ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວອາເມຣິກັນ ເຊື້ອສາຍລາວ ກໍໄດ້ຮັບຜົນກະທົບຈາກອາການໄຂ້ຫວັດ ທີ່ກໍາລັງລະບາດ ຢູ່ທາງທິດຕາເວັນອອກສຽງໃຕ້ຂອງ​ປະ​ເທດ


ແຟ້ມ-ຮູບທີ່ຖືກຖ່າຍໃນວັນທີ 23 ມັງກອນນີ້ ເປີດເຜີຍໃຫ້ເຫັນຄົນເຈັບຜູ້ນຶ່ງ ກໍາລັງຮັບການສັກຢາວັກຊີນປ້ອງກັນໄຂ້ຫວັດໃຫຍ່ ໃນເມືອງເມສຄູເອັດທ໌, ລັດເທັກຊັສ.
ແຟ້ມ-ຮູບທີ່ຖືກຖ່າຍໃນວັນທີ 23 ມັງກອນນີ້ ເປີດເຜີຍໃຫ້ເຫັນຄົນເຈັບຜູ້ນຶ່ງ ກໍາລັງຮັບການສັກຢາວັກຊີນປ້ອງກັນໄຂ້ຫວັດໃຫຍ່ ໃນເມືອງເມສຄູເອັດທ໌, ລັດເທັກຊັສ.

ນອກຈາກປະຊາຊົນຈະຕ້ອງປະເຊີນກັບການລະມັດລະວັງຂອງພະຍາດໂຄວິດ-19 ແລ້ວ, ພະຍາດໄຂ້ຫວັດໃຫຍ່ ຫຼື Flu ກໍແມ່ນອາການນຶ່ງທີ່ປະຊາຊົນຊາວອາເມຣິກັນກໍາລັງປະເຊີນຢູ່ ໂດຍສະເພາະຍາມກ້າວເຂົ້າສູ່ລະດູໜາວນີ້. ປະຊາຊົນທ່ານນຶ່ງທີ່ອາໄສຢູ່ໃນເມືອງກຣີນວີລ ລັດຄາໂຣລາຍນາໃຕ້ກ່າວວ່າ ເພິ່ນ ແລະຄອບຄົວພາກັນເປັນຫວັດ ເປັນໄອຫຼາຍ ໂດຍສະເພາະແມ່ນບັນດາລູກຫຼານຂອງເພິ່ນທີ່ໄອຫຼາຍ, ມີນໍ້າມູກຍ້ອຍ ແລະມີໄຂ້ ແລະບາງຄົນກໍຈົນຕ້ອງໄດ້ພັກໂຮງຮຽນຫຼາຍມື້, ເຊິ່ງເພິ່ນໄດ້ເລົ່າໃຫ້ຟັງກ່ຽວກັບອາການຫວັດຢູ່ໃນຄອບຄົວເພິ່ນວ່າ:

“ລາວບໍ່ເຄີຍໄຂ້ລາວກໍມາໄຂ້, ຕໍ່ມາກໍລູກຜົວ ເກືອບເປັນສອງອາທິດພຸ້ນໃດຫັ້ນຈຶ່ງຮູ້ສຶກດີຂຶ້ນ, ປານນັ້ນກໍຍັງໄດ້ຂະລໍາກິນຂະລໍາຢູ່ ກິນນໍ້າແກງກິນອີ່ຫຍັງເອົາ ຈັງໄດ້ເຊົາ. ໄຂ້ຫວັດມັນຮ້າຍແຮງຫຼາຍ ປີນີ້ມັນຮ້າຍແຮງຫຼາຍ.”

ອີງຕາມຂໍ້ມູນຈາກ ສູນກາງຄວບຄຸມ ແລະປ້ອງກັນພະຍາດຂອງສະຫະລັດ ຫຼື CDC ປະຈໍາເດືອນພະຈິກນີ້ພົບວ່າ ປັດຈຸບັນ ພະຍາດຂອງໄຂ້ຫວັດໃຫຍ່ແມ່ນກໍາລັງແຜ່ລະບາດໄປທົ່ວປະເທດ ໂດຍສະເພາະຢູ່ບໍລິເວນຂົງເຂດທາງທິດຕາເວັນອອກສຽງໃຕ້ ແລະທາງທິດໃຕ້ຂອງພາກກາງ ແມ່ນມີລາຍງານການລະບາດທີ່ເພີ້ມຂຶ້ນ. ໃນນັ້ນ ສະເພາະຢູ່ທາງທິດເໜືອຂອງລັດອາລາບາມາ ມີລາຍງານກ່ຽວກັບຈໍານວນຜູ້ຕິດເຊື້ອ ຈາກ 9.62 ເປີເຊັນ ໃນວັນທີ 29 ຕຸລາ ມາເປັນ 12.72 ເປີເຊັນໃນວັນທີ 5 ພະຈິກ ແລະມາເປັນ 10.69 ເປີເຊັນ ໃນວັນທີ 12 ພະຈິກນີ້.

XS
SM
MD
LG