ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວ​ຈີນ​ຄົນ​ນຶ່ງ ​ຖືກ​ຂ້າ​ຕາຍ ​ແລະ​ອີກ 3 ຄົນ ​ໄດ້​ຮັບ​ບາດ​ເຈັບ ​ໃນ​ການ​ໂຈມ​ຕີ ຢູ່ພາກເໜືອ ຂອງລາວ


ແຜນທີ່ ພາກເໜືອຂອງລາວ
ແຜນທີ່ ພາກເໜືອຂອງລາວ

ຊາວ​ຈີນ​ຄົນ​ນຶ່ງ​ຖືກ​ຂ້າ​ຕາຍ ​ແລະ​ອີກ 3 ຄົນ​ໄດ້​ຮັບ​ບາດ​ເຈັບ ​
ໃນ​ການ​ໂຈມ​ຕີ​ຂອງ ພວກ​ຫົວ​ຮຸນ​ແຮງທີ່​ບໍ່​ຊາ​ບຝ່າຍ​ຢູ່​ລາວ
​ໃນ​ເຂດ​ພູ​ຄູນ ​ແຂວງ​ຫຼວງ​ພະ​ບາງ​ ​ໃນອັນ​ທີ່​ປາກົດ​ວ່າ ເປັນ
​ການ​ໂຈມ​ຕີ ​ທີ່​ໄດ້​ຮັບ​ການ​ຢືນຢັນ ຄັ້ງທີ​ສອງ ຢູ່ໃນ​ປະ​ເທດ​
ດັ່ງກ່າວທີ່​ພົວພັນ​ກັບ​ຊາວ​ຈີນໃນ​ປີນີ້ອີງ​ຕາມ​ລາຍ​ງານຂ່າວ
​ຊິນ​ຫົວຂອງ​ທາງ​ການຈີນ.

ກົງສຸນ​ຈີນ​ທີ່​ນະຄອນຫຼວງພະ​ບາງ​ໃຫ້ການ​ຢືນຢັນ​ກ່ຽວກັບ​ການ​ໂຈມ​ຕີ​ທີ່​ເກີດ​ຂຶ້ນ​ໃນຕອນ​
ແລງ​ປະມານ 7 ​ໂມງ ຂອງ​ວັນ​ອັງຄານ​ຜ່ານ​ມາ ທີ່​ມີ​ຈຸດປະສົງ​ແນ​ໃສ່ຕູ​ບ​ແລະ​ຊັບ​ສິນ​ ຂອງ
​ບໍລິສັດ​ທີ່​ຈີນ​ລົງທຶນ.

ພວກ​ຄົນ​ງານຈີນ​ທີ່​ໄດ້​ຮັບ​ບາດ​ເຈັບ ​ໄດ້​ຖືກ​ສົ່ງ​ໄປ​ຮັບ​ການ​ປິ່ນປົວ​ທີ່​ໂຮງພະຍາບານ ​ແລະ​
ຫຼັງຈາກ​ນັ້ນກໍ​ມີ​ການ​ສົ່ງ​ກຳລັງ​ຮັກສາ​ຄວາມ​ສະຫງົບ​ ໄປ​ຍັງ​ບ່ອນ​ທີ່ເກີດ​ເຫດ.

ລາຍ​ງານ​ບໍ່​ໄດ້ໃຫ້​ລາຍ​ລະອຽດ​ກ່ຽວ​ກັບ​ການ​ໂຈມ​ຕີ ​ແລະ​ຍັງ​ບໍ່​ທັນ​ເປັນ​ທີ່​ຈະ​ແຈ້ງ​ເທື່ອ​ວ່າ
ພວກ​ຄົນ​ງານ​ຈີນ​ເຫຼົ່ານັ້ນ ​ແມ່ນ​ເປົ້າໝາຍໂດຍ​ເຈດ​ຕະນາຫຼືບໍ່.

ອົງການ​ຂ່າວ​ຊິນ​ຫົວກ່າວ​ວ່າ ມີ​ການ​ໂຈມ​ຕີ​ຢູ່​ອີກ​ບ່ອນ​ນຶ່ງ​ເກີດ​ຂຶ້ນ ປະມານ 8 ​ໂມງ​ແລງ
ຕາມ​ເວລາ​ທ້ອງ​ຖິ່ນ ຢູ່​ໃນ​ເຂດ​ດັ່ງກ່າວ​ທີ່​ແນ​ໃສ່​ລົດ​ໂດຍສານ ​ແຕ່​ວຽງຈັນ​ຫາ​ຜົ້ງສາລີ ​ເຮັດ
​ໃຫ້ 3 ຄົນ​ບາດ​ເຈັບ ​ແລະ ​ລົດ​ກະບະ ​ກໍ​ຖືກ​ໂຈມ​ຕີ ເຮັດ​ໃຫ້​ຢ່າງ​ນ້ອຍ 2 ຄົນ​ໄດ້​ຮັບ​ບາດເຈັບ.

​ໃນ​ທ້າຍ​ເດືອນ​ມັງກອນ​ຜ່ານ​ມາ ກໍ​ມີ​ຊາວ​ຈີນ​ສອງ​ຄົນ ເສຍ​ຊີວິດ ​ແລະ​ອີກ​ຄົນ​ນຶ່ງ​ໄດ້​ຮັບ​
ບາດ​ເຈັບ​ໃນ​ການ​ໂຈມ​ຕີ ​ທີ່​ສົງ​ໄສ​ວ່າ​ເປັນ​ລະ​ເບີດ​ຢູ່​ລາວ.

XS
SM
MD
LG