ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໄວ​ຣັ​ສ​ໂຄ​ໂຣ​ນາ​ ສາຍ​ພັນ​ໃໝ່ ໂອໄມຄຣອນ ເວ​ລານີ້​ກາຍ​ເປັນ​ສາຍ​ພັນທີ່ຄອບງໍາ ຢູ່ໃນ ສະຫະລັດ


ຄົນພາກັນຢືນລໍຖ້າກວດໂຄວິດ-19 ຢູ່ຈະ​ຕຸ​ລັດ Times Square ໃນນະຄອນນິວຢອກ ເມື່ອວັນທີ 13 ທັນວາ 2021.
ຄົນພາກັນຢືນລໍຖ້າກວດໂຄວິດ-19 ຢູ່ຈະ​ຕຸ​ລັດ Times Square ໃນນະຄອນນິວຢອກ ເມື່ອວັນທີ 13 ທັນວາ 2021.

ຜູ້ຊາຍຄົນນຶ່ງຢູ່ລັດເທັກຊັສ ທາງພາກຕາເວັນຕົກສຽງໃຕ້ຂອງສະຫະລັດ ອາດ ເປັນຜູ້ທຳ
ອິດຢູ່ໃນປະເທດ ທີ່ເສຍຊີວິດຍ້ອນໄວຣັສໂຄໂຣນາສາຍພັນໃໝ່ ໂອໄມຄຣອນ ຊຶ່ງປັດຈຸ
ບັນນີ້ ເປັນສາຍພັນທີ່ຄອບງໍາ ຢູ່ໃນສະຫະລັດ.

ພວກເຈົ້າໜ້າທີ່ສາທາລະນະສຸກ ຢູ່ເມືອງແຮຣິສ (Harris) ກ່າວວ່າ ຜູ້ຊາຍອາ ຍຸປະມານ
50 ປີ ບໍ່ໄດ້ສັກຢາວັກຊີນ ແລະມີບັນຫາດ້ານສຸຂະພາບຢູ່ແລ້ວ ທີ່ເຮັດໃຫ້ລາວມີຄວາມ
ຫຼໍ່ແຫຼມ ຕໍ່ການຕິດພະຍາດໂຄວິດ-19.

ສູນກາງປ້ອງກັນ ແລະຄວບຄຸມພະຍາດສະຫະລັດ (CDC) ກ່າວໃນວັນຈັນ ທີ່ ຜ່ານມາ
ນີ້ວ່າ ຄວາມໄວໃນການແຜ່ລະບາດຂອໄວຣັສສາຍພັນໃໝ່ໄດ້ເຮັດໃຫ້ມີຜູ້ຕິດເພີ້ມຂຶ້ນ
ເຖິງ 73 ເປີເຊັນ ຢູ່ໃນທົ່ວປະເທດ ມາຈົນຮອດວັນເສົາແລ້ວນີ້ ເກືອບ 6 ເປີເຊັນ ສູງກ
ວ່າຈາກອາທິດກ່ອນ ແລະເກີນນຶ່ງເປີເຊັນ ຂອງກໍລະນີ ໂຄວິດ-19 ໃໝ່ໃນ​ຕອນເລີ້ມ
ຕົ້ນເດືອນທັນວາ. ອົງການ CDC ກ່າວວ່າ ສາຍໂອໄມຄຣອນ ຮັບຜິດຊອບ 90 ເປີເຊັນ
ຫຼືຫຼາຍກວ່ານັ້ນຂອງການຕິດແປດຢູ່ໃນນະຄອນນິວຢອກ ແລະສ່ວນໃຫຍ່ຂອງພາກ
ຕາເວັນອອກສຽງໃຕ້ສະຫະລັດ ພາກກາງ ແລະເຂດປາຊິຟິກທາງພາກຕາເວັນຕົກ
ສຽງເໜືອ.

ການແຜ່ລະບາດຄືກັບໄຟໄໝ້ປ່າຂອງໂອໄມຄຣອນ ໄດ້ເຮັດໃຫ້ພວກເຈົ້າໜ້າທີ່ ຢູ່ທົ່ວ
ສະຫະລັດ ຕ້ອງໄດ້ອອກຂໍ້ຈຳກັດກ່ຽວກັບໄວຣັສໂຄໂຣນາຄືນໃໝ່ ຫຼຶືວາງກົດລະບຽບ
ໃໝ່ . ຢູ່ໃນນະຄອນຫຼວງວໍຊິງຕັນ ເຈົ້າເມືອງ ທ່ານນາງມູຣີແອລ ບຣາວເຊີຣ (Muriel
Browser) ໄດ້ອອກຄຳສັ່ງຄືນໃໝ່ທີ່ເປັນກົດລະບຽບໃຫ້ ໃສ່ໜ້າກາກຢູ່ໃນຕຶກອາຄານ
ໃນຂະນະທີ່ເຈົ້າເມືອງນະຄອນບອສຕັນ ທ່ານນາງ ມີແຊລ ວູ (Michelle Wu) ໄດ້ປະ
ກາດໃນວັນຈັນທີ່ຜ່ານມາວ່າ ເລີ້ມແຕ່ເດືອນ ໜ້າເປັນຕົ້ນໄປ ​ປະ​ຊາ​ຊົນຕ້ອງໄດ້ສະ
ແດງບັດ ທີ່ພິສູດການສັກຢາວັກຊີນກ່ອນຈະເຂົ້າໄປສະຖານທີ່ທຸລະກິດບາງຊະນິດ
ເຊັ່ນວ່າບ່ອນອອກກຳລັງກາຍ ບາດື່ມເຫຼົ້າ ແລະຮ້ານອາຫານ ແລະສະຖານທີ່ບັນ
ເທີງຕ່າງໆ.

ບັນດາໂຮງໝໍຢູ່ທົ່ວປະເທດ ມີຄົນປ່ວຍຕິດໂຄວິດ-19 ໃໝ່ ​ໃນ​ຈຳ​ນວນ​ເພີ້ມ​ຂຶ້ນ​ຢ່າງ​
ຖ້ວມລົ້ນ ສະພາບການສັບສົນຢ່າງຮ້າຍແຮງໃນການຂາດພວກພະຍາບານ ແລະ
ບັນດາພະນັກງານຮັກສາສຸຂະພາບອື່ນໆ. ຢູ່ລັດໂຣດໄອແລນທາງພາກຕາ ເວັນ
ອອກສຽງເໜືອຂອງສະຫະລັດ ປະທານປະຈຳລັດ ຂອງພວກນາຍແພດສຸກເສີນມະ
ຫາວິທະຍາໄລ ໄດ້ເຕືອນຜູ້ປົກຄອງລັດແລະເຈົ້າໜ້າທີ່ຄົນອື່ນໆຊາບວ່າ ລະບົບປິ່ນ
ປົວສຸຂະພາບ “ປັດຈຸບັນນີ້ກຳລັງພັງທະລາຍລົງ” ບັນດາຜູ້ປົກຄອງຢູ່ໃນຫຼາຍໆລັດ
ໄດ້ສົ່ງກຳລັງຮັກສາດິນແດນ ເພື່ອໃຫ້ໄປຊ່ວຍຮັບມືກັບການຂາດ ເຂີນຢູ່ຕາມ
ໂຮງໝໍຕ່າງໆ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG