ຜູ້ໂດຍສານຄົນນຶ່ງ ໄດ້ເສຍຊີວິດ ແລະ ເຈັດຄົນໄດ້ຮັບບາດເຈັບ ໃນວັນອັງຄານວານນີ້
ໃນເວລາ ເຄືອງຈັກເຮືອບິນຂອງສາຍການບິນ Southwest ຖ້ຽວບິນຈາກນະຄອນ
ນິວ ຢັອກ ໄປຫາ ນະຄອນ ດາລັສ ບໍ່ປະຕິບັດງານ ຈຶ່ງກົດດັນໃຫ້ເຮືອບິນອາຍພົ່ນ ຕ້ອງ
ໄດ້ບິນລົງຈອດສຸກເສີນ.
ບັນດາເຈົ້າໜ້າທີ່ ຈາກຄະນະກຳມະການຄຸ້ມຄອງຄວາມປອດໄພໃນການຂົນສົ່ງແຫ່ງ
ຊາດ ຫຼື NTSB ບໍ່ໄດ້ກ່າວເຖິງ ສາເຫດ ການເສຍຊີວິດຂອງຜູ້ໂດຍສານແມ່ຍິງ ດັ່ງ
ກ່າວນັ້ນ.
ແຕ່ພວກຜູ້ເຫັນເຫດການ ໄດ້ກ່າວວ່າ ຊິ້ນສ່ວນຂອງເຄື່ອງຈັກຕຳໃສ່ປ່ອງຢ້ຽມ ແລະ
ແມ່ຍິງດັ່ງກ່າວ ໄດ້ເກືອບວ່າຖືກດູດອອກໄປຈາກເຮືອບິນອາຍພົ່ນ ກ່ອນທີ່ພວກນັກບິນ
ຈະສາມາດບິນລົງຈອດສຸກເສີນໄດ້ ໃນນະຄອນ ຟີລາແດລເຟຍ.
ຜູ້ໂດຍສານທີ່ໄດ້ເສຍຊີວິດ ໄດ້ຖືກລະບຸໂຕ ວ່າ ແມ່ນ ນາງ ເຈນນີເຟີ້ ຣີໂອຣແດນ ຈາກ
ນະຄອນ ອາລເບີເຄີກີ ລັດນິວ ເມັກຊິໂກ. ຜູ້ກ່ຽວເປັນຜູ້ບໍລິຫານ ທະນາຄານ Wells
Fargo ທີ່ມີລູກສອງຄົນ ແລະ ເປັນຜູ້ໂດຍສານຄົນທຳອິດ ທີ່ໄດ້ເສຍຊີວິດ ໃນອຸບັດ
ຕິເຫດ ຢູ່ເທີງເຮືອບິນອາຍພົ່ນພານິດ ຂອງສະຫະລັດ ນັບຕັ້ງແຕ່ປີ 2009 ເປັນຕົ້ນມາ.
“ໃນທັນທີທັນໃດ ພວກເຮົາໄດ້ຍິນສຽງດັງ ແບ້ງ ບັກແຮງໆ ແລ້ວກໍສັ່ນ. ມັນຮູ້ສຶກຄ້າຍ
ຄືວ່າ ເຄື່ອງຈັກອັນນຶ່ງ ດັບໄປ” ຜູ້ໂດຍສານຄົນນຶ່ງ ບອກ ອົງການຂ່າວ CNN ແລ້ວເວົ້າ
ຕື່ມວ່າ “ໜ້າກາກອົກຊີເຈັນ ຕົກລົງມາ. ເຄື່ອງຈັກເບື້ອງຊ້າຍ ໄດ້ຈີກອອກເຄິ່ງນຶ່ງເປັນ
ປ່ຽງນ້ອຍໆ ເກືອບທັງໝົດ. ມັນເປັນຕາຢ້ານແທ້ໆ.”
ພວກນັກສືບສວນສອບສວນ ໄດກ້າວວ່າ ຖ້ຽວບິນ 1380 ຂອງເຮືອບິນໂບອິ້ງ 737 ໄດ້
ຖືກ ລາຍງານວ່າ ເກີດໄຟໄໝ້ເຄື່ອງຈັກເຮືອບິນ ບໍ່ດົນຫຼັງຈາກທີ່ໄດ້ບິນຂຶ້ນ. ພວກນັກບິນ
ຈຶ່ງໄດ້ຂໍຮ້ອງ ໃຫ້ບິນລົງຈອດສຸກເສີນ.
ພວກນັກສືບສວນ ໄດ້ມາ ຊຶ່ງເຄື່ອງບັນທຶກຂໍ້ມູນການບິນຂອງເຮືອບິນດັ່ງກ່າວແລ້ວ
ແລະເປັນໄປໄດ້ສູງວ່າ ຈະຕ້ອງໄດ້ມ້າງເຄື່ອງຈັກທີ່ໄດ້ຮັບຄວາມເສຍຫາຍ ເພື່ອທຳ
ການກວດກາ.
ປະທານ ອົງການ NTSBທ່ານ ໂຣເບີດ ຊຳວອລຕ໌ (Robert Sumwalt) ໄດ້ກ່າວວ່າ
ມັນປາກົດວ່າ ບໍ່ມີໄຟໄໝ້ໃນເຄື່ອງຈັກ ແລະ ໄດ້ກ່າວວ່າ ພວກນັກສືບສວນແມ່ນກຳລັງ
ເພັ່ງເລັງໃສ່ ໃບພັດແຜ່ນນຶ່ງທີ່ຫາຍໄປ. ທ່ານໄດ້ກ່າວຕື່ມວ່າ ການກວດສອບເຄື່ອງຈັກ
ໃນເບື້ອງຕົ້ນ ສະແດງໃຫ້ເຫັນຫລັກຖານ ຂອງເຫຼັກທີ່ອ່ອນແອບ່ອນທີ່ໃບພັດໄດ້ແຍກ
ອອກ.