ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ໂດຍສານຊາວອັງກິດເສຍຊີວິດ ລຸນຫຼັງທີ່ຖ້ຽວບິນຂອງສາຍການບິນສິງກະໂປ ປະສົບກັບສະພາບອາກາດປັ່ນປ່ວນ


ພາຍໃນເຮືອບິນສິງກະໂປ ຖ້ຽວບິນ SQ321 ຖືກຖ່າຍຮູບໄວ້ ລຸນຫຼັງລົງຈອດສຸກເສີນຢູ່ທີ່ສະໜາມບິນສຸວັນນະພູມຂອງບາງກອກ, ປະເທດໄທ, ວັນທີ 21 ພຶດສະພາ 2024.
ພາຍໃນເຮືອບິນສິງກະໂປ ຖ້ຽວບິນ SQ321 ຖືກຖ່າຍຮູບໄວ້ ລຸນຫຼັງລົງຈອດສຸກເສີນຢູ່ທີ່ສະໜາມບິນສຸວັນນະພູມຂອງບາງກອກ, ປະເທດໄທ, ວັນທີ 21 ພຶດສະພາ 2024.

ເຈົ້າ​ໜ້າ​ທີ່​ສະໜາມ​ບິນ​ໃນ​ບາງກອກ​ກ່າວ​ວ່າ ມີຜູ້​ໂດຍສານ​ຊາວ​ອັງກິດ ອາຍຸ 73 ປີ​ຄົນ​ນຶ່ງ ເສຍ​ຊີວິດ​ ​ແລະ​ມີອີກ​ຢ່າງ​ໜ້ອຍ 30 ຄົນ ​ໄດ້​ຮັບ​ບາດ​ເຈັບ​ໃນ​ວັນ​ອັງຄານ​ວານ​ນີ້ ​ໃນເວລາທີ່​ຖ້ຽວ​ບິນຈາກ ​ລອນ​ດອນ ​ໄປ​ຫາ ສິງກະ​ໂປ ​ປະສົບ​ກັບສະພາບອາກາດປ່ຽນແປງ​ຮ້າຍ​ແຮງ ​ແລະ​ຖືກ​ບັງຄັບ​ໃຫ້​ລົງ​ຈອດ​ຢູ່ໃນປະເທດ​ໄທ.

ຢູ່ໃນ​ຖະ​ແຫຼ​ງການສະບັບ​ນຶ່ງ ​ທີ່​ປະກາດລົງ​ໃນ​ສື່​ສັງຄົມ, ລະລຸວ່າ ສາຍ​ການບິນ​ສິງກະ​ໂປ ​ກ່າວ​ວ່າ ຖ້ຽວ​ບິນ SQ321 ​ໄດ້ເດີນທາງ​ອອກ​ຈາກ​ສະໜາມ​ບິນ ຮີດໂຕຣວ (Heathrow) ຂອງ​ລອນ​ດອນ ​ໃນ​ຕອນ​ແລງຂອງ​ວັນ​ຈັນ​ຜ່ານມາ​ນີ້. ຖ້ຽວບິນດັ່ງກ່າວ ປະສົບກັບອາກາດປັ່ນປ່ວນຢ່າງຮ້າຍແຮງຈາກພາຍຸຟ້າຮ້ອງ ແລະໄດ້ປ່ຽນທິດທາງໄປລົງຈອດຢູ່ບາງກອກ.

ສາຍ​ການ​ບິນດັ່ງ​ກ່າວ ເປີດເຜີຍ​ວ່າ ຖ້ຽວ​ບິນນີ້ ບັນ​ທຸກ​ຜູ້​ໂດຍ​ສານທັງໝົດ 211 ຄົນ​ ພ້ອມດ້ວຍ​ຈຸບິນອີກ 18 ຄົນ.

ໃນລະຫວ່າງກອງປະຊຸມຖະແຫຼງຂ່າວຢູ່ສະໜາມບິນ ສຸວັນນະພູມຂອງບາງກອກ, ຜູ້ຈັດການໃຫຍ່ຂອງສະໜາມບິນ ທ່ານ ກິດຕິພົງ ກິດຕິກະຈອນ ກ່າວຕໍ່ບັນດານັກຂ່າວວ່າ ມີຜູ້ບາດເຈັບທັງໝົດ 30 ຄົນ, ໃນນັ້ນ ບາດເຈັບສາຫັດ 7 ຄົນ ແລະອີກ 23 ຄົນ ຕາມການອະທິບາຍຂອງທ່ານແມ່ນບາດເຈັບ “ປານກາງ” ເຊິ່ງລວມທັງພະນັກງານບໍລິການຂອງສາຍການບິນ 1 ຄົນ. ຜູ້ທີ່ໄດ້ຮັບບາດເຈັບເຫຼົ່ານັ້ນ ຖືກນຳສົ່ງໄປໂຮງໝໍບາງກອກ.

ເຮືອບິນຂອງສາຍການບິນສິງກະໂປ ເຫັນວ່າຢູ່ໃນສະພາບຈອດຄ້າງຢູ່ ລຸນຫຼັງຮ້ອງຂໍລົງຈອດສຸກເສີນ ຢູ່ທີ່ສະໜາມບິນສຸວັນນະພູມຂອງບາງກອກ, ປະເທດໄທ, ວັນທີ 21 ພຶດສະພາ 2024.
ເຮືອບິນຂອງສາຍການບິນສິງກະໂປ ເຫັນວ່າຢູ່ໃນສະພາບຈອດຄ້າງຢູ່ ລຸນຫຼັງຮ້ອງຂໍລົງຈອດສຸກເສີນ ຢູ່ທີ່ສະໜາມບິນສຸວັນນະພູມຂອງບາງກອກ, ປະເທດໄທ, ວັນທີ 21 ພຶດສະພາ 2024.

ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ຜູ້ຊາຍທີ່​ເສຍ​ຊີ​ວິດນັ້ນ ​ເຊື່ອ​ວ່າ ເສຍ​ຊີ​ວິດ​ຍ້ອນໂຣກ​ຫົວ​ໃຈ, ໂດຍຍັງບໍ່ມີການເປີດເຜີຍຊື່ຂອງລາວອອກມາເທື່ອ.

ສາຍ​ການ​ບິນ​ຂອງ​ສິງກະ​ໂປ ຍັງ​ບໍ່​ໄດ້ອອກມາ​ບອກ​ວ່າ ​ມີ​ຜູ້​ບາດ​ເຈັບ ​ແລະ​ເສຍ​ຊີວິດດ້ວຍ​ສາຍເຫດໃດ, ​ແຕ່​ຜູ້​ໂດຍສານ​ຄົນ​ນຶ່ງ​ທີ່​ກ່າວ​ຕໍ່​ອົງການ​ຂ່າວ Reuters ​ກ່າວວ່າ ເນື່ອງຈາກການປ່ຽນແປງຂອງສະພາບອາກາດທີ່​ຮ້າຍແຮງ ​ໄດ້​ສົ່ງຜົນເຮັດ​ໃຫ້​ຜູ້​ທີ່​ບໍ່​ໄດ້​ໃສ່​ເຂັມຂັດ​ນິລະ​ໄພ ຟົ້ງໄປຕໍາ​ໃສ່​ຕູ້ເກັບເຄື່ອງຂອງຜູ້​ໂດຍສານ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG