ຫຼັງຈາກປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ໄດ້ຖອນຕົວອອກຈາກ ການລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີອີກນຶ່ງສະໄໝ, ວັງເຄຣັມລິນ ກ່າວວ່າສຳລັບ ຣັດເຊຍ ສິ່ງທີ່ສຳຄັນທີ່ສຸດກໍແມ່ນບັນລຸເປົ້າໝາຍຂອງເຂົາເຈົ້າ ໃນສົງຄາມ ຢູເຄຣນ ບໍ່ແມ່ນ ການເມືອງ ສະຫະລັດ ເຊິ່ງ ມົສກູ ກ່າວວ່າມັນ ອາດມີການປ່ຽນແປງຫຼາຍຢ່າງໃນບໍ່ເທົ່າໃດເດືອນຈະມາເຖິງນີ້.
ທ່ານ ໄບເດັນ ໄດ້ຖອນຕົວອອກຈາກການແຂ່ງຂັນເອົາຕຳແໜ່ງອີກສະໄໝໃນ ວັນອາທິດວານນີ້ ພາຍໃຕ້ຄວາມກົດດັນຈາກເພື່ອນຮ່ວມພັກເດໂມແຄຣັດຂອງ ທ່ານ ແລະ ໄດ້ຮັບຮອງ ຮອງປະທານາທິບໍດີ ຄາມາລາ ແຮຣິສ ເປັນຜູ້ລົງ ແຂ່ງຂັນຂອງພັກເພື່ອປະເຊີນໜ້າກັບທ່ານ ດໍໂນລ ທຣຳ ສັງກັດພັກ ຣີພັບບລີກັນໃນການເລືອກຕັ້ງເດືອນພະຈິກນີ້. ໂຄສົກວັງ ເຄຣັມລິນ ທ່ານ ດິມິໂຕຣ ເປັສກອຟ ໄດ້ກ່າວຕໍ່ອົງການຂ່າວ SHOT ວ່າ “ການເລືອກຕັ້ງຍັງ ເຫຼືອອີກສີ່ເດືອນ, ແລະ ນັ້ນແມ່ນໄລຍະເວລາທີ່ດົນເຊິ່ງມັນອາດມີການປ່ຽນ ແປງຫຼາຍຢ່າງ.”
ທ່ານ ເປັສກອຟ, ໄດ້ກ່າວໂດຍໃຊ້ຄຳເວົ້າສຳລັບສົງຄາມ ຢູເຄຣນ ທີ່ປະທານາ ທິບໍດີ ວລາດິເມຍ ປູຕິນ ເລືອກໃຊ້ນັ້ນວ່າ “ພວກເຮົາຕ້ອງອົດທົນ ແລະ ຕິດຕາມສິ່ງທີ່ຈະເກີດຂຶ້ນຢ່າງລະມັດລະວັງ. ບູລິມະສິດສູງສຸດສຳລັບພວກເຮົາ ແມ່ນການປະຕິບັດການທະຫານພິເສດ.”
ທ່ານ ປູຕິນ ໄດ້ກ່າວຫຼາຍຄັ້ງວ່າ ທ່ານຮູ້ສຶກວ່າທ່ານ ໄບເດັນ ແມ່ນດີກວ່າທ່ານ ທຣຳ ທີ່ຈະເປັນປະທານາທິບໍດີ ສະຫະລັດ ໃນອະນາຄົດສຳລັບ ຣັດເຊຍ, ແມ່ນກະທັ້ງຫຼັງຈາກທ່ານ ໄບເດັນ ໄດ້ເອີ້ນຫົວໜ້າວັງເຄຣັມລິນວ່າ ”ຄົນຜີບ້າ” ກໍຕາມ, ຄຳເວົ້າຂອງທ່ານແມ່ນຄຸມເຄືອ. ໂທລະພາບລັດຖະບານ ຣັດເຊຍ ໄດ້ໂປຍຫົວຂ່າວຂອງເຂົາເຈົ້າດ້ວຍຂ່າວຂອງທ່ານ ໄບເດັນ ອອກຈາກການ ເລືອກຕັ້ງ ແລະ ການສະໜັບສະໜູນຂອງທ່ານ ໄບເດັນ ສຳລັບທ່ານນາງ ແຮຣິສ, ແນວໃດກໍຕາມເຂົາເຈົ້າໄດ້ກ່າວວ່າມັນຍັງບໍ່ຈະແຈ້ງວ່າທ່ານນາງ ແຮຣິສ ຈະໄດ້ຮັບການສະເໜີຊື່ຂອງພັກເດໂມແຄຣັດ ຫຼືບໍ່.
ອະດີດປະທານາທິບໍດີ ຣັດເຊຍ ທ່ານ ດິມິທຣີ ເມັດເວເດັຟ ໄດ້ກ່າວໃນ Telegram ວ່າ ທ່ານຂໍອວຍພອນໃຫ້ທ່ານ ໄບເດັນ ຈົ່ງມີສຸຂະພາບແຂງແຮງ ແລະ ໄດ້ກ່າວຕື່ມວ່າເປົ້າໝາຍຕ່າງໆຂອງປະຕິບັດການທະຫານພິເສດຈະ ປະສົບຄວາມສຳເລັດ.
ອ່ານຂ່າວນີ້ເປັນພາສາອັງກິດ
After U.S. President Joe Biden abandoned his reelection bid, the Kremlin said that for Russia the most important thing was achieving its goals in the Ukraine war not U.S. politics where Moscow said much could change over coming months.
Biden abandoned his reelection bid on Sunday under growing pressure from his fellow Democrats and endorsed Vice President Kamala Harris as the party's candidate to face Republican Donald Trump in the November election.
"The elections are still four months away, and that is a long period of time in which a lot can change," Kremlin spokesman Dmitry Peskov told the SHOT news outlet.
"We need to be patient and carefully monitor what happens. The priority for us is the special military operation," Peskov said, using the euphemism for the Ukraine war that President Vladimir Putin prefers.
Putin had said several times said that he felt Biden was preferable as the future U.S. president to Trump for Russia, even after Biden cast the Kremlin chief as a "crazy SOB" though some of his remarks have been ambiguous.
Russian state television led news bulletins with the news of Biden leaving the election race and Biden's support for Harris, though it said it was unclear if Harris would earn the Democratic nomination.
Former Russian President Dmitry Medvedev said on the Telegram messaging app that he wished Biden good health and added that the goals of the special military operation would be achieved.
ຟໍຣັມສະແດງຄວາມຄິດເຫັນ