ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ຕ້ອງສົງໄສ ໃນການໂຈມຕີ ນະຄອນຫຼວງ ປາຣີ ແລະ ສະໜາມບິນ Brussels ຖືກຈັບໄດ້


ຮູບພາບຖືກເປີດເຜີຍໂດຍ ຕຳຫຼວດລັດຖະບານກາງ ແບລຈຽມ ກ່ຽວກັບ ຄຳສັ່ງຂອງໄອຍະການລັດຖະບານກາງ ສະແດງໃຫ້ເຫັນຜູ້ຕ້ອງສົງໄສ ທີ່ຖ່າຍໄດ້ຈາກກ້ອງວົງຈອນປິດ CCTV ຂອງສະໜາມບິນ, ເມືອງ Zaventem, ແບລຈຽມ. 22 ມີນາ, 2016.
ຮູບພາບຖືກເປີດເຜີຍໂດຍ ຕຳຫຼວດລັດຖະບານກາງ ແບລຈຽມ ກ່ຽວກັບ ຄຳສັ່ງຂອງໄອຍະການລັດຖະບານກາງ ສະແດງໃຫ້ເຫັນຜູ້ຕ້ອງສົງໄສ ທີ່ຖ່າຍໄດ້ຈາກກ້ອງວົງຈອນປິດ CCTV ຂອງສະໜາມບິນ, ເມືອງ Zaventem, ແບລຈຽມ. 22 ມີນາ, 2016.

ໄອຍະການລັດຖະບານກາງແບລຈຽມໄດ້ກ່າວໃນວັນເສົາວານນີ້ວ່າ ຜູ້ຕ້ອງສົງໄສໂຈມຕີ ນະຄອນປາຣີ ທ້າວ Mohamed Abrini ໄດ້ບອກເຈົ້າໜ້າທີ່ສືບສວນ ວ່າ ລາວເປັນ “ຊາຍ ໃສ່ໝວກ” ທີ່ເຫັນຍ່າງຄຽງຂ້າງມືລະເບີດສະຫຼະຊີບສອງຄົນ ຢູ່ເດີ່ນບິ່ນ Zaventem ຂອງນະຄອນ Brussels ເມື່ອວັນທີ 22 ມີນາຜ່ານມາ.

ໃນການບຸກກວດຄົ້ນ ຫຼາຍແຫ່ງລຽນຕິດ ໃນວັນສຸກມື້ກ່ອນ ເຈົ້າໜ້າທີ່ຕຳຫຼວດ ໄດ້ຈັບກຸມ 5 ຄົນ ລວມທັງ ທ້າວ Abrini ອາຍຸ 31 ປີ ຊາວແບລຈຽມ ເຊື້ອສາຍ ມາຣົກ ເປັນຜູ້ຕ້ອງສົງ ໄສ ທີ່ພົວພັນກັບການໂຈມຕີ ທີ່ນະຄອນຫຼວງ ປາຣີ ແລະ ນະຄອນບຫຼວງ ຣັສເຊີລສ໌.

ທາງການໄອຍະການແບລຈຽມ ໄດ້ກ່າວຟ້ອງ ຜູ້ຕ້ອງສົງໄສອີກ 4 ຄົນ ທີ່ພົວພັນກັບການ ໂຈມຕີດ້ວຍລະເບີດສະຫຼະຊີບ ຮ້າຍແຮງເຖິງແກ່ຊີວິດ ໃນນະຄອນ ບຣັສເຊີລສ໌ ເມື່ອ ເດືອນແລ້ວນີ້ ຊຶ່ງໄດ້ສັງຫານ 32 ຄົນ ແລະ ອີກຫຼາຍຄົນໄດ້ຮັບບາດເຈັບ.

ພວກຜູ້ຕ້ອງສົງໄສທີ່ຖືກຄວບຄຸມຕົວໄດ້ ລວມມີ ທ້າວ Abrini, ທ້າວ Osama K, ທ້າວ Herve B. M. ແລະ ທ້າວ Bilal E. M. ພວກເຂົາຖືກກ່າວຟ້ອງ ດ້ວຍຂໍ້ຫາ ສົມຮູ້ຮ່ວມຄິດ ໃນ “ການຄາດຕະກຳກໍ່ການຮ້າຍ” ແລະ “ເຄື່ອນໄຫວເປັນກຸ່ມກໍ່ການຮ້າຍ” ໃນການ ໂຈມຕີຕໍ່ເດີ່ນບິນຂອງນະຄອນຫຼວງ ບຣັສເຊີລສ໌ ແລະ ສະຖານີລົດໄຟໃຕ້ດິນ ເມື່ອວັນທີ 22 ມີນາ ອີງຕາມຖະແຫລງການຂອງເຈົ້າໜ້າທີ່ໄອຍະການ.

ເມື່ອຕອນເຊົ້າວັນເສົາວານນີ້ທາງການ ແບລຈຽມ ໄດ້ຢືນຢັນການຈັບກຸມ 6 ຄົນທີ່ກ່ຽວ ຂ້ອງກັບການໂຈມຕີນະຄອນບຣັສເຊີລສ໌ ໂດຍບໍ່ໄດ້ໃຫ້ລາຍລະອຽດເພີ້ມເຕີມ.

ຕຳຫຼວດໄດ້ປະຕິບັດການບຸກກວດຄົ້ນແຫ່ງນຶ່ງ ໃນວັນເສົາວານນີ້ ຢູ່ໃນເມືອງ Etterbeek ຢູ່ທາງພາກກາງຂອງນະຄອນຫຼວງ ບຣັສເຊີລສ໌ ແຕ່ບໍ່ໄດ້ມີການຈັບກຸມເກີດຂຶ້ນຢູ່ທີ່ແຫ່ງ ນັ້ນ.

ຜູ້ຕ້ອງສົງໄສອີກສອງຄົນ ທີ່ໄດ້ຖືກຈັບກຸມໃນສັບປະດານີ້ ແລ້ວກໍຖືກປ່ອຍໂຕ “ຫຼັງຈາກ ການສອບປາກຄຳຢ່າງຖີຖ້ວນແລ້ວ” ອີງຕຳຖະແຫລງການ.

ເຖິງຢ່າງໃດກໍຕາມ ການຈັບກຸມຫຼາຍຄົນທີ່ກ່ຽວຂ້ອງກັບການໂຈມຕີນະຄອນຫຼວງ ປາຣີ ເມື່ອວັນ ທີ 13 ພະຈິກ ປີກາຍນີ້ ແລະ ການໂຈມຕີຮ້າຍແຮງເຖິງແກ່ຊີວິດ ທີ່ນະຄອນຫຼວງ ບຣັສເຊີລສ໌ ເມື່ອເດືອນມີນາປີນີ້ ນັ້ນ ໄດ້ເຮັດໃຫ້ນະຄອນຫຼວງ ຂອງແບລຈຽມ ຍັງຕົກຢູ່ ພາຍໃຕ້ການປະກາດພາວະລະມັດລະວັງຢູ່ ການກໍ່ການຮ້າຍ ລະດັບສູງສຸດອັນດັບສອງ ເພາະວ່າ ມີຄວາມເປັນໄປໄດ້ສູງ ທີ່ວ່າຈະເກີດການໂຈມຕີຂຶ້ນອີກ.

Brussels Arrests upd
please wait
Embed

No media source currently available

0:00 0:03:03 0:00

XS
SM
MD
LG