ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າໜ້າທີ່ສາທາລະນະສຸກ ລະດັບສູງຂອງ ສະຫະລັດ ກ່າວວ່າ ຈະມີການຕໍ່ສູ້ທີ່ລຳບາກ ກັບໄວຣັສສາຍພັນ ໂອໄມຄຣອນໃນຂ້າງໜ້າ


ປ້າຍຂໍ້ມູນຖືກຕັ້ງຢູ່ຕໍ່ໜ້າຫ້າງຊັບພະສິນຄ້າໃນເມືອງ ໄນລສ໌ ລັດ ອີລີນອຍ, 18 ທັນວາ, 2021.
ປ້າຍຂໍ້ມູນຖືກຕັ້ງຢູ່ຕໍ່ໜ້າຫ້າງຊັບພະສິນຄ້າໃນເມືອງ ໄນລສ໌ ລັດ ອີລີນອຍ, 18 ທັນວາ, 2021.

ເຈົ້າໜ້າທີ່ສາທາລະນະສຸກລະດັບສູງຂອງ ສະຫະລັດ ສອງທ່ານໄດ້ກ່າວໃນວັນອາທິດວານນີ້ວ່າ ປະເທດຈະປະເຊີນກັບ “ສອງສາມສັບປະດາທີ່ຫຍຸ້ງຍາກ” ໃນຕໍ່ໜ້າເພື່ອຕໍ່ສູ້ກັບການລະບາດຂອງໄວຣັສໂຄໂຣນາສາຍພັນໂອໄມຄຣອນ, ໃນຂະນະທີ່ສາຍພັນດັ່ງກ່າວຍັງຈະນຳໄປສູ່ການເພີ່ມຂຶ້ນຂອງກໍລະນີ COVID-19 ໃນທົ່ວໂລກ.

ດຣ. ແຟຣນຊິສ ຄອລລິນສ໌, ຜູ້ອຳນວຍການສະຖາບັນສາທາລະນະສຸກແຫ່ງຊາດທີ່ກຳລັງຈະອອກບຳນານ ໄດ້ກ່າວຕໍ່ລາຍການໂທລະພາບ Fox News Sunday ວ່າ “ພວກເຮົາແມ່ນຢູ່ໃນໂລກແຫ່ງບັນຫາໃນສອງສາມອາທິດຂ້າງໜ້າ. ໄວຣັສແມ່ນກຳລັງເຮັດໃຫ້ພວກເຮົາມີບັນຫາຫຍຸ້ງຍາກ.”

ແຕ່ທ່ານໄດ້ກ່າວວ່າ ປະຊາຊົນອາເມຣິກັນ ທີ່ມີສິດ 50 ລ້ານຄົນລວມກັນແລ້ວແມ່ນຍັງບໍ່ໄດ້ສັກຢາ, ເຊິ່ງທ່ານ ຄອລລິນສ໌ ອະທິບາຍວ່າ “ເປັນສິ່ງທີ່ຂ້າພະເຈົ້າຄິດວ່າໜ້າອຶດອັດໃຈເປັນພິເສດ.”

ນອກຈາກນັ້ນ, ປະຊາຊົນອີກຫຼາຍລ້ານຄົນໃນ ສະຫະລັດ ໄດ້ສັກຢາເຂັມທຳອິດຂອງເຂົາເຈົ້າແລ້ວ ແຕ່ຍັງບໍ່ໄດ້ໄປສັກຢາເຂັມບູສເຕີ ທີ່ບັນດານັກຊ່ຽວຊານສາທາລະນະສຸກກ່າວວ່າມີຄວາມຈຳເປັນເພື່ອເພີ່ມການປົກປ້ອງຂຶ້ນຕື່ມຕໍ່ສາຍພັນໂອໄມຄຣອນ.

ດຣ. ແອນໂທນີ ຟາວຈີ, ໄດ້ກ່າວວ່າ ຕົວເລກຂອງກໍລະນີໄວຣັສໂຄໂຣນາທີ່ຄູນຂຶ້ນຢ່າງວ່ອງໄວຈະນຳໄປສູ່ “ຄວາມກົດດັນຢ່າງຫຼວງຫຼາຍ” ຕໍ່ຕຽງນອນທີ່ມີຢູ່ໃນໂຮງໝໍໃນບາງພາກສ່ວນທີ່ຖືກກະທົບໜັກເປັນພິເສດໃນ ສະຫະລັດ.

ດຣ. ຟາວຈີນ ໄດ້ກ່າວວ່າໃນເວລານີ້, “ພວກເຮົາແມ່ນກຳລັງພະຍາຍາມທີ່ຈະເອົາຫຼອດຢາວັກຊີນ” ໄປໃຫ້ທົ່ວປະເທດ, ແຕ່ປະຊາຊົນ ອາເມຣິກັນ ກໍຍັງຕ້ອງໄດ້ໃສ່ໜ້າກາກໃນສະຖານທີ່ສາທາ ລະນະທີ່ແອອັດ.” ນອກຈາກນັ້ນ, ທ່ານໄດ້ກ່າວວ່າປະເທດຕ້ອງພະຍາຍາມໃຫ້ດີກ່າວເກົ່າໃນການສະໜອງການກວດຫາ COVID-19.

ທ່ານ ໄບເດັນ ແມ່ນມີກຳນົດທີ່ຈະກ່າວຄຳປາໄສ ຕໍ່ປະເທດຊາດໃນວັນອັງຄານມື້ອື່ນ ເພື່ອປະກາດວິທີທີ່ລັດຖະບານກຽມພ້ອມເພື່ອຮັບ​ມື​ກັບການເພີ່ມຂຶ້ນຂອງກໍລະນີຕ່າງໆ ທີ່ມີສາເຫດຍ້ອນໄວຣັສສາຍພັນນັ້ນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG