ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ຮ້າຍໂຈມຕີ ດ້ວຍມີດ ໃນ ປາຣີ ຖືສັນຊາດ ຝຣັ່ງ ເກີດຢູ່ໃນ ເຂດເຊັຈເນຍ ຂອງຣັດເຊຍ


Paris Knife Attack
please wait
Embed

No media source currently available

0:00 0:01:38 0:00

ທາງການຝຣັ່ງ ກ່າວວ່າ ຊາຍຄົນນຶ່ງ ເປັນຜູ້ຮັບຜິດຊອບ ສຳລັບການໂຈມຕີດ້ວຍມີດ ທີ່
ຮ້າຍແຮງ ໃນໃຈກາງນະຄອນຫຼວງປາຣີ ເມື່ອວັນເສົາວານນີ້ ນັ້ນ ແມ່ນເປັນພົນລະເມືອງ
ຂອງຝຣັ່ງ ຜູ້ທີ່ໄດ້ເກີດຢູ່ທີ່ສາທາລະນະລັດ ເຊັຈຢາ ຂອງຣັດເຊຍ ທີ່ສ່ວນໃຫຍ່ເປັນຊາວ
ມຸສລິມ ໃນປີ 1997. ຜູ້ກ່ຽວແມ່ນຢູ່ໃນບັນຊີລາຍຊື່ ຂອງຜູ້ຕ້ອງສົງໄສຫົວຮຸນແຮງ ທີ່
ຄວນຖືກຈັບຕາເບິ່ງ ແຕ່ລາວບໍ່ໄດ້ຖືກຕິດຕາມ ກໍຍ້ອນວ່າ ບໍ່ມີປະຫວັດອາຊະຍາກຳ.
ຕຳຫຼວດຝຣັ່ງ ໄດ້ນຳເອົາພໍ່ແມ່ຂອງລາວເຂົ້າມາ ເພື່ອສອບຖາມ. ຊື່ຂອງຜູ້ໂຈມຕີ ແມ່ນ
ຍັງບໍ່ທັນໄດ້ຖືກເປີດເຜີຍ.

ຜູ້ຮ້າຍດັ່ງກ່າວ ໄດ້ແທງຫ້າຄົນ. ນຶ່ງໃນຜູ້ເຄາະຮ້າຍ ແມ່ນຊາຍອາຍຸ 29 ປີ ໄດ້ເສຍຊີວິດ.
ລັດຖະມົນຕີກະຊວງພາຍໃນ ທ່ານ ເຈີຣາດ ໂຄລລອມ ໄດ້ກ່າວໃນວັນອາທິດມື້ນີ້ ວ່າ
ພວກຄົນອີກສີ່ຄົນນັ້ນ ແມ່ນລອດພົ້ນຈາກອັນຕະລາຍແລ້ວ.

ຜູ້ຮ້າຍໂຈມຕີ ໄດ້ເສຍຊີວິດຢູ່ທີ່ຈຸດເກີດເຫດ. ລາວໄດ້ຖືກ “ປິດຊີບ” ໂດຍຕຳຫຼວດ ດັ່ງທີ່
ທ່ານ ໂຄລລອມ ໄດ້ກ່າວໄປນັ້ນ ແລະທ່ານກໍໄດ້ຍົກຍ້ອງບັນດາເຈົ້າໜ້າທີ່ ທີ່ໄດ້ເອົາ
ມາດຕະການດັ່ງກ່າວ.

ກຸ່ມຫົວຮຸນແຮງລັດອິສລາມ ໄດ້ກ່າວຜ່ານທາງອົງການຂ່າວຂອງຕົນ ວ່າ ຕົນເປັນຜູ້ຮັບ
ຜິດຊອບ ສຳລັບການໂຈມຕີ ໂດຍເອີ້ນຜູ້ຮ້າຍຄົນດັ່ງກ່າວວ່າ ເປັນ “ທະຫານ” ເພື່ອເຫດ
ຜົນຂອງຕົນ.

ໄອຍະການຂອງເມືອງ ທ່ານ ຝຣັ່ງຊົ້ວ ໂມແລັງສ໌ ໄດ້ກ່າວບອກບັນດານັກຂ່າວ ວ່າ ຜູ້
ໂຈມຕີ ໄດ້ຮ້ອງອອກມາ ເປັນພາສາອາຣັບ ດ້ວຍຄຳວ່າ “ອາລາຮູ ອັກບາຣ” ໝາຍ
ຄວາມວ່າ “ພະເຈົ້າທີ່ຍິ່ງໃຫຍ່” ໃນລະຫວ່າງທຳການໂຈມຕີຢູ່ນັ້ນ.

ທ່ານໂມແລັງສ໌ ກ່າວວ່າ ຕຳຫຼວດ ຈະເປີດການສືບສວນສອບສວນ ເລື່ອງການກໍ່
ການຮ້າຍ ທີ່ວ່ານີ້ທີຫຼັງ.

ສ່ວນປະທານາທາທິບໍດີ ຝຣັ່ງ ທ່ານ ເອັມມານູແອລ ມາກຣົງ ກໍໄດ້ກ່າວ ໃນທວີດເຕີ ວ່າ
ຝຣັ່ງ “ຈະບໍ່ທໍ້ຖອຍແມ່ນແຕ່ນິ້ວດຽວ ໃຫ້ແກ່ພວກສັດຕູ ຂອງເສລີພາບ.”

ຕຳຫຼວດຝຣັ່ງ ໄດ້ຂຽນລົງທວີດເຕີ ວ່າ ການໂຈມຕີໄດ້ເກີດຂຶ້ນ ຢູ່ໃນເຂດຕົວເມືອງທີສອງ
ຂອງນະຄອນຫຼວງຝຣັ່ງ ເຊິ່ງສ່ວນຫຼາຍ ຈະເຕັມໄປດ້ວຍຜູ້ຄົນ ທີ່ຈະມຸ້ງໜ້າໄປຍັງ ຫໍສະ ແດງໂອເປຣາ Garnier ແລະບັນດາຮ້ານອາຫານ ຢູ່ໃນທ້ອງຖິ່ນ ທີ່ມີຊື່ສຽງໂດ່ງດັງຂອງ
ຝຣັ່ງ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG