ນຶ່ງປີຫຼັງຈາກຂະບວນການເຄື່ອນໄຫວ ຂ້ອຍຄືກັນ ຫຼື #MeToo ໄດ້ປ່ຽນແປງອາເມ
ຣິກາ ແຕ່ການລວນລາມທາງເພດ ຍັງສືບຕໍ່ເປັນບັນຫາຢູ່ໃນທົ່ວໂລກ.
ເກືອບ 1 ໃນທຸກ 4 ຄົນ ຂອງຜູ້ຊາຍຢູ່ໃນແປດປະເທດ ເຊື່ອວ່າເຂົາເຈົ້າເປັນເຈົ້າຂອງ
ການມີເພດສຳພັນຈາກບັນດາພະນັກງານເຂົາເຈົ້າແລະບາງຄັ້ງນັ້ນຈຶ່ງ ບໍ່ເປັນຫຍັງ ທີ່
ຄາດວ່າ ພະນັກງານຄົນນຶ່ງໄດ້ຖືກຂົ່ມຂູ່ ຈາກສະມາຊິກຄອບຄົວຂອງຜູ້ເປັນນາຍ
ແລະໝູ່ເພື່ອນ.
ນັ້ນແມ່ນອີງຕາມຜົນຂອງການຢັ່ງຫາງສຽງ ໂດຍອົງການ CARE ຊຶ່ງເປັນອົງການຕໍ່
ຕ້ານຄວາມທຸກຈົນ ທີ່ບໍ່ຫວັງຜົນກຳໄລ ທີ່ສະເໜີໃຫ້ເຫັນວ່າ ຍັງມີວຽກການຫຼາຍຢ່າງ
ທີ່ຈະຕ້ອງໄດ້ເຮັດ ນຶ່ງປີຫຼັງຈາກໄດ້ກ້າວເຂົ້າສູ່ ໃນອັນທີ່ຮ້ອງກັນ ວ່າ ຍຸກສະໄໝ
#ຂ້ອຍຄືກັນ.
ທ່ານເຣເຈີລ ລີແມນ ຜູ້ອຳນວຍການອະວຸໂສ ຂອງ ກຸ່ມສະໜັບສະໜູນອົງການ CARE
ກ່າວວ່າ “ມັນຢູ່ໃນລະດັບສູງເຖິງ 62 ເປີເຊັນຢູ່ໃນອີຈິບ ຊຶ່ງເປັນທີ່ຕື່ນຕົກໃຈ ທີ່ຄິດວ່າ
62 ເປີເຊັນຂອງພວກຜູ້ເປັນນາຍພາກັນຄິດວ່າ ເຂົາເຈົ້າມີສິດທີ່ຈະມີເພດສຳພັນກັບ
ພະນັກງານເຂົາເຈົ້າ. ແມ່ນແຕ່ຢູ່ໃນສະຫະລັດຈຳນວນແນ່ ນອນວ່າຕ່ຳກວ່ານັ້ນ. ແຕ່
ພວກເຮົາເວົ້າກ່ຽວກັບ 1 ໃນ 8 ຂອງ ພວກຜູ້ຊາຍທີ່ມີຄວາມຄິດແບບນັ້ນ ໃນປີ 2018.
ເພາະສະນັ້ນ ມັນໄດ້ແນໃສ່ອີກເທື່ອນຶ່ງ ທີ່ເປັນບັນຫາຢ່າງແທ້ຈິງຢູ່ໃນທົ່ວໂລກ.”
ເມື່ອນຶ່ງປີທີ່ຜ່ານມາ ໃນເດືອນຕຸລາ ທີ່ໜັງສືພິມນິວຢອກໄທມ໌ ແລະນິຕິຍະສານນິວ
ຢອກເກີ ໄດ້ຊະນະລາງວັນພູລິສເຊີ ທີ່ລາຍງານເຖິງລາຍລະອຽດ ກ່ຽວກັບການກ່າ
ຫາຫົວໜ້າໃຫ່ຍໂຮລີວູດ ທ່ານຮາເວ ວາຍນ໌ສໄຕນ໌ ທີ່ລວນລາມທາງເພດ ແລະທຳ
ຮ້າຍຕໍ່ບັນດາແມ່ຍິງຫຼາຍຄົນ ຜູ້ທີ່ເຮັດວຽກໃຫ້ແກ່ທ່ານ.
ຜູ້ກຳກັບຮູບເງົາທີ່ມີອິດທິພົນໄດ້ຮັບຫຼາຍໆລາງວັນ ທ່ານວາຍຍ໌ສໄຕນ໌ໄດ້ຖືກກ່າວ
ຫາວ່າ ໃຫ້ຄຳໝັ້ນສັນຍາທີ່ຈະຊ່ວຍວຽກການພວກແມ່ຍິງໃຫ້ກ້າວໜ້າໃນການແລກ
ປ່ຽນ ດ້ວຍການມີເພດສຳພັນ. ດາຣາຮູບເງົານາງມີຣາ ໂຊຣວີໂນ ແລະນາງອາສເລ
ຈູດ ໄດ້ຢູ່ໃນບັນຊີດຳທີ່ກ່າວຫາວ່າ ບໍ່ໃຫ້ການຮ່ວມມືແກ່ຄຳຮຽກຮ້ອງຂອງທ່ານ
ວາຍນ໌ສໄຕນ໌. ບັດນີ້ທ່ານວາຍນ໌ສໄຕນ໌ໄດ້ປະເຊີນໜ້າກັບຂໍ້ຫາຂົ່ມຂືນ ແລະລວນ
ລາມທາງເພດ .
ນັບແຕ່ໄດ້ມີການເຜີຍແຜ່ເລື່ອງລາວຂອງທ່ານວາຍນ໌ສໄຕນ໌ ພວກແມ່ຍິງຈາກທຸກໆ
|ອາຊີບວຽກງານ ໄດ້ບອກເລົ່າກ່ຽວກັບຊີວິດສ່ວນໂຕຂອງເຂົາເຈົ້າ ທີ່ຖືກລວນລາມ
ແລະທຳຮ້າຍ. #ຂະບວນການຂ້ອຍຄືກັນ ໄດ້ມີຜົນກະທົບທີ່ສຳຄັນ ຕໍ່ສັງຄົມອາເມຣິ
ກັນ ບໍ່ວ່າຈະເປັນທາງດ້ານສັງຄົມ ການເມືອງ ແລະຢູ່ໃນໂລກ ຂອງບໍລິສັດຕ່າງໆ.
A year after the #MeToo movement changed America, sexual
harassment remains a global problem.
Nearly 1 in 4 men across eight countries believe they are owed sex
from their employees and that it's sometimes OK to expect a worker
to have intimate interactions with the boss' family member or friend.
That's according to the results of a poll [https://www.care.org/news
room/press/press-releases/new-global-poll-significant-share-men
-believe-expecting-intimate] commissioned by CARE, the antipoverty nonprofit, that suggests there's still much work to be done one year
into the so-called #MeToo era.
"It ranged up as high as 62 percent in Egypt, which is shocking to
think that 62 percent of bosses think that they deserve sex from their employees," said Rachael Leman, senior director of U.S. advocacy
for CARE. "But even in the U.S., the number was certainly lower. But
we're talking about 1 in 8 men who have that attitude as well in 2018.
So, it points to again that this really is a global issue."