ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວອາເມຣິກັນ ອີກຄົນນຶ່ງ ໄດ້ຮັບບາດເຈັບ ຈາກການໂຈມຕີ ຢ່າງລຶກລັບ ຢູ່ໃນຄິວບາ


ຮູບພາບສະຖານທູດສະຫະລັດ ທີ່ເຫັນຢູ່ນະຄອນຮາວານາ ປະເທດ ຄິວບາ
ຮູບພາບສະຖານທູດສະຫະລັດ ທີ່ເຫັນຢູ່ນະຄອນຮາວານາ ປະເທດ ຄິວບາ

ກະຊວງ​ຕ່າງປະ​ເທດ​ກ່າວ​ວ່າ ພະນັກງານ​ສະຖານທູດ​ສະຫະລັດ​ອີກ​ຄົນ​ນຶ່ງ​ໃນ​ນະຄອນ
​ຮາ​ວາ​ນາ ປະ​ເ​ທດຄິວ​ບາ ​ໄດ້ຮັບ​ຜົນ​ກະທົບ​ຈາກເຫດການດ້ານ​ສຸຂະພາບ​ທີ່​ລຶຶກລັບ.

​ໂຄສົກ​ກະຊວງ​ຕ່າງປະ​ເທດ​ທ່ານ​ນາງແຮ​ເຕີ ນາວ​ເອີ​ດທ໌ ກ່າວ​ວ່າ ຊາວ​ອາ​ເມຣິກັນນຶ່ງ
​ໃນ​ສອງ​ຄົນທີ່ໄດ້​ຖືກ​ຍົກຍ້າຍ​ອອກຈາກ​ຄິວ​ບາ ຫວ່າງ​ມໍ່ໆ​ມາ​ນີ້ໄດ້ຖືກ “ຢືນຢັນ​ທາງ
ການແພດ” ແລ້ວວ່າ​ໄດ້ຮັບ​ຜົນ​ກະທົບແລ້ວ​ໃນ​ຂະນະ​ທີ່ອີກ​ຄົນນຶ່ງ “ກຳລັງຖືກກວດກາ
​ທົບ​ທວນ​ເບິ່ງ” ​ໂດຍ​ພວກນາຍ​ໝໍຢູ່.

ໂດຍທີ່ລວມເອົາລາຍຫລ້າ​ສຸດເຂົ້ານໍ້າ ​ໝາຍ​ຄວາມ​ວ່າ​ຊາວ​ອາ​ເມຣິກັນທັງໝົດມີ 25
ຄົນ ແລ້ວທີ່ໄດ້​ຖືກ​ກະທົບ​ໂດຍ​ພະຍາດ​ລຶກລັບ​ຢູ່​ໃນ​ຄິວ​ບາ.

ທ່ານນາງ​ນາວ​ນາວ​ເອີ​ດທ໌ ກ່າວໂດຍ​ບອກໃຫ້ຮູ້ວ່າ ກໍາລັງມີ​ການ​ສືບສວນດຳ​ເນີນ​ຢູ່​ໃນ​
ນະຄອນ​ຮາ​ວາ​ນາ ພ້ອມທັງຢູ່ໃນນະຄອນ​ກວງ​ຊູຂອງປະ​ເທດ​ຈີນ ​ທີ່ມີ​ພະນັກງານ​ຄົນ​ນຶ່ງມີອາການ​ທີ່ຄ້າຍຄື​ກັນຫວ່າ​ງມໍ່ໆ​ມາ​ນີ້.

ສະຫະລັດ​ກ່າວ​ວ່າ​ເຫດການໃນ​ຄິວ​ບາ​ໄດ້​ເລີ້ມເກີດ​ຂຶ້ນໃນທ້າຍ​ປີ 2016. ກະຊວງ​ຕ່າງ
ປະ​ເທດ​ເອີ້ນເຫດການເຫລົ່ານັ້ນ​ວ່າ “ເປັນການ​ໂຈ​ມຕີແບບ​ສະ​ເພາະ​ເຈາະ​ຈົງ” ​ແຕ່​ຍັງ
ບໍ່​ໄດ້​ກ່າວ​ວ່າ​ ແມ່ນ​ຫຍັງ​ຄືສາ​ເຫດຂອງເຫດການນັ້ນ ຫຼື​ແມ່ນ​ໃຜ​ຢູ່​ເບື້ອງ​ຫຼັງມັນ. ຄິວ​ບາ​
ໄດ້​ປະຕິ​ເສດ​ຢ່າງສິ້ນເຊີງວ່າ​ບໍ່​ໄດ້​ມີສ່ວນພົວພັນ ຫຼື​ຮູ້ຈັກຫຍັງ​ກ່ຽວ​ກັບ​ເລື້ອງ​ນີ້.

ອົງການ​ຂ່າວເອພີ ​ໄດ້​ລາຍ​ງານ​ວ່າ ຂ່າວ​ຊາ​ລື​ຂັ້ນ​ແລກແມ່ນລວມສູນກັນວ່າ ແມ່ນການ​
ໂຈມຕີ​ຈາກຢ່າງ​ໃດ​ຢ່າງ​ນຶ່ງ ​ທີ່​ເປັນ​ສຽງແປກໆ​ທີ່​ພວກ​ຖືກ​ກະທົບໄດ້ຍິນ​ ​ແຕ່​ວ່າ​ລາຍ​ງານຊົ່ວຄາວ​ຂອງ​ອົງການ​ສືບ​ລັບ​ລັດຖະບານ​ກາງ ຫຼື FBI ​ໃນ​ເດືອນ​ມັງກອນຜ່ານມາ
​ບໍ່ໄດ້​ພົບ​ເຫັນຫລັກ​ຖານ​ໃດໆ​ທີ່​ເປັນ​ຄື້ນຟອງ​ສຽງ​ທີ່​ສາມາດພາກໃຫ້ມີການ​ທຳລາຍອັນ
ນັ້ນໄດ້. ​

ກະຊວງ​ຕ່າງປະ​ເທດ​ໄດ້​ອອກ​ຖະ​ແຫຼ​ງການ​ເຕືອນ​ເຖິງ​ສຸຂະພາບ ຫຼັງ​ຈາກ​ພະນັກງານ
ຂອງຕົນ​ຢູ່​ໃນ​ປະ​ເທດ​ຈີນ​ໄດ້​ລາຍ​ງານວ່າມີ “ມີ​ຄວາ​ມຮູ້ສຶກສັ່ນ​ສະ​ເທືອ​ນ ​ແລະ​ກົດ​ດັນ
ຂອງ​ສຽງທີ່ຍາກຄ່ອຍໆ ແລະຍາກທີ່​ຈະອະທິບາຍໄດ້ ແຕ່ວ່າເປັນສຽງທີ່ຜິດ​ປົກກະຕິ”
​ແລະ​ກວດ​ພົບວ່າ​ໄດ້​ຮັບ​ບາດ​ເຈັບ​ທາງ​ສະໝອງ​ພໍສົມຄວນ​.

ລັດຖະມົນຕີ​ຕ່າງປະ​ເທດ​ທ່ານ​ໄ​ມຄ໌ ພອ​ມພຽວອະທິບາຍ​ວ່າ “​ເປັນ​ເຫດການທາງດ້ານ
ສຸຂະພາບ​ທີ່​ຮ້າຍ​ແຮງ.”

ການ​ຢືນຢັນ​ໃໝ່​ເກີດ​ຂຶ້ນ​ໜ້ອຍ​ກວ່າ​ນຶ່ງ​ອາທິດ ຫຼັງ​ຈາກ​ສະຫະລັດທົບ​ທວນຄືນ​ການ​ຮຽກ
ຮ້ອງ​ໃຫ້​ຄິວ​ບາ​ພິຈາລະນາ​ເຖິງ​ແຫ​ລ່ງທີ່​ມາ​ຂອງ “ການ​ໂຈມ​ຕີ” ດັ່ງກ່າວຕໍ່ນັກການ​ທູດ​ສະຫະລັດ. ຄິວ​ບາ​ໄດ້​ຕອບ​ໂຕ້​ອີກ​ຄັ້ງ​ນຶ່ງ​ ໂດຍປະຕິ ເສດວ່າ ບໍ່​ໄດ້ມີສ່ວນ​ພົວພັນ​ໃດໆ
ຫຼື​ບໍ່ຮູ້​ເລື້ອງໃດໆວ່າມີ​ການ​ໂຈມ​ຕີໃດດັ່ງກ່າວ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG