ບັນດາໂຮງສາຍຮູບເງົາ ໃນທົ່ວສະຫະລັດ ໄດ້ຂາຍປີ້ຈົນໝົດ
ໃນວັນພະຫັດວານນີ້ ຂະນະທີ່ພວກຜູ້ຊົມພາກັນໄປເບິ່ງຮູບເງົາ
ຕະຫລົກ The Interview ທີ່ເປັນບັນຫາໂຕ້ແຍ້ງ ຫຼັງຈາກ
ບໍລິສັດຮູບເງົາ Sony ໄດ້ພິຈາລະນາຄືນໃໝ່ ກ່ຽວກັບການ
ຕັດສິນໃຈຂອງຕົນ ທີ່ໄດ້ຖອນຮູບເງົາ ເລື້ອງນີ້.
ໂຮງສາຍຮູບເງົາເອກະຊົນ ຫຼາຍໆແຫ່ງ ກ່າວວ່າ ພວກເຂົາເຈົ້າ
ຈະນຳເອົາຮູບເງົາດັ່ງກ່າວອອກສາຍ ຫຼັງຈາກທີ່ເຄືອຂ່າຍໂຮງ
ສາຍຮູບເງົາໃຫຍ່ໆ ໄດ້ປະຕິເສດທີ່ຈະສາຍຮູບເງົາ ຍ້ອນຢ້ານ
ການຂົ່ມຂູ່ ທີ່ຈະກໍ່ຄວາມຮຸນແຮງຕ່າງໆນາໆນັ້ນ.
ບໍລິສັດ Sony ຍັງໄດ້ນຳຮູບເງົາດັ່ງກ່າວ ອອກສາຍທາງອິນເຕີແນັດຜ່ານຫຼາຍໆລະບົບ ທີ່ລວມທັງ YouTube, Google Play ແລະ Microsoft Xbox ໃຫ້ຜູ້ຄົນສາມາດເບິ່ງໄດ້.
ຮອງຜູ້ກຳກັບຮູບເງົາ ທ່ານ Evan Goldberg ແລະ ດາລາຜູ້ໜຶ່ງຂອງຮູບເງົາ ທ້າວ Seth
Rogen ໄດ້ອອກມາປາກົດໂຕໃນການເປີດສາຍຮອບເດີກ ໃນນະຄອນ Los Angeles
ແລະ ຜູ້ກ່ຽວໄດ້ຂອບອົກຂອບໃຈຕໍ່ບັນດາແຟນໆ ທີ່ໃຫ້ການສະໜັບສະໜຸນນັ້ນ. ບັນດາ
ຜູ້ໄປເບິ່ງຮູບເງົາ ກ່າວວ່າ ບໍ່ມີຜູ້ໃດ ມີສິດ ບອກພວກເຂົາເຈົ້າ ວ່າຮູບເງົາເລື້ອງໃດ ທີ່ພວກ
ເຂົາເຈົ້າສາມາດເບິ່ງໄດ້. ບັນດາຜູ້ຈັດການໂຮງສາຍຮູບເງົາກ່າວວ່າ ພວກເຂົາເຈົ້າເອົາ
ທ່າທີເພື່ອຢືນຢັດຕໍ່ສູ້ ໃນເລື່ອງສິດເສລີພາບ.
ຮູບເງົາ The Interview ເປັນເລືອງຕະຫລົກ ກ່ຽວກັບ ນັກຂ່າວ 2 ຄົນ ທີ່ຖືກເກນໂດຍ
ໜ່ວຍສືບລັບສະຫະລັດ ໃຫ້ຊ່ວຍໃນການລອບ ສັງຫານ ຜູ້ນຳເກົາຫຼີເໜືອ Kim Jong Un.
ເກົາຫຼີເໜືອ ໄດ້ປະນາມ ຮູບເງົາດັ່ງກ່າວວ່າ ເປັນການໝິ່ນປະໝາດ ຕໍ່ອະທິປະໄຕຂອງປະເທດຕົນ.
ພວກໂຈມຕີບໍ່ຊາບຝ່າຍ ລັກເຈາະຂໍ້ມູນຂອງບໍລິສັດ Sony ເມື່ອຕົ້ນເດືອນນີ້ ແລ້ວກໍຂະໂມຍ ເອົາຂໍ້ມູນຕ່າງໆ ທີ່ມີຄຸນຄ່າ ແລະ ທີ່ເປັນຄວາມລັບ ສຳຄັນໆໄປ.
ສະຫະລັດ ໄດ້ຖິ້ມໂທດໃສ່ເກົາຫຼີເໜືອ ສຳຫລັບການໂຈມຕີທາງອິນເຕີ ແນັດດັ່ງກ່າວ ຊຶ່ງເປັນການກ່າວຫາ ທີ່ພຽງຢາງໄດ້ປະຕິເສດ.
ໃນຂະນະດຽວກັນນັ້ນ ມີການໂຈມຕີທາງອິນເຕີແນັດອີກເທື່ອໜຶ່ງ ຕໍ່ບໍລິສັດ Sony ທີ່ໄດ້ກໍ່ໃຫ້ມີບັນຫາຕ່າງໆທົ່ວປະເທດ ໃນວັນພະຫັດວານນີ້.
ກຸ່ມໜຶ່ງທີ່ເອີ້ນຕົນເອງວ່າ ໜ່ວຍຈິໂກະ ຫຼື Lizard Squad ກ່າວວ່າ ຕົນໄດ້ເຈາະເຂົ້າໄປ
ໃນຄອມຜິວເຕີ ທີ່ຄວບຄຸມເຄື່ອງຫລິ້ນເກມ Playstation ຂອງບໍລິສັດ Sony ແລະ ເຄື່ອງ ຫລິ້ນເກມລະບົບສົ່ງວີດີໂອ Xbox Live ຂອງບໍລິສັດ Microsoft.
ພວກຄົນທີ່ໄດ້ຮັບເຄື່ອງຫລິ້ນເກມ ໃນລະບົບທັງສອງ ເພື່ອເປັນຂອງຂວັນໃນວັນຄຣິສມັສນັ້ນ ບໍ່ສາມາດຕິດຕໍ່ເຂົ້າໃນຕາໜ່າງເຄືອຂ່າຍ ເພື່ອຫລິ້ນເກມຕ່າງໆກັບບັນດາໝູ່ເພື່ອນ ທີ່ໃຊ້ລະບົບດັ່ງກ່າວນີ້ໄດ້.
ບໍລິສັດ Sony ແລະ Microsoft ບໍ່ໄດ້ໃຫ້ເຫດຜົນໃດໆ ກ່ຽວກັບເຄື່ອງຫລິ້ນທັງສອງໃຊ້
ບໍ່ໄດ້ນັ້ນ ແລະພຽງແຕ່ກ່າວວ່າ ພວກເຂົາເຈົ້າກຳລັງແກ້ໄຂບັນຫາດັ່ງກ່າວຢູ່.