ປະທານາທິບໍດີ Barack Obama ໄດ້ສະຫລອງວັນແຮງງານ
ຊຶ່ງເປັນວັນພັກຢູ່ໃນສະຫະລັດ ໃນວັນຈັນວານນີ້ ໂດຍສັ່ງໃຫ້
ບັນດາບໍລິສັດສັນຍາຈ້າງຂອງລັດຖະບານກາງ ສະໜອງການ
ຈ່າຍເງິນໃນເວລາເຈັບປ່ວຍໃຫ້ແກ່ພວກພະນັກງານ ຈຳນວນ
300,000 ຄົນ.
ປະທານາທິບໍດີ Obama ກ່າວຕໍ່ການໂຮມຊຸມນຸມຂອງພວກ
ຄົນງານກຳມະບານໃນນະຄອນ Boston ວ່າ ທີ່ທ່ານໄດ້ເຊັນ
ດຳລັດ ຂອງຝ່າຍບໍລິຫານສະບັບນຶ່ງ ເພາະວ່າ ພັກຣີພັບບລິ
ກັນໄດ້ທຳການໂຈມຕີຢູ່ຕະຫລອດເວລາຕໍ່ພວກແຮງງານອາ
ເມຣິກັນ.
ປະທານາທິບໍດີ Obama ກ່າວວ່າ ສະຫະລັດ ເປັນປະເທດດຽວ ທີ່ກ້າວໜ້າທາງດ້ານເສດຖະກິດ ບໍ່ໃຫ້ການຄໍ້າປະກັນໃນຈ່າຍເງິນເວລາລາພັກຍ້ອນເຈັບປ່ວຍ ຫລືຈ່າຍເງິນໃຫ້
ໃນເວລາພັກອອກລູກ. ບັນດາພະນັກງານສະຫະລັດ ຫລາຍໆຄົນໄດ້ຮັບຜົນປະໂຫຍດ
ດັ່ງກ່າວ. ແຕ່ວ່າປະມານ 44 ລ້ານຄົນ ທີ່ເປັນພະນັກ ງານບໍລິສັດເອກກະຊົນ ຊຶ່ງຫລາຍໆ
ຄົນເປັນພະນັກງານທີ່ມີລາຍໄດ້ຕໍ່າ ບໍ່ໄດ້ຮັບຜົນປະໂຫຍດດັ່ງກ່າວ.
ການຈ່າຍເງິນໃນເວລາລາພັກເຈັບປ່ວຍ ຈະເຮັດໃຫ້ເຂົາເຈົ້າສາມາດປິ່ນປົວເຂົາເຈົ້າເອງ
ຫລືບັນດາສະມາຊິກໃນຄອບຄົວທີ່ເຈັບປ່ວຍໄດ້. ດຳລັດ ປະທານາທິບໍດີ ໄດ້ອະນຸຍາດ
ໃຫ້ບັນດາບໍລິສັດສັນຍາຈ້າງ ຂອງລັດຖະບານກາງ ອະນຸຍາດໃຫ້ບັນດາພະນັກງານເຂົາ
ເຈົ້າ ສາມາດລາພັກຍ້ອນການເຈັບປ່ວຍ ແບບໄດ້ຮັບເງິນເຖິງ 7 ມື້ຕໍ່ປີ ເລີ້ມແຕ່ປີ 2017 ເປັນຕົ້ນໄປ.
ປະທານາທິບໍດີ Obama ໄດ້ທຳການຮຽກຮ້ອງອີກຄັ້ງນຶ່ງ ໃຫ້ລັດຖະສະພາຮັບຜ່ານກົດ
ໝາຍທີ່ບັງຄັບໃຫ້ບັນດານາຍຈ້າງ ທີ່ມີຄົນງານ 15 ຄົນຫລືຫລາຍກວ່າ ນັ້ນ ຈ່າຍເງິນຄ່າ
ລາພັກຍ້ອນການເຈັບປ່ວຍ ເຈັດມື້ຕໍ່ປີ.
ແຕ່ເຈົ້າຂອງທຸລະກິດຂະໜາດນ້ອຍຈຳນວນນຶ່ງ ກ່າວວ່າ ໃນຂະນະທີ່ຄວາມຕັ້ງໃຈຂອງ
ປະທານາທິບໍດີ ມີຄວາມຖືກຕ້ອງ ແຕ່ເຂົາເຈົ້າບໍ່ສາມາດຈ່າຍເງິນໃຫ້ແກ່ບັນດາຄົນທີ່ບໍ່
ສາມາດເຮັດວຽກໄດ້.
ນອກນັ້ນ ໃນວັນພັກແຮງງານໃນວັນຈັນວານນີ້ ຮອງປະທານາມິບໍດີ ທ່ານ Joe Biden
ໄດ້ກ່າວຕໍ່ການໂຮມຊຸມນຸມຂອງສະຫະພັນກຳມະບານຫລໍ່ເຫລັກທີ່ເມືອງ Pittsburgh
ວ່າ ລັດຖະສະພາຕ້ອງຫລຸດຜ່ອນ ການມີລາຍໄດ້ທີ່ບໍ່ເທົ່າທ່ຽມກັນ ໂດຍປ່ຽນແປງ ກົດ
ລະບຽບເສຍພາສີຂອງສະຫະລັດ ທີ່ທ່ານກ່າວວ່າ ເປັນຜົນດີສຳລັບຜູ້ຮັ່ງມີ.