ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໓ ມີນາ ໒໐໒໓

ໃນວັນເອກກະລາດ ປ. ໂອບາມາ ກ່າວວ່າ ຈະຕ້ອງຈົດ​ຈຳ​​ ແມ່ນ​ຫຍັງ​ ຄືສິ່ງ​​ອັດສະຈັນ ຂອງ​ປະ​ເທດ​ນີ້​


ປະທານາທິບໍດີ ສະຫະລັດ ທ່ານ Barack Obama ກ່າວຢູ່ລະ ຫວ່າງກາງ ນາງ Janelle Monae (ຂວາ) ແລະ ທ້າວ Kendrick Lamar ລະຫວ່າງການສະຫລອງວັນຊາດ.

ປະທານາທິບໍດີ ສະຫະລັດ ທ່ານ Barack Obama ກ່າວ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ​ເຖິງ​ແມ່ນ​ວ່າ ​ໃນ​ຂະນະ​ທີ່​ມີ​ການສ​ະຫລອງ​ບຸນວັນເອກ​ກະລາດ​ຂອງ​ປະ​ເທດ​ຢູ່​ນີ້ ພ້ອມ​ດ້ວຍການ​ກິນ hot dogs ​ແລະ​ຈູດ​ບັ້ງ​ໄຟ​ດອກ “ມັນ​ເປັນ​ສິ່ງ​ສຳຄັນ​ທີ່ຈະ​ຈົດ​ຈຳ​ວ່າ​ແມ່ນ​ຫຍັງ​ຄືສິ່ງ​ທີ່​ອັດສະຈັນຂອງ​ປະ​ເທດ​ນີ້​.”

ທ່ານ​ກ່າວ​ຢູ່ໃນພິທີ​ທີ່​ທຳນຽບຂາວ ພ້ອມ​ດ້ວຍ​ການ​ສະ​ແດງໂດຍ Janelle Monae ​ແລະ Kendrick Lamar ​ເພື່ອ​ໃຫ້​ກຽດ​ແກ່​ວັນຊາດ​ຂອງ​ປະ​ເທ​ດ.

ປະທານາທິບໍດີ Obama ກ່າວ​ວ່າ “ມັນ​ໂຊກ​ດີ​ທີ່​ບໍ່​ໜ້າ​ເຊື່ອທີ່​ພວກ​ເຮົາ​ເປັນ​ຄົນພວກ​ນັ້ນ ຫລາຍ​ຊົ່ວ​ຄົນ​ທີ່​ຜ່ານ​ມາ ພວກ​ເຮົາ​ເຕັມ​ໃຈ​ພາກັນ​ຈັບ​ອາວຸດ ​ແລະ​ລຸກຂຶ້ນຕໍ່​ສູ້​ເອົາ​ອິດ​ສະ ລະ​ພາບ​ຂອງ​ພວກ​ເຮົາ. ​ແລະຕໍ່​ຈາກ​ນັ້ນ​ຜູ້ຄົນ​ ຢູ່​ໃນ​ປະເ​ທດນີ້ເຂົ້າໃຈ​ວ່າ ​ຍັງ​ບໍ່​ມີ​ຄວາມ​ສົມ ບູນ​ແບບ​ຢູ່​ໃນ​ສະຫະພັນ​ຂອງ​ພວກ​ເ​ຮົາ ​ແລະ​ຍັງ​ເຕັມ ໃຈ​ທີ່​ຈະດຳ​ເນີ​ນ​ຕໍ່ສູ້ຢູ່​ຕໍ່​ມາ ​ເພື່ອຂະ
ຫຍາຍອິດ​ສະລະ​ພາບໃຫ້ແກ່​ທຸກໆ​ຄົນ ​ແລະ​ບໍ່​ແມ່ນ​ແຕ່ພຽງ​ກຸ່ມ​ໃດ​ກຸ່ມ​ນຶ່ງ.”

ຝົນຕົກ​ໄດ້​ບັງຄັບ​ໃຫ້​ປິກ​ນິກທີ່ໃຫຍ່​ໂຕກັບ​ບັ​ນດາ​ສະມາຊິກ​ທະຫານ ​ແລະ​ຄອບຄົວ ​ໄດ້​ຖືກ​ຍົກ​ເລີກ​ເປັນ​ປີ​ທີສອງ​ຕິດ​ຕໍ່​ກັນ. ການ​ຈູດ​ບັ້ງ​ໄຟ​ດອກ​ທີ່​ສຳ​ຄັນ​ຂອງ​ ນະຄອນຫລວງວໍຊິງ​ຕັນ ​ໄດ້​ດຳ​ເນີນ​ໄປ​ຕາມ​ກຳນົດ ​ແຕ່​ເປັນ​ທີ່​ລຳບາກ​ທີ່ເຫັນ​ໄດ້ຈາກບັນດາຜູ້​ຄົນ​ທີ່​ພາກັນ​ເບິ່ງ​ຢູ່​ສະໜາມ​ຫລວງ​ແຫ່ງ​ຊາດ.

ປະທານາທິບໍດີ Obama ຜູ້​ທີ່​ຈະ​ໝົດ​ສະໄໝ​ການ​ດຳລົງ​ຕຳ​ແໜ່​ງໃນ​ເດືອນ​ມັງ ກອນ​ປີໜ້າ ກ່າວ​ວ່າ ຍັງ​ມີ​ຄວາມ​ຕ້ອງການ​ທີ່​ຈະ​ເຮັດ​ຄວາມ​ໝັ້ນ​ໝາຍ​ຄືນ​ໃໝ່ ​ເພື່ອ​ໃຫ້​ເປັນ​ທີ່​ແນ່ນອນ​ວ່າ​ຢູ່​ໃນ​ສະຫະລັດ ມີ​ໂອກາດ ​ແລະ “​ໄດ້​ຮັບ​ຄວາມ​ທ່ຽງ​ທຳ.” ທ່ານ​ກ່າວ​ວ່າ​ປະ​ເທດ​ຕ້ອງ​ໄດ້​ເບິ່ງ​ແຍງ​ທະຫານ​ຜ່ານ​ເສິກ ​ແລະ​ຄໍ້​າປະກັນ​ວ່າ ​ເດັກນ້ອຍ​ທຸກໆ​ຄົນ​ໄດ້​ຮັບ​ການ​ສຶກສາ​ຢ່າງດີ.

ທ່ານ​ກ່າວ​ວ່າ “ນີ້ແມ່ນ​ສິ່ງ​ທີ່​ພວກ​ເຮົາ​ສົມຄວນສູ້​ຊົນ​ສະ​ແຫວ​ງຫາ​ຢູ່​ໃນ​ວັນເອກ​ກະລາດ.”

ປະທານາທິບໍດີ ​ໄດ້ມ້ວນທ້າຍ​ຄຳ​ຖະ​ແຫລ​ງຂອງ​ທ່ານ​ໂດຍ​ນຳພາທຸກໆ​ຄົນ​ເຂົ້າ​ໄປ​ໃນ​ຫ້ອງ ​ແລ້ວຮ້ອງ​ເພງ “Happy Birthday” ​ແກ່​ລູກ​ສາວ​ຂອງ​ທ່ານ ນາງ Malia ຜູ້​ມີ​ອາຍຸ​ໄດ້ 18 ປີ ​ໃນ​ວັນ​ຈັນ​ວານ​ນີ້.

ອ່ານຂ່າວນີເພີ້ມເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG