ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

115 ຄົນ ເສຍຊີວິດ ຈາກການ ວາງລະເບີດ ໃນປາກິສຖານ (ສະໄລດ໌)


ເຈົ້າໜ້າທີ່ຕໍາຫລວດກວດກາ ບ່ອນຖືກວາງລະເບີດ ທີ່ຕະຫລາດແຫ່ງນຶ່ງໃນເມືອງ Quetta ທີ່ສັງຫານ 11 ຄົນ.
ເຈົ້າໜ້າທີ່ຕໍາຫລວດກວດກາ ບ່ອນຖືກວາງລະເບີດ ທີ່ຕະຫລາດແຫ່ງນຶ່ງໃນເມືອງ Quetta ທີ່ສັງຫານ 11 ຄົນ.
ກຸ່ມປົກ​ປ້ອງ​ສິດທິ​ມະນຸດ ​ຂັ້ນ​ແນວ​ໜ້າກຸ່ມ​ນຶ່ງກ່າວ​ວ່າ ຊາວ​ມຸສ
ລິມ ນິກາຍ​ Shi’ites ໃນປາ​ກິ​ສຖານ ພວມ​ຕົກຢູ່​ໃນ​ສະພາບ​ທີ່​
ຖືກ​ປິດ​ລ້ອມ ​ຫລັງ​ຈາກໄດ້​ມີ​ການ​ໂຈມ​ຕີ​ດ້ວຍລ​ະ​ເບີດຢ່າງຕໍ່​
ເນື່ອງໃນ​ທົ່ວ​ປະ​ເທດທີ່ ສັງຫານ 115 ຄົນ ​ແລະ​ໄດ້​ຮັບ​ບາດ​
ເຈັບ​ເກືອ​ບ 250 ຄົນ ຢູ່​ໃນ​ວັນ ນຶ່ງ​ຂອງການໂຈມ​ຕີ​ທີ່​ຮ້າຍແຮງ
​ທີ່​ສຸດຂອງ​ປະ​ເທດ ​ໃນ​ຮອບ​ຫຼາຍໆ​ປີ.

ທ່ານ Ali Dayan Hasan ​ຜູ້ອຳນວຍການກຸ່​ມປົກ​ປ້ອງສິດທິມະນຸດ Human Rights Watch ​ໃນ​ປາ​ກິ​ສຖານ ​ເຕືອນ​ໃນ​ວັນ​ສຸກ ​ມື້​ນີ້​ວ່າ ຄວາມ​ຮຸນ​ແຮງ​ທາງ​ສາ​ສະໜາ ມີ​ທ່າ​ທາງ​ວ່າ ຈະເພີ້​ມທະວີຂື້ນ​ ມື້​ນຶ່ງ​ຫລັງ​ຈາກ 82 ຄົນ​ໄດ້​ເສ​ຍຊີວິດ ທີ່​ເມືອງ Quetta ຈາກ​ການໂຈ​ມຕີ ດ້ວຍ​ລະ​ເບີດ​ສະລະ​ຊີບ​ຢູ່​ບ່ອນ​ຫລີ້ນ​ billiard ​ທີ່​ຊາວ Shiites ມັກພາກັນ​ໄປຫຼິ້ນນັ້ນ.

ທ່ານ​ກ່າວ​ວ່າ ຊາວ​ Shi ites ຫລາຍ​ກວ່າ 400 ຄົນ​ໄດ້​ຖືກ​ສັງຫານ​ໃນ​ປີ​ແລ້ວ​ນີ້ ​ແລະ “ຖ້າ​ຫາກ​ວ່າການ​ໂຈມ​ຕີ​ມື້​ວານ​ນີ້ ຫາກ​ເປັນ​ການ​ບົ່ງ​ບອກ​ແນວ​ໃດ​ແນ​ວນຶ່ງແລ້ວ ມັນ​ຍິ່ງ​ຈະຮ້າຍແຮງ​ໄປ
​ກວ່າ​ນີ້​ອີກ.”

ການ​ໂຈ​ມຕີ​ຢູ່​ບ່ອນ​ຫລີ້ນ​ billiard ​ເກີດ​ຂື້ນ​ພຽງບໍ່​ເທົ່າໃດ​ຊົ່ວ​ໂມງ ຫລັງ​ຈາກ​ການ​ວາງ​ລະ​ເບີດ​ຮ້າຍ​ແຮງ ທີ່​ຕະ​ຫລາດໃນເມືອງ Quetta.

ກຸ່ມ​ຫົວ​ຮຸນ​ແຮງ​ນອກ​ກົດໝາຍ​ Lashkar-e-Jhangvi ຂອງ​ພວກຊຸນ​ນີ່ ​ໄດ້​ຕິດ​ຕໍ່ໄປ​ຫາສື່​ມວນ​ຊົນ​ທ້ອງ​ຖິ່ນ​ ອ້າງເອົາ​ຄວາມ​ຮັບຜິດຊອບ​ໃນ​ການ ​ໂຈມ​ຕີດັ່ງກ່າວ.

ຊາວ Shi ites ປະກອບເປັ​ນ​ປະມານ 20 ​ເປີ​ເຊັນ​ຂອງປະຊາຊົນປາ​ກີ​ສຖານຊຶ່ງ​ສ່ວນ
ໃຫຍ່​ແລ້ວແມ່ນ​ພວກ​ທີ່​ນັບຖື​ສາສະໜາ​ອິສລາມ​ນິກາຍ Sunni ຈຳນວນ 160 ລ້ານ​ຄົນ.

ປາກິສຖານໄວ້ອາໄລແກ່ພວກເຄາະຮ້າຍ:
XS
SM
MD
LG