ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຸລຕານໂອມານ ສັບຊ້ອນຄະນະລັດຖະບານ


ທະຫານໂອມານຍາມຢູ່ວົງວຽນ ກາງເມືອງ Sohar, ວັນທີ 1 ກຸມພາ 2011.
ທະຫານໂອມານຍາມຢູ່ວົງວຽນ ກາງເມືອງ Sohar, ວັນທີ 1 ກຸມພາ 2011.

Sultan Qaboos ​ແຫ່ງ​ໂອ​ມານ​ໄດ້​ສັບ​ຊ້ອນ​ຄະນະ​ລັດ
ຖະບານ​ຂອງ​ທ່ານ​ເປັນ​ຄັ້ງ​ທີ​ສອງ​ໃນ​ນຶ່ງ​ສັບປະດາ ຫລັງ
ຈາກ​ມີການ​ປະ​ທ້ວງ​ຕິດຕໍ່​ກັນ​ມາເປັນ​ເວລາຫລາຍ​ມື້​ຂອງ
ປະຊາຊົນ ທີ່​ທວງ​ໃຫ້​ມີ​ການ​ປະຕິ​ຮູບ​ທາງການ​ເມືອງ​ແລະ​ ໃຫ້​ກໍາຈັດ​ການ​ສໍ້​ລາດ​ບັງ​ຫລວງໃນ​ວົງ​ການ​ລັດຖະບານ​.

ໃນ​ວັນ​ເສົາ​ວານ​ນີ້ Sultan Qaboos ​ໄດ້​ແຕ່ງ​ຕັ້ງລັດຖະ
ມຸນຕີປະ​ຈໍາ​ລາດ​ຊະ​ບັງ​ລັງ​ ແລະ​ລັດຖະມົນຕີ​ປະ​ຈໍາລາດ​ຊະ
ສໍານັກ​ຄົນ​ໃໝ່. ຜູ້​ປົກຄອງໂອ​ມານ​ໄດ້​ທໍາ​ການ​ສັບ​ຊ້ອນ​ຄະນະ​ລັດຖະບານ​ຂອງ​ທ່ານ​ແລ້ວ​ໃນ​ສັບປະດາ​ກ່ອນ​ນີ້ ອັນ​ເປັນຄວາມ​ພະຍາຍາມ​ຢ່າງ​ຈະ​ແຈ້ງ​ເພື່ອ​ຍັບ​ຍັ້ງ​ບໍ່​ໃຫ້​ມີການ​ປະ​ທ້ວງເອົາການ​ປະຕິ​ຮູບ​ດ້ານ​ການ​ເມືອງ​ຢ່າງຮອບດ້ານ​ທີ່​ເກີດ​ຂຶ້ນ​ໃນ​ປະ​ເທດ​ອື່ນໆ​ໃນ​ໂລກ​ອາຣັບນັ້ນ.

ນອກ​ນີ້ Sultan Qaboos ຍັງ​ໄດ້​ຊັ່ງ​ໃຫ້​ສ້າງ​ໜ້າ​ວຽກ
ຂຶ້ນອີກ 5 ໜື່ນວຽກ​ແລະ​ເພີ່ມ​ເງິນ​ສົງ​ເຄາະ​ຂຶ້ນ​ອີກສໍາລັບ ພວກຄົນຫວ່າງງານ​.

ພວກ​ປະ​ທ້ວງ​ໄດ້​ສືບ​ຕໍ່​ທໍ​າການ​ນັ່ງ​ປະ​ທ້ວງ​ຢູ່ຕໍ່​ມາ​ໃນ​ວັນ​ເສົາ​ວານ​ນີ້ ​ໃນ​ເມືອງ Sohar ຊຶ່ງ​ຕັ້ງ​ຢູ່​ຫ່າງ​ຈາກ​ນະຄອນຫລວງ Muscat ​ໄປ​ທາງ​ທິດຕາ​ເວັນ​ຕົກ​ສຽງ​ເໜືອປະມານ 200 ຫລັກ​ກິ​ໂລ​ແມັດ.

ໄດ້​ມີ​ການ​ປະ​ທ້ວງ​ຕາມ​ຖະໜົນ​ຫົນທາງ ​ແລະນັ່ງ​ປະ​ທ້ວງ​ຕິດ​ຕໍ່​ກັນ​ມາ​ຫລາຍ​ບັ້ນ​ໃນ​ສັບປະດາ​ຜ່ານ​ມາ ຊຶ່ງ​ບາງ​ຄັ້ງ​ໄດ້​ມີ​ການ​ປະ​ທະ​ກັນ​ກັບ​ພວກ​ກໍາລັງ​ຮັກສາ​ຄວາມ​ປອດ​ໄພ​ຂອງ​ປະ​ເທດ​.

ລັດຖະບານ​ໂອ​ມານ​ຍອມຮັບ​ວ່າ ຜູ້​ປະ​ທ້ວງ​ຄົນ​ນຶ່ງ​ເສຍ​ຊີວິດ​ໃນ​ເຫດ​ວຸ້ນ​ວາຍ​ນັ້ນ ​ແຕ່​ລາຍ​ງານ​ສື່​ມວນ​ຊົນ​ອ້າງ​ຄໍາ​ເວົ້າ​ຂອງ​ການ​ປະເມິ​ນທີ່​ບໍ່​ເປັນ​ທາງ​ການ​ວ່າ ຈໍານວນ​ຜູ້​ບາດ​ເຈັບ​ແລະເສຍ​ຊີວິດມີ​ຫລາຍ​ກວ່ານັ້ນ.

XS
SM
MD
LG