ພວກມີສິດປ່ອນບັດໃນອັງກິດ ໄດ້ພາກັນອອກມາລົງຄະແນນສຽງໃນວັນພະຫັດມື້ນີ້ ສຳຫຼັບສະພາຕ່ຳ ທີ່ີເອີ້ນວ່າ House of Commons ຊຶ່ງເປັນການລົງຄະແນນສຽງ
ຮີບດ່ວນ ທີ່ນາຍົກລັດຖະມົນຕີ ທ່ານນາງ Theresa May ໄດ້ຮ້ອງຂໍໄປ ໃນເດືອນ
ເມສາເພື່ອໃຫ້ມີຄວາມສາມັກຄິກັນ ກ່ອນໜ້າການເຈລະຈາ ຖອນອັງກິດອອກຈາກ
ສະຫະພັນຢູໂຣບ ຫຼື EU ນັ້ນ.
ຜົນສະຫຼຸບຂອງພວກມີສິດປ່ອນບັດ ສຳຫຼັບ 650 ທີ່ນັ່ງ ແມ່ນຄາດວ່າຈະເສັດສິ້ນລົງ
ໃນເຊົ້າຂອງວັນສຸກ ມື້ອື່ນນີ້.
ຕອນທີ່ ທ່ານນາງ May ຮຽກຮ້ອງໃຫ້ມີການເລືອກຕັ້ງນັ້ນ, ພັກນິຍົມແນວທາງເດີມ
ຂອງທ່ານນາງ ໄດ້ເປັນຝ່າຍນຳໜ້າ ໃນການຢັ່ງຫາງສຽງຂອງປະຊາຊົນ ພ້ອມດຽວ
ການມີສຽງສ່ວນຫຼາຍໜ້ອຍນຶ່ງໃນສະພາ. ການສະໜັບສະໜຸນຍັງຫຼ່ອຍຫຼໍ ໃນອະດີດ
ໃນຮອບສອງສາມເດືອນ, ແຕ່ ການຢັ່ງຫາງສຽງ ກ່ອນການເລືອກຕັ້ງ ໃນວັນອັງຄານ
ຜ່ານມານີ້ ຍັງສະແດງໃຫ້ເຫັນວ່າພັກດັ່ງກ່າວຍັງນຳໜ້າພັກຝ່າຍຄ້ານທີ່ສຳຄັນ ຄືພັກ
ແຮງງານນັ້ນຢູ່.
ບັນຫາຂອງການຮັກສາຄວາມປອດໄພ ແມ່ນເລື່ອງໃຫຍ່ ໃນຫຼາຍໆສັບປະດາ
ກ່ອນການເລືອກຕັ້ງ ຫຼັງຈາກການໂຈມຕີໃນນະຄອນລອນດອນ ແລະ Manchester
ທີ່ຍັງຜົນໃຫ້ມີ 30 ຄົນ ເສີຍຊີວິດນັ້ນ.
ອ່ານຂ່າວນີ້ເພີ້ມຕື່ມເປັນພາສາອັງກິດ
ເຊີນຊົມ: ການກໍ່ການຮ້າຍ, ການຖອນອັງກິດອອກຈາກສະຫະພາບຢູໂຣບ ແມ່ນເປັນຫົວຂໍ້ໃຫຍ່ ໃນການເລືອກຕັ້ງ