ຈຳນວນຜູ້ເສຍຊີວິດທັງໝົດໃນການປະທະກັນທີ່ພວມສືບຕໍ່ຢູ່ລັດ ຣາຄາຍ ທາງພາກ
ຕາເວັນຕົກສຽງເໜືອຂອງ ມ່ຽນມາ ໄດ້ຖີບໂຕສູງຂຶ້ນເປັນຢ່າງໜ້ອຍ 96 ຄົນ ແລ້ວເວ
ລາພວກ ໂຣຮິງຢາມຸສລິມ ນັບເປັນພັນໆຄົນພວມພະຍາຍາມຂ້າມໄປຫາ ບັງກລາແດັສ
ປະເທດທີ່ຢູ່ໄກ້ຄຽງນັ້ນ. ຈຳນວນທັງໝົດນີ້ຢ່າງໜ້ອຍມີລວມທັງພວກກະບົດ 80 ຄົນ
ແລະ ສະມາຊິກໜ່ວຍຮັກສາຄວາມປອດໄພ 12 ຄົນ.
ການສູ້ຮົບກັນ ລະຫວ່າງພວກທະຫານ ກັບພວກນັກຕໍ່ສູ້ ໂຣຮິງຢາ ໄດ້ສືບຕໍ່ມາຣອດວັນ
ເສົາວານນີ້ ເປັນການປະທະກັນທີ່ຮ້າຍແຮງທີ່ສຸດ ຢູ່ໄກ້ໆກັບເມືອງໃຫຍ່ ມັອງດໍ ອີງຕາມ
ຄຳເວົ້າຂອງແຫຼ່ງຂ່າວໃນທ້ອງຖິ່ນ ແລະ ຝ່າຍລັດຖະບານ.
ລັດຖະບານ ມ່ຽນມາ ເວົ້າວ່າ ຕົນໄດ້ຊ່ອຍເຫຼືອພວກຊາວບ້ານ ທີ່ບໍ່ແມ່ນຄົນມຸສລິມ
ຢ່າງໜ້ອຍ 4,000 ຄົນ ໃນລັດ ຣາຄາຍ ໃຫ້ຫຼົບໜີໄປ ເວລາພວກໂຣຮິງຢາ ພັນໆຄົນ
ຊຶ່ງສ່ວນຫຼາຍແມ່ນແມ່ຍິງກັບເດັກນ້ອຍ ຢາກຜ່າຍໜີຈາກຄວາມຮຸນແຮງ.
ເກືອບ 2,000 ຄົນໄດ້ຕົກໄປເຖິງປະເທດ ບັງກລາແດສ ນັບແຕ່ວັນສຸກເປັນຕົ້ນມາ
ເວລາພວກກະບົດໄດ້ບຸກໂຈມຕີປ້ອມຕຳຫຼວດຫຼາຍກວ່າ 20 ແຫ່ງໃນ ຣາຄາຍ.
ໃນຂະນະດຽວກັນ ບັງກລາແດສ ກໍໄດ້ກັກໂຕ ແລະ ສົ່ງຊາວ ໂຣງຮິງຢາ 70 ຄົນກັບຄືນ
ໄປຍັງ ມ່ຽນມາ ພາຍໃນບໍ່ທໍ່ໃດຊົ່ວໂມງ ຫຼັງຈາກພວກທະຫານ ມ່ຽນມ່າ ໂຈມຕີພວກ
ຊາວບ້ານທີ່ກຳລັງຫຼົບໜີອອກຈາກປະເທດຢູ່ ອີງຕາມຄຳເວົ້າຂອງຕຳຫຼວດ ບັງກລາ
ແດັສ ໃນວັນອາທິດມື້ນີ້.
ການປະຕິບັດກັບຊາວໂຣຮິງຢາມຸສລິມ ປະມານ 1 ລ້ານ 1 ແສນຄົນ ໃນ ມ່ຽນມາ ທີ່
ເປັນຊາວພຸດສ່ວນໃຫຍ່ ແມ່ນເປັນການທ້າທາຍທີ່ໜັກໜ່ວງທີ່ສຸດສຳລັບ ຜູ້ນຳແຫ່ງ
ຊາດທ່ານນາງ ອັອງ ຊານຊູຈີ.
ຜູ້ໄດ້ຮັບລາງວັນຂະແໜງສັນຕິພາບດັ່ງກ່າວ ໄດ້ຖືກກ່າວຫາໂດຍຝ່າຍຕາເວັນຕົກບາງ
ທ່ານວ່າ ບໍ່ໄດ້ປາກເວົ້າຫຍັງທີ່ເປັນການຊ່ອຍເຫຼືອພວກມຸສລິມກຸ່ມນ້ອຍ ເຊິ່ງຖືກປະຫັດ
ປະຫານມາເປັນເວລາດົນນານ.