ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຂ່າວມໍລະນະກໍາຂອງ ອະດີດເຈົ້າໜ້າທີ່ວີໂອເອ ພະແນກພາສາລາວ


ທ່ານອົງອາດ ພົງສະຫວັນ ອະດີດບັນນາທິການ ຂອງວີໂອເອ ພະແນກພາສາລາວ
ທ່ານອົງອາດ ພົງສະຫວັນ ອະດີດບັນນາທິການ ຂອງວີໂອເອ ພະແນກພາສາລາວ

ວີໂອເອຂໍແຈ້ງຂ່າວອັນໜ້າເສົ້າສະຫຼົດໃຈ ມາຍັງທ່ານຜູ້ຟັງທັງຢູ່ໃກ້ແລະຢູ່ໄກຊາບທົ່ວເຖິງກັນ
ວ່າທ່ານອົງອາດ ພົງສະຫວັນ ອະດີດເຈົ້າໜ້າທີ່ຂອງວີໂອເອ ພະແນກພາສາລາວທີ່ອອກກິນ
ເບ້ຍບໍານານແລ້ວນັ້ນ ໄດ້ເຖິງແກ່ມໍລະນະກໍາທີ່ບ້ານພັກຂອງຜູ້ກ່ຽວທີ່ເມຶອງ Springfield
ລັດ Virginia ໃນຕອນເຊົ້າວັນພະຫັດ ທີ 20 ມັງກອນ ວານນີ້ ຮວມອາຍຸໄດ້ 70 ປີ.

ທ່ານອົງອາດເກີດທີ່ບ້ານຈູມຄ້ອງ ເມືອງແລະແຂວງຫຼວງພະບາງ ໃນພາກເໜືອຂອງປະເທດ
ລາວ. ທ່ານໄດ້ເຂົ້າເຮັດວຽກກັບວີໂອເອຫຼືວິທະຍຸສຽງອະເມຣິກາໃນປີ 1966 ຊຶ່ງທ່ານໄດ້ໄຕ່
ເຕົ້າຂຶ້ນມາຈົນເປັນບັນນາທິການຂອງພະແນກພາສາລາວ ແລະກໍາຕໍາແໜ່ງດັ່ງກ່າວຈົນຮອດ
ມື້ທ່ານອອກບຳນານໃນເດືອນມັງກອນປີ 2008 ຮວມເວລາໃນການຮັບໜ້າທີ່ການດົນເຖິງ 41 ປີ.

ພວກເຮົາຄະນະທີມງານຂອງວີໂອເອທັງໃນອະດີດແລະປັດຈຸບັນຂໍສະແດງຄວາມເສົ້າສະຫຼົດ
ໃຈເປັນທີ່ສຸດ ມາຍັງຄອບຄົວພົງສະຫວັນ ມານະທີ່ນີ້ດ້ວຍ.

ສຳລັບລາຍລະອຽດກ່ຽວກັບພິທີຊາປະນະກິດສົບນັ້ນ ກະລຸນາຕິດຕໍ່ໄດ້ທີ່ບ້ານພັກຂອງມື້
ລາງທ່ານອົງອາດ ຕາມເບີໂທລະສັບດັ່ງນີ້: 703-354-3012

XS
SM
MD
LG