ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອະ​ດີດ​ຜູ້​ຊ່ວຍ​ຂອງ​ທ່ານ ທ​ຣຳ ອາດ​ຮ່ວມ​ມື​ ໃນ​ການ​ສອບ​ສວນ ຣັດ​ເຊຍ


ທ່ານ ໂຣ​ເຈີ ສ​ໂຕນ ໃຫ້​ຄຳ​ເຫັນຫຼັງ​ຈາກ​ປາ​ກົດ​ຕົວ​ຢູ່​ສານ​ໃນ​ເມືອງ ຝອດ​ ລໍ​ເດີ​ເດ​ລ, ລັດ ຟ​ລໍ​ຣິ​ດາ. 25 ມັງ​ກອນ, 2019.
ທ່ານ ໂຣ​ເຈີ ສ​ໂຕນ ໃຫ້​ຄຳ​ເຫັນຫຼັງ​ຈາກ​ປາ​ກົດ​ຕົວ​ຢູ່​ສານ​ໃນ​ເມືອງ ຝອດ​ ລໍ​ເດີ​ເດ​ລ, ລັດ ຟ​ລໍ​ຣິ​ດາ. 25 ມັງ​ກອນ, 2019.

ທ່ານ ໂຣ​ເຈີ ສ​ໂຕນ, ຜູ້​ທີ່​ເປັນ​ເພື່ອນ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ
ມາດົນນານ ທັງເປັນທີ່ປຶກສານຳນັ້ນ, ໄດ້ກ່າວໃນວັນອາທິດວານນີ້ວ່າ ທ່ານຈະພິຈາ
ລະນາການຮ່ວມມື ກັບການສືບສວນສອບສວນ ຂອງໄອຍະການພິເສດທ່ານ ໂຣເບີດ
ມອລເລີ ກ່ຽວກັບ ການແຊກແຊງຂອງ ຣັດເຊຍ ໃນການເລືອກຕັ້ງປີ 2016 ແລະ ປຶກ
ສາກ່ຽວກັບ ການສົນທະນາຂອງທ່ານກັບຜູ້ນຳ ສະຫະລັດ.

ທ່ານ ສ​ໂຕນ, ຖືກ​ຕັ້ງ​ຂໍ້​ກ່າວ​ຫາ​ໃນ​ອາ​ທິດ​ທີ່​ຜ່ານ​ມາ ​ກ່ຽວ​ກັບ ການ​ຂີ້​ຕົວະ, ການ​ຂັດ
ຂວາງ ແລະ ເປັນພິຍານການແຊກແຊງ ໃນການເຊື່ອມໂຍງກັບການໂຄສະນາຫາ
ສຽງຂອງທ່ານ ທຣຳ, ອີງຕາມລາຍການ This Week Show ຂອງໂທລະພາບ
ABC, ຂອບເຂດການຮ່ວມມື ຂອງທ່ານກັບການສອບສວນດົນ 20 ເດືອນຂອງທ່ານ
ມອລເລີ ນັ້ນ ຈະເປັນບາງຢ່າງທີ່ທ່ານຈະ “ຕ້ອງພິຈາລະນາ ຫຼັງຈາກທະນາຍຄວາມ
ຂອງຂ້າພະເຈົ້າໄດ້ປຶກສາຫາລືກັນແລ້ວ.”

ທ່ານ​ໄດ້​ກ່າວ​ຕື່ມ​ວ່າ, “ຖ້າ​ມັນ​ມີ​ການ​ກະ​ທຳ​ຜິດ ໂດຍ​ຄົນ​ອື່ນ​ໃນ​ການ​ໂຄ​ສະ​ນາ​ຫາ​ສຽງ
ທີ່ຂ້າພະເຈົ້າຮູ້ຈັກນັ້ນ, ເຊິ່ງຂ້າພະເຈົ້າບໍ່ຮູ້ຈັກໃຜ, ແຕ່ຖ້າມັນມີ, ຂ້າພະເຈົ້າຈະສາລະ
ພາບຢ່າງຈິງໃຈແນ່ນອນ.”

ທ່ານ ສ​ໂຕນ ອາ​ຍຸ 66 ປີ, ທີ່ຖືກ​ຈັບ​ໃນ​ຕອນ​ເຊົ້າ​ມືດ ໃນ​ການ​ເຂົ້າ​ຈູ່​ໂຈມ​ໂດຍ​ຕຳຫຼວດ
FBI ໃນວັນສຸກທີ່ຜ່ານມາ ຢູ່ບ້ານຂອງທ່ານໃນລັດ ຟລໍຣິດາ ນັ້ນ, ໄດ້ປະຕິເສດການ
ກະທຳຜິດ, ທ່ານໄດ້ເວົ້າຫຼາຍຊົ່ວໂມງ ຫຼັງຈາກຖືກຄວບຄຸມຕົວວ່າ “ຂ້າພະເຈົ້າຈະບໍ່
ສາລະພາບຜິດ ຕໍ່ຂໍ້ກ່າວຫາພວກນີ້, ຂ້າພະເຈົ້າຈະເອົາຊະນະມັນຢູ່ໃນສານ. ຂ້າພະ
ເຈົ້າເຊື່ອວ່າ ນີ້ແມ່ນການສືບສວນສອບສວນທີ່ໄດ້ຮັບແຮງກະຕຸ້ນຈາກການເມືອງ.”

ໃນ​ຂະ​ນະ​ທີ່​ທ່ານ​ເດີນ​ທາງ​ອອກ​ຈາກ​ສານ​ໃນ​ວັນ​ສຸກ​ທີ່​ຜ່ານ​ມາ ຫຼັງ​ຈາກ​ໄດ້​ວາງ​ເງິນ
ປະກັນຕົວ 250,000 ໂດລາ ສຳລັບເສລີພາບຂອງທ່ານ ໃນຂະນະທີ່ກຳລັງລໍຖ້າພິ
ຈາລະນາຄະດີຢູ່ນັ້ນ, ທ່ານ ສໂຕນ ໄດ້ກ່າວວ່າ, “ຂ້າພະເຈົ້າໄດ້ເຮັດຢ່າງກະຈ່າງ
ແຈ້ງແລ້ວວ່າ ຂ້າພະເຈົ້າຈະບໍ່ໃຫ້ປາກຄຳຕໍ່ຕ້ານທ່ານປະທານາທິບໍດີ, ເພາະວ່າຂ້າ
ພະເຈົ້າຕ້ອງໄດ້ອຳຄວາມຜິດໄວ້ເປັນຕ້ານເພິ່ນ.”

ທ່ານ ສ​ໂຕນ ໄດ້​ກ່າວ​ຕໍ່​ໂທ​ລະ​ພາບ ABC ວ່າ ຖ້າ​ທ່ານ​ຮ່ວມ​ມື​ກັບ​ທ່ານ ມອ​ລ​ເລີ, “ຂ້າ
ພະເຈົ້າກໍຈະໃຫ້ປາກຄຳຢ່າງຊື່ສັດ ກ່ຽວກັບ ບັນຫາອື່ນໆ, ລວມທັງການສື່ສານທຸກ
ຢ່າງກັບທ່ານປະທານາທິບໍດີ. ມັນແມ່ນຄວາມຈິງທີ່ພວກເຮົາໄດ້ລົມກັນທາງໂທລະ
ສັບ, ແຕ່ການສື່ສານດັ່ງກ່າວນັ້ນ ແມ່ນການເມືອງທົ່ວໄປ, ມັນອ່ອນໂຍນ, ແລະ ມັນບໍ່
ໄດ້ມີການສົມຮູ້ຮ່ວມຄິດກັບ ຣັດເຊຍ ຢ່າງແນ່ນອນ.”

ທ່ານ ສ​ໂຕນ ໄດ້​ກ່າວ​ວ່າ ທ່ານ​ບໍ່​ເຄີຍ​ປຶກ​ສາ​ ກ່ຽວ​ກັບ ການ​ຮ່ວມ​ມື​ກັບ ຣັດ​ເຊຍ ກັບ
ທ່ານ ທຣຳ.

ທ່ານ ສ​ໂຕນ ເວົ້າ​ວ່າ “ທຸກ​ຢ່າງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ເຮັດ ແມ່ນ​ເສ​ລີ​ພາບ​ໃນ​ການ​ປາກ​ເວົ້າ​
ເຊິ່ງຖືກປົກປ້ອງຕາມລັດຖະທຳມະນູນ. ນັ້ນແມ່ນສິ່ງທີ່ຂ້າພະເຈົ້າໄດ້ພົວພັນ ມັນເອີ້ນ
ວ່າ ການເມືອງ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສ​າ​ອັງ​ກິດ

XS
SM
MD
LG