ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ສາຍພັນ ໂອໄມຄຣອນ ແມ່ນໄດ້ຢູ່ໃນ ຢູໂຣບ ດົນກ່ອນທີ່ມັນ ໄດ້ຖືກລະບຸຄັ້ງທຳອິດ ໃນ ພາກໃຕ້ຂອງ ອາຟຣິກາ


ຜູ້ໂດຍສານຄົນນຶ່ງລໍຖ້າສຳລັບຜົນກວດ Covid-19 ຢູ່ສະໜາມບິນ ຊິໂພລ໌ (Schiphol) ປະເທດ ເນເທີແລນ. 29 ພະຈິກ, 2021.
ຜູ້ໂດຍສານຄົນນຶ່ງລໍຖ້າສຳລັບຜົນກວດ Covid-19 ຢູ່ສະໜາມບິນ ຊິໂພລ໌ (Schiphol) ປະເທດ ເນເທີແລນ. 29 ພະຈິກ, 2021.

ຫຼັກຖານໃໝ່ໄດ້ສະແດງໃຫ້ເຫັນວ່າ ໄວຣັສໂຄໂຣນາສາຍພັນ ໂອໄມຄຣອນ ແມ່ນໄດ້ມີຢູ່ໃນ ຢູໂຣບ ຕາເວັນອອກ ຕັ້ງແຕ່ດົນກ່ອນທີ່ກໍລະນີທຳອິດໄດ້ຖືກລະບຸໃນປະເທດ ອາຟຣິກາໃຕ້.

ບັນດາເຈົ້າໜ້າທີ່ໃນປະເທດ ເນເທີແລນ ໄດ້ກ່າວໃນວັນອັງຄານວານນີ້ວ່າ ເຂົາ ເຈົ້າໄດ້ກວດພົບໃນການທົດລອງຕົວຢ່າງໄວສຸດ ໃນວັນທີ 19 ພະຈິກທີ່ຜ່ານມາ ນຶ່ງອາທິດເຕັມກ່ອນກໍລະນີທີ່ເປັນຜົນບວກໄດ້ຖືກກວດພົບໃນວັນສຸກແລ້ວນີ້ ໃນຜູ້ໂດຍສານທີ່ໄດ້ເດີນທາງຮອດນະຄອນຫຼວງ ອາມສເຕີດຳ ໃນຖ້ຽວບິນຈາກປະເທດ ອາຟຣິກາໃຕ້.

ເຈົ້າໜ້າທີ່ສາທາລະນະສຸກໃນ ຍີ່ປຸ່ນ ແລະ ຝຣັ່ງ ກໍໄດ້ຢືນຢັນກໍລະນີສາຍພັນ ໂອໄມຄຣອນ ຂອງເຂົາເຈົ້າໃນວັນອັງຄານວານນີ້, ເຂົ້າຮ່ວມກັບລາຍຊື່ປະເທດທີ່ເພີ່ມຂຶ້ນລວມມີ ອັງກິດ, ການາດາ, ສກັອດແລນ, ອອສເຕຣເລຍ, ອອສເຕຣຍ, ສເປນ ແລະ ສວີເດັນ.

ການປາກົດຕົວ ແລະ ແຜ່ລາມຢ່າງວ່ອງໄວຂອງສາຍພັນ ໂອໄມຄຣອນ ໄດ້ກໍ່ໃຫ້ທ່ານ ສເຕຟານ ບານແຊລ (Stephane Bancel), ຜູ້ບໍລິຫານໃຫຍ່ຂອງບໍລິສັດເພສັດສະກຳ ໂມເດີນ (Moderna), ອອກມາເຕືອນໃນການສຳພາດກັບໜັງສືພິມ Fianancial Times ໃນວັນອັງຄານວານນີ້ວ່າ ຢາວັກຊີນ COVID-19 ຂອງໂລກທີ່ມີຢູ່ໃນປັດຈຸບັນນີ້ ອາດມີປະສິດທິຜົນໜ້ອຍລົງຕໍ່ສາຍພັນໃໝ່ ເມື່ອທຽບໃສ່ ແດລຕ້າ ແລະ ສາຍພັນທີ່ເກີດຂຶ້ນກ່ອນໜ້ານີ້.

ການທຳນາຍຂອງທ່ານ ບານແຊລ ກ່ຽວກັບ “ຜົນ” ໃນຄວາມມີປະສິດທິພາບຂອງຢາວັກຊີນ ລວມທັງຊະນິດທີ່ຖືກພັດທະນາຂຶ້ນໂດຍ ໂມເດີນາ ໄດ້ເຮັດໃຫ້ຕະຫຼາດການເງິນຕົກຕໍ່າໃນວັນອັງຄານວານນີ້, ດ້ວຍຕະຫຼາດຮຸ້ນ ນິກເກອິ (Nikkei) ຂອງ ຍີ່ປຸ່ນ ສູນເສຍ 1.5 ເປີເຊັນ, ຂໍ້ຕົກລົງຊື້ຂາຍນໍ້າມັນດິບ ຕົກ ລົງຫຼາຍກວ່າ 3 ເປີເຊັນ, ແລະ ຂໍ້ຕົກລົງຮຸ້ນ ສະຫະລັດ ສູນເສຍລະຫວ່າງ 1.5 ແລະ 1 ເປີເຊັນ.

ແຕ່ບັນດານັກວິທະຍາສາດຢູ່ມະຫາວິທະຍາໄລ ອັອກສຝອດ (Oxford), ເຊິ່ງໄດ້ພັດທະນາຢາວັກຊີນສອງໂດສໃນການຮ່ວມມືກັບຜູ້ຜະລິດຢາ AstraZeneca, ໄດ້ອອກຖະແຫຼງການສະບັບນຶ່ງໃນວັນອັງຄານວານນີ້ວ່າ ຢາວັກຊີນໃນປັດຈຸບັນ “ໄດ້ສືບຕໍ່ທີ່ຈະສະໜອງການປົກປ້ອງໃນລະດັບທີ່ສູງຫຼາຍຕໍ່ໂຣກທີ່ຮ້າຍແຮງ ແລະ ມັນກໍບໍ່ມີຫຼັກຖານໃນປັດຈຸບັນນີ້ວ່າ ສາຍພັນ ໂອໄມຄຣອນ ແມ່ນແຕກຕ່າງແຕ່ຢ່າງໃດ.” ຖະແຫຼງການດັ່ງກ່າວຍັງໄດ້ເວົ້າວ່າ ຖ້າມີຄວາມຈຳເປັນ, ເຂົາເຈົ້າມີ “ເຄື່ອງ ມື ແລະ ຂັ້ນຕອນຕ່າງໆສຳລັບການພັດທະ ນາຢາວັກຊີນ COVID-19 ສະບັບປັບປຸງ.”

ທ່ານ ອີເມີ ຄຸກ (Emer Cooke) ຫົວໜ້າອົງການການຢາຂອງ ຢູໂຣບ, ເຊິ່ງແມ່ນຜູ້ອອກກົດລະ ບຽບຢາສຳລັບ ສະຫະພາບ ຢູໂຣບ, ຍັງໄດ້ພະຍາຍາມທີ່ຈະກ່າວຢໍ້າ ການຮັບປະກັນໃນວັນອັງ ຄານວານນີ້, ໂດຍໄດ້ບອກບັນດາສະມາຊິກສະພາ ສະຫະພາບ ຢູໂຣບ ໃນນະຄອນຫຼວງ ບຣັສໂຊລສ໌ ວ່າ ຢາວັກຊີນໃນປັດຈຸບັນແມ່ນຍັງສາມາດທີ່ຈະຮັບມືກັບສາຍພັນ ໂອໄມຄຣອນ. ແຕ່ຖ້າມີຄວາມຈຳເປັນ, ມັນຈະໃຊ້ເວລາເຖິງ 4 ເດືອນ ທີ່ຈະມີຢາ​ຊະ​ນິດທີ່ຖືກ​ອະ​ນຸ​ມັດໃໝ່ສຳ ລັບການໃຊ້ ໃນກຸ່ມທີ່ມີ 27 ປະເທດນັ້ນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG