ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຕົ້ນໄມ້ ໜຶ່ງພັນລ້ານຕົ້ນ ໄດ້ຖືກປູກ ໃນແຂວງທາງພາກຕາເວັນ ຕົກສຽງເໜືອ ຂອງ ປາກິສຖານ


ທ່ານ Imran Khan ລົມກັບວິທະຍຸສຽງ ອາເມຣິກາ ທີ່ຫ້ອງການພັກ Bani Gala ຂອງທ່ານ, ນະຄອນຫຼວງ ອິສລາມາບັດ, ປາກິສຖານ. 10 ສິງຫາ, 2017.
ທ່ານ Imran Khan ລົມກັບວິທະຍຸສຽງ ອາເມຣິກາ ທີ່ຫ້ອງການພັກ Bani Gala ຂອງທ່ານ, ນະຄອນຫຼວງ ອິສລາມາບັດ, ປາກິສຖານ. 10 ສິງຫາ, 2017.

ແຂວງ Khyber Pakhtunkhaw ຫຼື KPK ທີ່ຕັ້ງຢູ່ພາກຕາເວັນຕົກສຽງເໜືອຂອງປະ
ເທດ ປາກິສຖານ ໄດ້ປູກຕົ້ນໄມ້ແບບບໍ່ເຄີຍມີມາກ່ອນເຖິງ 1 ພັນລ້ານຕົ້ນ ພາຍໃນພຽງ
ສອງປີ ແລະ ຫຼາຍກວ່າຄຳໝັ້ນສັນຍາຕໍ່ສາກົນໃນການຟື້ນຟູປ່າ 350,000 ເຮັກຕາ
ແລະ ທີ່ດິນທີ່ສູນເສຍຜົນຜະລິດໄປຈາກທຳມະຊາດ.

ຄວາມພະຍາຍາມຄັ້ງໃຫຍ່ນີ້ ໄດ້ເພັ່ງເລັງໃສ່ການປ່ຽນແປງ ກ່ຽວກັບ ການຊຸດໂຊມຂອງ
ທີ່ດິນ ແລະ ການສູນເສຍໃນເຂດພູສູງ, ເຊິ່ງແຕ່ກ່ອນ ແຂວງ KPK ເຄີຍເປັນເຂດປ່າຕຶບ
ໜາ, ຕັ້ງຢູ່ໃນສາຍພູ Hindu Kush.

ທ່ານ Imran Khan ຫົວໜ້າພັກ Tehreek-e-Insaf ປາກິສຖານ ທີ່ກຳລັງປົກຄອງ
ແຂວງຢູ່, ໄດ້ເປີດການໂຄສະນາປູກປ່າຄືນ, ເຊິ່ງຖືກຂະໜານນາມວ່າ “ຄື້ນ ຊູນາມິ ຕົ້ນ
ໄມ້ພັນລ້ານຕົ້ນ,”
ໃນປີ 2015.

ຮູບພາບຂອງຝັ່ງແມ່ນໍ້າ ກ່ອນ ແລະ ຫຼັງການໂຄສະນາຄົ້ນຊູນາມິ ຕົ້ນໄມ້ພັນລ້ານຕົ້ນ.
ຮູບພາບຂອງຝັ່ງແມ່ນໍ້າ ກ່ອນ ແລະ ຫຼັງການໂຄສະນາຄົ້ນຊູນາມິ ຕົ້ນໄມ້ພັນລ້ານຕົ້ນ.

ດາລານັກກິລາ Cricket ທີ່ໄດ້ກາຍເປັນນັກການເມືອງ ໄດ້ເປີດເຜີຍຕໍ່ວີໂອເອວ່າ ເປົ້າ
ໝາຍຂອງການເພີ່ມຕົ້ນໄມ້ໜຶ່ງພັນລ້ານຕົ້ນ ດ້ວຍການປູກ ແລະ ການຟື້ນຟູໂດຍທຳມະ
ຊາດ ແມ່ນໄດ້ບັນລຸຜົນສຳເລັດ ໃນເດືອນນີ້, ສຳເລັດກ່ອນເສັ້ນຕາຍ ທີ່ມີກຳນົດໃນເດືອນ
ທັນວາ 2017 ນີ້.

ທ່ານກ່າວວ່າ ພັກຂອງທ່ານ ມີແຜນທີ່ຈະຈັດງານພິເສດຂຶ້ນ ໃນນະຄອນຫຼວງ ອິສລາມາ
ບັດ ໃນທ້າຍເດືອນສິງຫານີ້ ເພື່ອສະເຫຼີມສະຫຼອງຜົນສຳເລັດຂອງໂຄງການ, ເຊິ່ງບັນດາ
ຜູ້ຊ່ຽວຊານ ພ້ອມກັບ ນັກການທູດຕ່າງປະເທດ ກໍຈະຖືກເຊື້ອເຊີນເຂົ້າຮ່ວມເຊັ່ນກັນ.

ທ່ານ Khan ກ່າວວ່າ “ພວກເຮົາຈະສະແດງໃຫ້ເຂົາເຈົ້າເຫັນ ໂດຍ ທີ່ຕັ້ງພູມສາດ, ເຈົ້າ
ສາມາດເປີດ Google Map ແລະ ເບິ່ງວ່າ ຕົ້ນໄມ້ພວກນີ້ ໄດ້ຖືກປູກຢູ່ໃສແດ່, ຕົ້ນໄມ້
ໜຶ່ງພັນລ້ານຕົ້ນ, ຕອນນີ້ມັນແມ່ນແບບຢ່າງໃຫ້ກັບທົ່ວປະເທດ ປາກິສຖານ.”

ປາກິສຖານ ແມ່ນຢູ່ໃນລາຍຊື່ອັນດັບທີ 7 ຂອງປະເທດທີ່ເບິ່ງຄືວ່າ ຈະໄດ້ຮັບຜົນກະທົບ
ຈາກພາວະໂລກຮ້ອນເປັນສ່ວນໃຫຍ່ ແລະ ມີອັດຕາການຕັດໄມ້ທຳລາຍປ່າສູງທີ່ສຸດໃນ
ທະວີບ ເອເຊຍ. ການຕັດຕົ້ນໄມ້ຫຼາຍທົດສະວັດ ໄດ້ຫຼຸດພື້ນທີ່ປ່າ ຂອງປະເທດລົງຕໍ່າ
ຫຼາຍກວ່າ 3 ເປີເຊັນ. ປະມານ 40 ເປີເຊັນຂອງປ່າ ທີ່ຍັງເຫຼືອຢູ່ ໃນແຂວງ KPK.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG