ຄວາມຄາດຫວັງກໍາລັງເພີ້ມສູງຂຶ້ນໃນ ຣັດເຊຍ ສໍາລັບກອງປະຊຸມສຸດຍອດລະຫວ່າງປະທານາທິບໍດີສະຫະລັດ ທ່ານ ດໍໂນລ ທຣໍາ ແລະ ທ່ານ ວະລາດີເມຍ ປູຕິນ, ເຊິ່ງຕອນນີ້ຍັງບໍ່ມີຕາຕະລາງອອກມາເທື່ອ. ຢູ່ຕາມຖະໜົນ ຫົນທາງຂອງນະຄອນຫຼວງມົສກູ, ປະຊາຊົນຊາວຣັດເຊຍຫຼາຍຄົນ ມີຄວາມຍິນ ດີໃນສິ່ງທີ່ເຂົາເຈົ້າເຫັນວ່າ ເປັນການພັດທະນາຄວາມສຳພັນກັບວໍຊິງຕັນ, ແລະ ສິ່ງທີ່ປະຊາຊົນສ່ວນນຶ່ງຫວັງວ່າ ນີ້ແມ່ນຈຸດເລີ້ມຕົ້ນຂອງການສິ້ນສຸດການໂດດ ດ່ຽວຂອງປະເທດພວກເຂົາເຈົ້າຈາກຝ່າຍຕາເວັນຕົກ.
ການນຳຂອງຣັດເຊຍ ໄດ້ສະແດງຄວາມໄວ້ອາໄລຕໍ່ຜູ້ເສຍຊີວິດ ໃນສົງຄາມເຕັມຮູບແບບເປັນເວລາ 3 ປີຢູ່ໃນ ຢູເຄຣນ.
ປັດຈຸບັນ, ສົງຄາມກໍາລັງກ້າວເຂົ້າສູ່ປີທີ່ 4, ເຊິ່ງ ຣັດເຊຍ ຍັງຄົງຮ້ອງວ່າ ນີ້ແມ່ນ “ການປະຕິບັດງານພິເສດທາງທະຫານ,” ແລະໄດ້ຈັດກິດຈະກໍາຕ່າງໆ ຢ່າງຫຼວງຫຼາຍ ລວມທັງການວາງສະແດງຮູບພາບຂອງຜູ້ທີ່ເສຍຊີວິດ.
ແຕ່ມັນແມ່ນຄວາມຄາດຫວັງຂອງການພົບປະແບບໜ້າຕໍ່ໜ້າລະຫວ່າງ ທ່ານ ທຣໍາ ແລະ ທ່ານ ປູຕິນ ທີ່ກໍາລັງຄອບງຳຢູ່ໃນການສົນທະນາຕາມຖະໜົນຂອງນະຄອນຫຼວງມົສກູ.
ທ່ານ ແມັກຊິມ ອີລີອີນອບວ໌ (Maxim Ilyinov) ເປັນນຶ່ງໃນບັນດານັກສິລະ ປິນທີ່ເຂົ້າຮ່ວມໃນງານວາງສະແດງຮູບພາບເພື່ອການລະລຶກເຖິງ. ລາວເຫັນວ່າ ວິທີການຂອງ ທ່ານ ທຣໍາ ເປັນແນວທາງທີ່ຄິດເຫັນຜົນປະໂຫຍດຂອງສັງຄົມ, ແລະເປັນສິ່ງທີ່ດີ.
ທ່ານ ແມັກຊິມ ອີລີອີນອບວ໌, ນັກສີລະປິນຊາວຣັດເຊຍ ກ່າວວ່າ:
"ທ່ານ ທຣໍາ ເວົ້າສະເໝີວ່າ, 'ມາເຮັດຂໍ້ຕົກລົງນໍາກັນເນາະ.' ມັນເປັນສະຖາ ນະທາງທຸລະກິດ. ແລະຜູ້ທີ່ເຮັດຂໍ້ຕົກລົງດັ່ງກ່າວນີ້ ຈະບໍ່ສູນເສຍຂໍ້ໄດ້ປຽບ, ແຕ່ພວກເຂົາຈະພະຍາຍາມຫາຜົນປະໂຫຍດມາຄອບຄອງ. ຄົນນຶ່ງ ສາມາດ ເຈລະຈາກັບລາວໄດ້, ເພາະວ່າ ລາວຕ້ອງການເງິນ, ບໍ່ແມ່ນລູກປືນ.”
ຄວາມສໍາພັນລະຫວ່າງ ມົສກູ ແລະ ວໍຊິງຕັນ ແມ່ນຕົກຢູ່ໃນຈຸດຕ່ຳສຸດ ຍ້ອນການສະໜັບສະໜູນທາງການເມືອງ ແລະ ການທະຫານຂອງປະທານາທິບໍດີສະຫະລັດ ທ່ານ ໂຈ ໄບເດັນ ສຳລັບ ຢູເຄຣນ.
ຄຳສັນຍາຂອງ ທ່ານ ທຣໍາ ທີ່ຈະຍຸຕິສົງຄາມ ແລະການເຊື້ອເຊີນ ຣັດເຊຍ, ເຊິ່ງບໍ່ແມ່ນ ຢູເຄຣນ, ໃນການເຈລະຈາສັນຕິພາບທີ່ຜ່ານມານັ້ນ ໄດ້ຜັກດັນໃຫ້ມີຄວາມກະຕືລືລົ້ນຢູ່ນະທີ່ນີ້ ເພື່ອການປັບປຸງຄືນໃໝ່.
ແຕ່ຄວາມກະຕືລືລົ້ນນັ້ນ ໄດ້ຫຼຸດໜ້ອຍລົງ ເນື່ອງຈາກສຽງຮຽກຮ້ອງຈໍານວນນຶ່ງ ໃຫ້ຫຼຸດຄວາມຄາດຫວັງລົງ.
ທ່ານ ອາເລັກເຊ ໂກຣມີໂຄ (Alexey Gromyko), ຜູ້ອໍານວຍການຢູ່ທີ່ສະຖາ ບັນຢູໂຣບ ໂຮງຮຽນວິທະຍາສາດ ແຫ່ງ ຣັດເຊຍ, ທ່ານກ່າວຢູ່ໃນກອງປະຊຸມ ທີ່ໄດ້ຮັບການເຜີຍແຜ່ໂດຍອົງການຂ່າວ ເຣຍ ໂນໂວສຕີ (Ria Novosti) ຂອງຣັດເຊຍ.
ທ່ານ ອາເລັກເຊ ໂກຣມີໂຄ, ຈາກສະຖາບັນຢູໂຣບ ໂຮງຮຽນວິທະຍາສາດ ແຫ່ງ ຣັດເຊຍ ກ່າວວ່າ:
"ພວກເຮົາຈື່ຈໍາການເປັນປະທານາທິບໍດີຄັ້ງທໍາອິດຂອງ ທ່ານ ທຣໍາ ໃນເວລາ ທີ່... ໂດຍທົ່ວໄປແລ້ວ, ເມື່ອການລົງໂທດຄັ້ງໃຫຍ່ ໄດ້ເລີ້ມໃຊ້ຕໍ່ປະເທດຂອງ ພວກເຮົາແບບບໍ່ເຄີຍມີມາກ່ອນ, ເລີ້ມການສະໜອງອາວຸດໃຫ້ແກ່ ຢູເຄຣນ ຫຼາຍຂຶ້ນ. ມີການທະທໍາຫຼາຍຢ່າງ ເພື່ອເຮັດໃຫ້ສະຖານະການໃນວິກິດການ ຕ່າງໆຂອງຊາວ ຢູເຄຣນ ແລະການພົວພັນລະຫວ່າງ ມົສກູ ແລະ ວໍຊິງຕັນ ໃນເວລານັ້ນ ຮ້າຍແຮງຂຶ້ນ.”
ປະຊາຊົນຊາວຣັດເຊຍທີ່ຕໍ່ຕ້ານການຮຸກຮານ ຢູເຄຣນ ຈາກປະເທດຕົນ ຖືກສັ່ງ ໃຫ້ມິດງຽບຢູ່ໃນ ຣັດເຊຍ ຫລືບໍ່ດັ່ງນັ້ນ ຈະຖືກບັງຄັບໃຫ້ເນລະເທດ. ພວກເຂົາ ເຈົ້າເຫັນວ່າ ການເຈລະຈາທີ່ສະເໜີໂດຍ ທ່ານ ທຣໍາ ເປັນໄຊຊະນະທາງການ ເມືອງ ແລະການທະຫານຢ່າງແທ້ຈິງສໍາລັບ ປູຕິນ.
ທ່ານ ແອນທັນ ບາບາຊິນ (Anton Barbashin), ຜູ້ອໍານວຍການບັນນາທິ ການຂອງອົງການ ຣິດໂດລ ຣັດເຊຍ (Riddle Russia), ທີ່ມີສໍານັກງານໃນ ເຢຍຣະມັນ ທີ່ໄດ້ຮວບຮວມເອົາກຸ່ມຄົນທີ່ຕໍ່ຕ້ານ ທ່ານ ປູຕິນ ເຊິ່ງອາໄສຢູ່ ຕ່າງປະເທດເນື່ອງຈາກການພັດຖິ່ນ.
ທ່ານ ແອນທັນ ບາບາຊິນ, ບັນນາທິການຂອງ ຣິດໂດລ ຣັດເຊຍ ກ່າວຜ່ານ Zoom ວ່າ:
“ຣັດເຊຍ ຢາກມີການພົວພັນຮ່ວມມືກັບ ສະຫະລັດ ຢ່າງແທ້ຈິງ, ເຊິ່ງຕ້ອງພິ ຈາລະນາເຖິງຜົນປະໂຫຍດຂອງ ຣັດເຊຍ ຢູ່ໃນ ຢູເຄຣນ ອີກດ້ວຍ. ຄວາມ ຈິງກໍຄື ນີ້ແມ່ນແຜນການທີ່ທະເຍີທະຍານທີ່ສຸດຂອງ ທ່ານ ປູຕິນ, ເຊິ່ງບໍ່ ແຕກຕ່າງຈາກການຍອມຈໍານົນຕໍ່ ຢູເຄຣນ.”
ຢູ່ຕາມຖະໜົນຫົນທາງຂອງນະຄອນຫຼວງມົສກູ, ຄວາມຄິດເຫັນທົ່ວໄປແມ່ນ ທ່ານ ທຣໍາ, ປະຕູໄດ້ເປີດຂຶ້ນແລ້ວ ເຊິ່ງເປັນໄປບໍ່ໄດ້ພາຍໃຕ້ລັດຖະບານຂອງ ທ່ານ ໄບເດັນ.
ຍານາງ ອາລິຊາ (Alisa), ປະຊາຊົນທີ່ອາໄສຢູ່ໃນນະຄອນຫຼວງມົສກູ ກ່າວວ່າ:
“ທ່ານ ທຣໍາ ເປັນຄົນທີ່ມີເຫດຜົນຫຼາຍກວ່າ, ໃນທາງປະຕິບັດແລ້ວ ມີເຫດຜົນ ທີ່ຫຼາຍກວ່າ, ແລະຜູ້ຕິດຕາມຂອງລາວ ທ່ານ ອີລອນ ມັສຄ໌, ແລະພວກເຂົາ ເຈົ້າທັງໝົດ, ເປັນຄົນທີ່ສະຫຼາດ.”
ທ່ານ ເຊີເກ (Sergey), ປະຊາຊົນທີ່ອາໄສຢູ່ໃນນະຄອນຫຼວງມົສກູ ກ່າວວ່າ:
“ບໍ່ມີບ່ອນຫວ່າງສໍາລັບການເຈລະຈາກັບ ທ່ານ ໄບເດັນ. ລາວເປັນຜູ້ທີ່ປິດບັງ ຄວາມຈິງ ແລະມີຜົນປະໂຫຍດສ່ວນຕົວໃຫ້ແກ່ ຢູເຄຣນ.”
ທ່ານ ດມິທຣີ (Dmitri), ປະຊາຊົນທີ່ອາໄສຢູ່ໃນນະຄອນຫຼວງມົສກູ ກ່າວວ່າ:
“ໂດຍທົ່ວໄປແລ້ວ, ເວົ້າຄວາມຊື່, ຂ້ອຍບໍ່ສົນໃຈ. ພວກເຮົາຈະຊະນະ. ຂ້ອຍບໍ່ ສົນໃຈນໍາອາເມຣິກາ ແລະຂ້ອຍກໍບໍ່ສົນໃຈນໍາຢູໂຣບ.”
ປະຊາຊົນຊາວຣັດເຊຍຫຼາຍຄົນກ່າວວ່າ ພວກເຂົາຕ້ອງການທີ່ຈະເຫັນສົງຄາມ ໃນ ຢູເຄຣນ ສິ້ນສຸດລົງ, ແລະພວກເຂົາເຈົ້າເຫັນວ່າ ຂໍ້ສະເໜີຂອງ ທ່ານ ທຣໍາ ເປັນຊ່ອງທາງໄປສູ່ຂໍ້ຕົກລົງສັນຕິພາບທີ່ພວກເຂົາເຈົ້າຫວັງວ່າ ຈະບໍ່ສິ້ນ ສຸດພຽງສົງຄາມເທົ່ານັ້ນ ແຕ່ຍັງລວມເຖິງການສິ້ນສຸດລົງຂອງການລົງໂທດ ແລະການໂດດດ່ຽວຕໍ່ ຣັດເຊຍ ນໍາອີກດ້ວຍ.
ອ່ານບົດລາຍງານດ້ານລຸ່ມນີ້ເປັນພາສາອັງກິດ
Anticipation is growing in Russia for a summit - yet to be scheduled - between U.S. President Donald Trump and Vladimir Putin. On the streets of Moscow, many Russians welcome what they see as a thaw in relations with Washington, and what some hope is the beginning of the end of their country's isolation from the West. Jonathan Spier narrates this report.
The Russian leadership pays tribute to those who have died in these three years of full-scale war in Ukraine.
Now entering its fourth year, Russia still calls it a "Special Military Operation," and they're marking it with events including an exhibit of portraits of the fallen.
But it's the anticipation of a face-to-face meeting between Trump and Putin that's dominating the conversation on the streets of Moscow.
Maxim Ilyinov is among the artists taking part in a memorial portrait exhibit. He sees Trump's approach as transactional, and a positive thing.
Maxim Ilyinov, Russian Artist
“Trump always says, 'let's make a deal.' It's a business position. And those who make deals do not waste advantages, but they seek to acquire. One can negotiate with him, because he wants money, not bullets. “
Relations between Moscow and Washington hit a low point due to then-President Joe Biden's political and military support for Ukraine.
Trump's promises to end the war and invitation to Russia – but not Ukraine – at peace negotiations has sparked enthusiasm here for a reset.
But that enthusiasm is tempered by some voices calling for lowered expectations.
Alexey Gromyko directs the Institute of Europe at the Russian Academy of Science. He spoke at a conference hosted by the Russian state news agency Ria Novosti.
Alexey Gromyko, Institute of Europe, Russian Academy of Sciences
“We remember Trump's first presidency when, in general, massive sanctions began to be imposed against our country as never before, increased arms supplies to Ukraine began. Much was done to worsen the situation around the Ukrainian crisis and in relations between Moscow and Washington at that time. “
Russians who oppose their country's invasion of Ukraine have been silenced in Russia or forced into exile. They see Trump's proposed negotiations as a de facto political and military victory for Putin.
Anton Barbashin is Editorial Director at Riddle Russia, an
organization based in Germany that brings together a diverse group of Putin opponents living in exile.
Anton Barbashin, Riddle Russia
“Russia would really like to have working relations with the United States, provided that Russian interests will be taken into account in Ukraine. This is, in fact, Putin's rather ambitious plan, which is no different from the capitulation of Ukraine."
On the streets of Moscow, the general opinion is that with Trump, a door has opened that was impossible under Biden.
Alisa, Moscow Resident
“Trump is a more reasonable person, more reasonable, pragmatic. And his entourage, and Elon Musk, and all of them, they are smart people. “
Sergey, Moscow Resident
“There was no room for negotiation with Biden. He hid the truth and had personal interests in Ukraine.”
Dmitri, Moscow Resident
“In general, to be honest, I don't care. We will win. I don't care about America; I don't care about Europe. “
Many Russians say they want to see an end to the war in Ukraine, and they see Trump's overtures as the channel to a peace agreement they hope will end not only the war but also sanctions - and Russia's isolation.
ຟໍຣັມສະແດງຄວາມຄິດເຫັນ