ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ລະເບີດແຕກ ຄັ້ງໃໝ່ ທີ່ໂຮງງານ ຜະລິດ ສານເຄມີ ຈີນ ເຮັດໃຫ້ 1 ຄົນເສຍຊີວິດ


ໂຮງງານຜະລິດສານເຄມີ Runxing ຖືກໄຟໃໝ້ຫຼັງຈາກ ລະເບີດແຕກໃນເມືອງ Zibo, ແຂວງ Shandong, ພາກຕາເວັນອອກຂອງ ຈີນ
ໂຮງງານຜະລິດສານເຄມີ Runxing ຖືກໄຟໃໝ້ຫຼັງຈາກ ລະເບີດແຕກໃນເມືອງ Zibo, ແຂວງ Shandong, ພາກຕາເວັນອອກຂອງ ຈີນ

​ເຫດການ​ລະ​ເບີດ​ແຕກໃນໂຮງງານ​ຜະ​ລິດ​ສານ​ເຄມີ​ແຫ່ງ​ໜຶ່ງ ​ທາງພາກ​ຕາ​ເວັນ​ອອກ​ຂອງ ຈີນ ​ໄດ້​ເຮັດ​ໃຫ້​ມີ​ຄົນ​ເສຍ​ຊີວິດໜຶ່ງ​ຄົນ ​ແລະ ບາດ​ເຈັບ​ 9 ຄົນ.

ອີງ​ຕາມ​ແຫຼ່ງຂ່າວ​ຂອງ​ລັດຖະບານ​ແມ່ນ​ວ່າ ລະ​ເບີດ​ໄດ້​ແຕກ​ໃນຄ່ຳຄືນ​ຂອງ​ວັນ​ເສົາ​ວານ​ນີ້ ທີ່ໂຮງງານ​ຜະລິດ​ສານ​ເຄມີ Runxing ເມືອງ Zibo ໃນແຂວງ Shandong.

ການລະ​ເບີດ​ຄັ້ງ​ຫຼ້າ​ສຸດ​ນີ້​ໄດ້​ເກີດຂຶ້ນໃນ​ເວລາ​ບໍ່​ຮອດ 2 ອາທິ​ດຫຼັງ​ຈາກເຫດການ​ລະ​ເບີດ​ທີ່ຮ້າຍ​ແຮງ​ຢູ່​ສາງເກັບ​ວັດຖຸເຄມີ ທີ່​ໄດ້​ສັ່ນ​ສະ​ເທືອນ​ເມືອງ​ທ່າ​ເຮືອ Tianjin, ​ເຊິ່ງ​ໄດ້​ເຮັດ​ໃຫ້​ມີ​ຫຼາຍ​ກວ່າ 120 ຄົນ​ເສຍຊີວິດ, ລວມທັງ​ນັກດັບ​ເພີງ​ຫຼາຍ​ຄົນ ​ແລະ ບາດ​ເຈັບ​ອີກ​ຫຼາຍ​ຮ້ອຍຄົນ.

ປະຊາຊົນ​ ຈີນ ​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງໃນອິນ​ເຕີ​ເນັດ ຕຳ​ນິກ່ຽວ​ກັບທີ່​ຕັ້ງຂອງສະຖານ​ທີ່​ເຄມີ​ວ່າຢູ່​ໃກ້​ຄຽງເຂດ​ທີ່ຢູ່​ອາ​ໄສ​ຂອງ​ປະຊາຊົນ​ເກີນ​ໄປ.

​ບັນດາ​ເຈົ້າ​ໜ້າ​ທີ່ ຈີນ ​ໄດ້​ຢືນຢັນ​ວ່າ ສານ​ເຄມີ Sodium Cyanide, ​ເຊິ່ງ​ເປັນສານ​ເຄມີ​ທີ່​ເປັນ​ພິດ, ​ໄດ້​ຖືກເກັບ​ບັນຈຸໄວ້ ​ໃນ​ສາງ​ເກັບ​ເຄື່ອງ​ທີ່​ເມືອງ Tianjin ນັ້ນ​ແທ້.

XS
SM
MD
LG