translator. ທ່ານ ເຮີ ຫວັງວ່າ ການເຂົ້າປະກອບສ່ວນຢູ່ໃນໂຄງການແປພາສາອອນລາຍນ໌ຂອງບໍລິສັດໄມໂຄຣຊອຟ ຈະເປັນກຸນແຈສໍາຄັນອັນນຶ່ງ ໄປສູ່ການກອບກູ້ພາສາມົ້ງ ທີ່ລາວເປັນຫ່ວງຫລາຍວ່າ ກໍາລັງຈະສູນຫາຍໄປນັ້ນ ກັບຄືນມາ. ທ່ານ ເຮີ ເວົ້າວ່າ
“ຂ້ອຍເຊື່ອວ່າ ຖ້າຫາກພວກເຮົາບໍ່ມີລາຍການແປພາສາ ເພື່ອຮັກສາມັນໄວ້ຢູ່ໃນ
ຄອມພິວເຕີ ຄືອັນນີ້ແລ້ວ ໃນອະນາຄົດ ຂ້ອຍເຊື່ອ 100 ເປີເຊັນວ່າ ພາສາມົ້ງຈະ
ສູນຫາຍ ແລະຕາຍໄປເລີຍ.”
ຊາຍອາຍຸ 65 ປີຄົນນີ້ ເວົ້າພາສາມົ້ງຢູ່ໃນບ້ານເກີດເມືອງນອນຂອງລາວ ກໍຄື ປະເທດລາວ ແຕ່ເວລາລາວອົບພະຍົບເຂົ້າໄປຢູ່ເມືອງ Fresno ລັດແຄລິຟໍເນຍໃນ ປີ 1982 ແລະເລິ່ມສ້າງຄອບຄົວຢູ່ທີ່ນັ້ນ ພາສາທີີ່ລາວຢາກໃຊ້ເວົ້າກັບລູກທັງສີ່ຄົນ ແລະຫລານອີກ 11 ຄົນຂອງລາວ ກໍເລິ່ມປ່ຽນໄປ. ລາວກ່າວວ່າ:
“ເວລານີ້ຂ້ອຍເປັນຫ່ວງຫລາຍ ເພາະພວກລູກຫລານຂ້ອຍບໍ່ເວົ້າພາສາມົ້ງ. ດັ່ງນັ້ນ ຂ້ອຍຈຶ່ງຄິດວ່າ ນີ້ເປັນໂອກາດອັນດີສໍາລັບຂ້ອຍ ທີ່ຈະຊ່ວຍພວກລູກຫລານຂ້ອຍ ຮຽນປາກເວົ້າພາສາມົ້ງໃຫ້ໄດ້.”
ຊາວມົ້ງ ເປັນຊົນເຜົ່າສ່ວນນ້ອຍ ທີ່ດໍາລົງຊີວິດຢູ່ໃນເຂດພູເຂົາພາກໃຕ້ຂອງຈີນ ແລະໃນຂົງເຂດເອເຊຍຕາເວັນອອກສຽງໃຕ້. ພວກເຜົ່າມົ້ງເຂົ້າຂ້າງກັບອາເມຣິກາ ໃນປາງສົງຄາມຫວຽດນາມ ແລະໃນທີ່ສຸດຫລາຍໆຄົນຕ້ອງໄດ້ຫລົບໜີຈາກເຂດຊາຍແດນລາວ-ຫວຽດນາມ ໄປຕັ້ງຖິ່ນຖານໃນສະຫະລັດ ໃນຊຸມປີ 1970 ຊຶ່ງເວລານີ້ ແມ່ນມີຈໍານວນທັງໝົດປະມານ 2 ແສນ 6 ໝື່ນຄົນ ທີ່ອາໃສຢູ່ໃນສະຫະລັດ.
ທ່ານ Phong Yang ຜູ້ປະສານງານໂຄງການແປພາສາອອນລາຍນ໌ຂອງບໍລິສັດໄມໂຄຣຊອ໊ຟ ກ່າວວ່າ ພາສາມົ້ງເລິ່ມສູນຫາຍໄປ ໃນຂະນະທີ່ພວກຄົນລຸ້ນໃໝ່ ເກີດແລະເຕີບໂຕຢູ່ໃນຕ່າງ ປະເທດ ຫລາຍຂຶ້ນໄປນັບມື້ນັ້ນ.
ທ່ານ ຢັງ ຊຶ່ງສອນພາສາມົ້ງຢູ່ມະຫາວິທະຍາໄລລັດແຄລິຟໍເນຍ ຫລື California State University ທີ່ເມືອງ Fresno ເວົ້າວ່າ:
“ພວກເດັກນ້ອຍມົ້ງລຸ້ນທີ່ສອງບໍ່ໄດ້ຮໍ່າຮຽນພາສາມົ້ງ ຫລືປາກເວົ້າໄດ້ດີອີກແລ້ວ.
ແທ້ໆແລ້ວ ພວກເຮົາຢາກຈະຊອກຫາວິທີທາງ ເພື່ອສ້າງເຄຶ່ອງມືສໍາລັບໃຊ້ໃນການ
ພົວພັນກັນຢ່າງໃດຢ່າງນຶ່ງ ແລະແນ່ນອນ ເພື່ອເຮັດໃຫ້ພາສາມົ້ງເດັ່ນຂຶ້ນມາແລະ
ສາມາດຊອກເບິ່ງ ຊອກອ່ານ ໄດ້ງ່າຍສໍາລັບ ມະຫາຊົນ ແມ່ນແຕ່ສໍາລັບພວກທີ່
ປາກເວົ້າພາສາມົ້ງຢູ່ແລ້ວນັ້ນ ເພື່ອໃຫ້ ພວກເຂົາເຈົ້າມີຄວາມພູມໃຈໃນພາສາເດີມ
ຂອງພວກເຂົາເຈົ້າເນາະ.”
ເວລາ Microsoft ເຂົ້າໄປຕິດຕໍ່ກັບທ່ານ ຢັງ ເມື່ອປີຜ່ານມາ ກ່ຽວກັບເລື່ອງການເອົາພາສາມົ້ງ ເຂົ້າເປັນພາສາທີ່ 38 ຢູ່ໃນລາຍການແປພາສາທາງອິນເທີເເນັທນັ້ນ ທ່ານຢັງຮູ້ວ່າ ລາວ
ຈໍາເປັນຕ້ອງເຮັດແນວໃດແນວນຶ່ງກ່ຽວກັບໂຄງການແປພາສາດັ່ງກ່າວ. ທ່ານ ຢັງ ເວົ້າວ່າ
“ເວລານີ້ ພວກເຮົາຍັງມີຊັບພະຍາກອນສໍາລັບການແປພາສາອອນລາຍນ໌ນີ້ ແຕ່
ຂ້ອຍຢາກເວົ້າວ່າ ພາຍໃນ 15, 20 ປີຕໍໍ່ໜ້ານີ້ ແມ່ນບໍ່ແນ່ ຂ້ອຍໝາຍເຖິງວ່າ ໃຜ
ຈະຮູ້ໄດ້ວ່າແມ່ນຫຍັງຈະເກີດຂຶ້ນເນາະ?”
ທ່ານຢັງເອງຍອມຮັບວ່າ ພາສາມົ້ງຂອງລາວກໍຍັງບໍ່ດີເລີດ ແລະຄໍາວ່າ ຊັບພະຍາກອນນັ້ນ ລາວໝາຍເຖິງພວກຊາວມົ້ງລຸ້ນສູງອາຍຸ ດັ່ງເຊັ່ນທ່ານ ເຮີ ນີ້ ທີ່ສາມາດປາກເວົ້າ ອ່ານແລະຂຽນພາສາມົ້ງໄດ້ ຢ່າງລ່ຽນໄຫລດີ.
ບັດນີ້ ໂຄງການດັ່ງກ່າວນີ້ ແມ່ນມັນເປັນ
ພາລະ ຄືເປັນຄວາມພະຍາຍາມຂອງທັງ
ໝົດປະຊາຄົມມົ້ງ ທີ່ຈະສ້າງສາເຄຶ່ອງມື
ທາງອິນເທີແນັທອັນນີ້. ເພື່ອຈະຂະຫຍາຍ
ຄໍາສັບສໍາລັບພາສາມົ້ງອອນລາຍນ໌ໃຫ້
ຫລາຍຂຶ້ນນັ້ນ ພວກທີ່ປາກເວົ້າພາສາມົ້ງ
ໄດ້ ຈະຕ້ອງພິມຄໍາເວົ້າຫລືປະໂຫຍກ
ແລະເອກະສານທີ່ເປັນພາສາມົ້ງນັ້ນ ລົງ
ໃນລາຍການແປພາສາອອນລາຍນ໌ ແລ້ວ
ກໍພິມຄໍາແປເປັນພາສາອັງກິດ ລົງໄປນໍາ.
ທ່ານ Will Lewis ເຈົ້າໜ້າທີ່ຝ່າຍຄົ້ນຄວ້າຂອງບໍລິສັດ Microsoft ກ່າວວ່າ ໂຄງການແປພາສາດັ່ງກ່າວ ໃຊ້ຕົວແບບທີ່ເປັນສະຖິຕິເພື່ອແປພາສາທີ່ອິງໃສ່ຄໍາເວົ້າ ທີ່ພິມເຂົ້າໃນລາຍການ. ພາສາມົ້ງເປັນນຶ່ງໃນພວກພາສາ ທີ່ຜູ້ຄົນບໍ່ຮູ້ຈັກກັນຫລາຍ ທີ່ Microsoft ກໍາ ລັງຈັດເຂົ້າເປັນສ່ວນນຶ່ງຂອງ ໂຄງການແປພາສາອອນລາຍນ໌ຂອງຕົນ ກ່ອນພາສາອື່ນໆທີ່ມີຄົນໃຊ້ຫລາຍກ່ວາ. ທ່ານ Lewis ກ່າວວ່າ:
“ຍ້ອນເຫດຜົນຫລາຍໆຢ່າງ ພາສາມົ້ງໄດ້ກະໂດດຂຶ້ນມາຢູ່ໃນລະດັບສູງ ຂອງບັນຊີ
ພາສາທີ່ພວກເຮົາຈະແປ ເນຶ່ອງຈາກວ່າມີການພົວພັນຢ່າງແຂງແຮງຈາກປະຊາຄົມ.”
ທ່ານ ຟົງ ຢັງ ຜູ້ປະສານງານ ກ່າວວ່າ ພວກອາສາສະມັກຂອງປະຊາຄົມມົ້ງໄດ້ຊ່ວຍກັນບັນຈຸຄໍາເວົ້າປະມານ 40,000 ຄໍາ ເຂົ້າໃສ່ໃນໂຄງການແປພາສານີ້ແລ້ວ ຊຶ່ງນັບວ່າເປັນຈຸດເລິ່ມຕົ້ນທີ່ດີສົມຄວນ ສໍາລັບອັນທີ່ເບິ່ງຊົງວ່າຈະເປັນຂັ້ນຕອນທີ່ໃຊ້ເວລາດົນນານນັ້ນ.
ສໍາລັບອາສາສະໝັກ ຈູ ເຮີ ແລ້ວ ເວລາແລະເຫື່ອແຮງທີ່ລາວທຸມເທໃສ່ນັ້ນ ແມ່ນຄຸ້ມຄ່າຫລາຍ. ລາວບໍ່ໄດ້ເປັນຫ່ວງນໍາ ສະເພາະແຕ່ພາສາມົ້ງເທົ່ານັ້ນ ແຕ່ກ່ຽວກັບວັດທະນະທໍາແລະວິຖີຊີວິດຂອງເຜົ້າມົ້ງ ທີ່ກໍາລັງຈາງຫາຍໄປນັ້ນເຊ່ນກັນ. ດ້ວຍການຊ່ວຍເຫລືອເລັກໆນ້ອຍໆຈາກເທັກໂນໂລຈີ່ແປພາສາດັ່ງກ່າວນີ້ ທ່ານເຮີ ຫວັງວ່າ ປະວັດຂອງລາວຈະເປັນພາກສ່ວນນຶ່ງຂອງອະນາຄົດ ຂອງລູກໆຫລານໆຂອງລາວ.