ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຄົນຍາມປ້ອງກັນ ສະຖານທູດ ອິສຣາແອລ ໃນ ຈໍແດັນ ສັງຫານ ກຳມະກອນ ສອງຄົນ ຫຼັງຈາກຖືກໂຈມຕີ


ລົດເຈົ້າໜ້າທີ່ຮັກສາຄວາມປອດໄພຈອດຢູ່ໃກ້ທາງເຂົ້າສະຖານ
ທູດ ອິສຣາແອລ ໃນນະຄອນຫຼວງ Amman ປະເທດ ຈໍແດັນ. 23 ກໍລະກົດ, 2017.
ລົດເຈົ້າໜ້າທີ່ຮັກສາຄວາມປອດໄພຈອດຢູ່ໃກ້ທາງເຂົ້າສະຖານ ທູດ ອິສຣາແອລ ໃນນະຄອນຫຼວງ Amman ປະເທດ ຈໍແດັນ. 23 ກໍລະກົດ, 2017.

ກະຊວງການຕ່າງປະເທດຂອງ ອິສຣາແອລ ໄດ້ກ່າວໃນວັນຈັນມື້ນີ້ວ່າ ຍາມຮັກສາ
ຄວາມປອດໄພຊາວ ອິສຣາແອລ ຢູ່ສະຖານທູດຂອງຕົນ ໃນປະເທດ ຈໍແດັນ ໄດ້ສັງ
ຫານຊາວ ຈໍແດັນ ສອງຄົນ ໃນການຍິງປະທະກັນທີ່ໄດ້ເກີດຂຶ້ນ ຫຼັງຈາກຄົນໜຶ່ງໃນ
ນັ້ນ ໄດ້ໂຈມຕີລາວດ້ວຍເຫຼັກໄຂຄວງ.

ຖະແຫຼງການຂອງກະຊວງດັ່ງກ່າວເວົ້າວ່າ ກຳມະກອນຊາວ ຈໍແດັນ ສອງຄົນ ແລະ
ເຈົ້າຂອງເຮືອນເຊົ່າຄົນໜຶ່ງ ໄດ້ໄປສະຖານທູດໃນນະຄອນ ຫຼວງ Amman ເມື່ອວັນ
ອາທິດວານນີ້ ເພື່ອທຳການສັບປ່ຽນເຄື່ອງເຟີນິເຈີ ຢູ່ອາຄານທີ່ພັກຂອງສະຖານທູດ.

ພວກເຂົາເຈົ້າກ່າວວ່າ ໜຶ່ງໃນນວນກຳມະກອນເຫຼົ່ານັ້ນ ໄດ້ໂຈມຕີຍາມຮັກສາຄວາມ
ປອດໄພຈາກທາງຫຼັງ ກ່ອນຈະຖືກຂ້າຕາຍ, ໃນເວລາດຽວກັນ ເຈົ້າຂອງເຮືອນເຊົ່າກໍ
ໄດ້ຮັບບາດເຈັບ ແລະ ເສຍຊີວິດໃນເວລາຕໍ່ມາ. ຄົນຍາມ “ໄດ້ຮັບບາດເຈັບໜ້ອຍ
ໜຶ່ງ.”

ນອກນັ້ນ ກະຊວງດັ່ງກ່າວໄດ້ເວົ້າວ່າ ພວກເຂົາເຈົ້າກຳລັງເຮັດວຽກກັບລັດຖະບານ
ຈໍແດັນ, ແລະ ວ່ານາຍົກລັດຖະມົນຕີ ອິສຣາແອລ ທ່ານ Benjamin Natanyahu
ໄດ້ລົມກັບຄົນຍາມຮັກສາຄວາມປອດໄພ.

ກົມຮັກສາຄວາມປອດໄພສາທາລະນະຂອງ ຈໍແດັນ ກ່າວວ່າ ບັນ ດາເຈົ້າໜ້າທີ່ ກຳ
ລັງສືບສວນສອບສວນກ່ຽວກັບ ເຫດການດັ່ງ ກ່າວ. ອິສຣາແອລ ເວົ້າວ່າ ຍາມຮັກສາ
ຄວາມປອດໄພໄດ້ຮັບການປົກປ້ອງທາງການທູດຈາກການສືບສວນສອບສວນ
ແລະ ການຖືກຈັບ ເຂົ້າຄຸກ.

ຄວາມເຄັ່ງຕຶງລະຫວ່າງ ອິສຣາແອລ ກັບ ຈໍແດັນ ໄດ້ເພີ່ມສູງຂຶ້ນ ໃນ ສອງສາມສັບປະ
ດາທີ່ຜ່ານມາ ໃນຂະນະທີ່ປະເທດ ຢິວ ທີ່ວ່ານັ້ນ ໄດ້ຕິດຕັ້ງເຄື່ອງຈັບໂລຫະຢູ່ສະຖານ
ທີ່ສັກສິດຂອງຊາວມຸສລິມ ຕັ້ງຢູ່ພາກຕາເວັນອອກຂອງນະຄອນ Jerussalem ເຊິ່ງ
ຈໍແດັນ ແມ່ນຜູ້ອາລັກຂາຊາວ ມຸສລິມ ຢູ່ສະຖານທີ່ສັກສິດແຫ່ງນັ້ນ.

ມາດຕະການຮັກຄວາມປອດໄພໃໝ່ ໄດ້ນຳໄປສູ່ການປະທ້ວງຢູ່ນະ ຄອນຫຼວງ
Amman ໃນວັນສຸກທີ່ຜ່ານມາ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG