ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ໄວ​ຣັ​ສ​ໂຄ​ໂຣ​ນາ ສາຍ​ພັນ​ໂອ​ໄມ​ຄ​ອນ ມີ​ຄວາມ​ຮ້າຍ​ແຮງ ​ຫຼຸດສາຍ​ພັນ​ອື່ນ ອີງ​ຕາມ​ຜົນ​ການ​ຄົ້ນ​ຄວ້າ​ໃໝ່


ຜູ້​ຄົນ​ພາ​ກັນ​ເຂົ້າ​ແຖວ ກວດ​ໂຄວິດ-19 ໃນ​ຂະ​ນະ​ທີ່​ສາຍ​ພັນ​ໂອ​ໄມ​ຄ​ຣອນ​ຍັງ​ສືບ​ຕໍ່​ແຜ່​ລະ​ບາດ​ ທີ່​ເກາະ​ແມນ​ຮັດ​ຕັນ ໃນ​ນະ​ຄອນ​ນິວຢອກ ເມື່ອ​ວັນ​ທີ 21 ທັນ​ວາ 2021.
ຜູ້​ຄົນ​ພາ​ກັນ​ເຂົ້າ​ແຖວ ກວດ​ໂຄວິດ-19 ໃນ​ຂະ​ນະ​ທີ່​ສາຍ​ພັນ​ໂອ​ໄມ​ຄ​ຣອນ​ຍັງ​ສືບ​ຕໍ່​ແຜ່​ລະ​ບາດ​ ທີ່​ເກາະ​ແມນ​ຮັດ​ຕັນ ໃນ​ນະ​ຄອນ​ນິວຢອກ ເມື່ອ​ວັນ​ທີ 21 ທັນ​ວາ 2021.

ການ​ສຶກ​ສາ​ຄົ້ນ​ຄວ້າ​ໃໝ່​ຈາກ​ອັງ​ກິດ​ແລະ​ອາ​ຟ​ຣິ​ກາ​ໃຕ້ສະ​ແດງ​ໃຫ້​ເຫັນ​ວ່າໄວ​ຣັ​ສ​ໂຄ​ໂຣ​ນາ​ສາຍ​ພັນ​ໃໝ່​ໂອ​ໄມ​ຄ​ຣອນ ​ທີ່​ພວມ​ມີ​ການ​ແຜ່​ລະ​ບາດ​ຢ່າງວ່ອງ​ໄວ​ຢູ່ນັ້ນມີ​ອາ​ການບໍ່ຮ້​າຍ​ແຮງທໍ່​ ແລະ​ພາ​ໃຫ້ເຂົ້າ​ໂຮງ​ໝໍ​ຫຼຸດ​ສາຍ​ພັນ​ອື່ນ.

ພວກ​ນັກ​ຄົ້ນ​ຄວ້າ​ທີ່​ມະ​ຫາ​ວິ​ທະ​ຍາ​ໄລ​ເອ​ດິນ​ເບີກ​ໃນ​ສະ​ກັອດ​ແລນເປີດ​ເຜີຍ​ການສຶກ​ສາ​ໃນ​ວັນ​ພຸດ​ທີ່​ຜ່ານ​ມາ ຊຶ່ງ​ສະ​ແດງ​ໃຫ້​ເຫັນ​ວ່າ ຜູ້​ຄົນ​ທີ່​ຕິດ​ເຊື້ອ​ໄວ​ຣັ​ສ​ໂອ​ໄມ​ຄອນ ແມ່ນ 60 ເປີ​ເຊັນ​ໜ້ອຍກວ່າ​ທີ່​ຈະ​ໄດ້​ເຂົ້າ​ໂຮງ​ໝໍ ປຽບ​ໃສ່​ພວກ​ທີ່​ຕິດ​ເຊື້ອສາຍ​ພັນ​ແດ​ລ​ຕ້າ ຊຶ່ງ​ເປັນ​ສາຍ​ພັນ​ທີ່​ຄອບ​ງຳ​ໃນ​ໂລກເມື່ອ​ສອງ​ສາມ​ເດືອນ​ທີ່​ຜ່ານ​ມານີ້.

ໃນ​ການ​ສຶກ​ສາ​ຢູ່​ອີກ​ບ່ອນ​ນຶ່ງ ທີ່ວິ​ທະ​ຍາ​ໄລ​ອິມ​ພີ​ຣຽ​ລ​ຢູ່​ລອນດອນ ເຜີຍ​ໃຫ້​ເຫັນ​ວ່າ ​ຜູ້​ຄົນ​ທີ່​ກວດ​ພົບ​ ​ຕິດ​ເຊື້ອ​ໄອ​ໄມ​ຄ​ຣອນນັ້ນ ແມ່ນ 15 ຫາ 20 ເປີ​ເຊັນ​ທີ່​ຈະເຂົ້າ​ໄປ​ຮັບ​ການ​ປິ່ນ​ປົວໃນ​ຫ້ອງ​ສຸກ​ເສີນ​ຂອງ​ໂຮງ​ໝໍ​ຕ່າງໆ ໃນ​ຂະ​ນະ​ທີ່​ມີ​ການສະ​ແດງ​ໃຫ້​ເຫັນ​ວ່າ ມີ​ຄົນ​ປ່ວຍ​ທີ່​ຕິດ​ເຊື້ອ​ໄວ​ຣັ​ສ​ໂອ​ໄມ​ຄ​ຣອນ​ລະ​ຫວ່າງ 40 ຫາ 45 ເປີ​ເຊັນ ບໍ່​ຕ້ອງ​ການ​ໄປ​ຮັບ​ການ​ປິ່ນ​ປົວ​ທີ່​ໂຮງ​ໝໍ.

ແລະ​ພວກ​ນັກ​ວິ​ທະ​ຍາ​ສາດ ​ທີ່​ສະ​ຖາ​ບັນ​ພະ​ຍາດ​ຕິດ​ຕໍ່​ແຫ່ງ​ຊາດ ​ຂອງ​ອາ​ຟ​ຣິ​ກາ​ໃຕ້ ຫຼື NICD ໃນ​ວັນ​ພຸດ​ຜ່ານ​ມານີ້ ໄດ້​ເປີດ​ເຜີຍການ​ສຶກ​ສາ​ທີ່​ຄົ້ນ​ພົບ​ວ່າ ຄວາມ​ສ່ຽງ​ທີ່​ຈະໄດ້​ເຂົ້າ​ໂຮງ​ໝໍ​ຂອງ​ພວກ​ຄົນ​ປ່ວຍ​ຕິດ​ເຊື້ອ​ໂອ​ໄມ​ຄ​ຣ​ອນແມ່ນ​ລະ​ຫວ່າງ 70 ຫາ 80 ເປີ​ເຊັນ​ຕ່ຳ​ກວ່າ ເມື່ອ​ປຽບ​ທຽບ​ໃສ່​ພວກ​ທີ່ກວດ​ມີ​ຜົນ​ເປັນ​ບວກ​ຂອງ​ສາຍ​ພັນແດ​ລ​ຕ້າ ຫຼື​ສາຍ​ພັນ​ອື່ນໆ. ພວກ​ນັກ​ຄົ້ນ​ຄວ້າ​ ທີ່ສະ​ຖາ​ບັນ NICD ຍັງ​ກ່າ​ວ​ໃນ​ມື້​ວັນ​ພຸດ​ຜ່ານ​ມານີ້​ວ່າ ການ​ລະ​ບາດ​ຂອງ​ສາຍ​ພັນ​ໂອ​ໄມ​ຄ​ຣອນ​ຢູ່​ໃນ​ທົ່ວປະ​ເທດ ປາ​ກົດ​ວ່າ​ຮອດ​ຈຸດ​ສູງ​ສຸດ​ແລ້ວ ໂດຍ​ມີ​ຜູ້​ຕິດ​ເຊື້ຶ້ອ​ໃໝ່ ​ໃນ​ອາ​ທິດ​ແລ້ວນີ້​ຫຼຸດ​ລົງ 20 ເປີເຊັນ.

ແຕ່​ທ່ານ​ຈອນ ເອັນ​ເກັງ​ກາ​ຊອງ ຫົວ​ໜ້າ​ສູນ​ກາງ​ຄວບ​ຄຸມ​ແລະ​ປ້ອງ​ກັນ​ພະ​ຍາດ​ຂອງອາ​ຟ​ຣິ​ກາ​ໃຕ້ ໄດ້​ເຕືອນ​ໃນ​ວັນ​ພະ​ຫັດ​ວານນີ້ລະ​ຫວ່າງ​ການ​ຖະ​ແຫຼງ​ຂ່າວ​ວ່າບໍ່​ຄວນ​ໃຊ້​ອາ​ຟ​ຣິ​ກາ​ໃຕ້​ເປັນ​ຕົວ​ຢ່າງ ຕໍ່​ສິ່ງ​ທີ່​ອາດ​ຈະ​ເກີດ​ຂຶ້ນ​ຈາກ​ເຊື້ອ​ໄວ​ຣັ​ສ​ໂອ​ໄມ​ຄ​ຣອນ​ຢູ່​ໃນ​ປະ​ເທດ​ອື່ນໆ. ແຕ່​ແນວ​ໃດ​ກໍ​ຕາມໃນ​ມື້​ວັນ​ພຸດ​ຜ່ານ​ມານີ້ກໍ​ມີ​ຂ່າວດີ ຢູ່​ໃນ​ໜັງ​ສື​ພິມ​ Defense One ຂອງກອງ​ທັບ​ສະ​ຫະ​ລັດ ທີ່​ກ່າວ​ວ່າ ສະ​ຖາບັນ​ຄົ້ນ​ຄວ້າວອ​ລ​ເຕີ​ຣີດ​ຂອງກອງ​ທັບ​ບົກຊຶ່ງ​ເປັນ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ທີ່​ໃຫຍ່​ທີ່​ສຸດຂອງ​ກອງ​ທັບ​ສະ​ຫະ​ລັດຈະ​ປະ​ກາດ​ໃຫ້​ຊາບ ​ກ່ຽວ​ກັບ​ການ​ທົດ​ລອງ​ໃນ​ການ​ພັດ​ທະ​ນາ​ຢາ​ວັກ​ຊີນ ທີ່​ສາ​ມາດ​ໃຫ້​ການ​ປ້ອງ​ກັນຕໍ່​ເຊື້ອ​ໄວ​ຣັ​ສ​ໂຄ​ໂຣ​ນາ​ໄດ້​ທຸກໆ​ຊະນິດຮວມ​ທັງ​ຊະນິດ ທີ່​ພາ​ໃຫ້​ເປັນໂຄວິດ-19 ​ຕະ​ຫຼອດ​ທັງ​ສາຍ​ພັນ​ຕ່າ​ງໆ​ ຮວມ​ເຖິງ​ສາຍ​ພັນ​ໂອ​ໄມ​ຄ​ຣອນ ແລະ​ແດ​ລ​ຕ້າ​ນຳ​ດ້ວຍ.

ອ່າ​ນ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG