ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະເທດໂອມ່ານ ຮັບເອົາ ນັກໂທດ 10 ຄົນ ຈາກສູນຄຸມຂັງ ຂອງກອງທັບ ສຫລ ທີ່ອ່າວ Guantanamo


ຍາມອາລຸນໃໝ່ ຢູ່ທີ່ຄ້າຍ Camp X-Ray ໃນປັດຈຸບັນນີ້ ໄດ້ຖືກປິດລົງ ເຊິ່ງໃນຄັ້ງນຶ່ງເຄີຍຖືກນຳໃຊ້ ເປັນສະຖານ
ທີ່ຄຸມຂັງພວກຫົວຮຸນແຮງ ຂອງກຸ່ມ al-Qaida ແລະ ກຸ່ມ Taliban ຜູ້ທີ່ຖືກຈັບຕົວມາໄດ້ ຫຼັງຈາກການໂຈມຕີ ໃນວັນທີ 11 ກັນຍາ, ຢູ່ຖານທັບກອງທັບເຮືອ ສະຫະລັດ ທີ່ອ່າວ Guantanamo ຂອງປະເທດຄິວບາ.
ຍາມອາລຸນໃໝ່ ຢູ່ທີ່ຄ້າຍ Camp X-Ray ໃນປັດຈຸບັນນີ້ ໄດ້ຖືກປິດລົງ ເຊິ່ງໃນຄັ້ງນຶ່ງເຄີຍຖືກນຳໃຊ້ ເປັນສະຖານ ທີ່ຄຸມຂັງພວກຫົວຮຸນແຮງ ຂອງກຸ່ມ al-Qaida ແລະ ກຸ່ມ Taliban ຜູ້ທີ່ຖືກຈັບຕົວມາໄດ້ ຫຼັງຈາກການໂຈມຕີ ໃນວັນທີ 11 ກັນຍາ, ຢູ່ຖານທັບກອງທັບເຮືອ ສະຫະລັດ ທີ່ອ່າວ Guantanamo ຂອງປະເທດຄິວບາ.

ປະເທດ ໂອມານ ໄດ້ກ່າວໃນວັນຈັນມື້ນີ້ ວ່າ ຕົນໄດ້ຮັບເອົານັກໂທດ 10 ຄົນ ຈາກຄຸກ ທະຫານສະຫະລັດ ທີ່ອ່າວ Guantanamo ຂອງຄິວບາ.

ຊື່ ແລະ ສັນຊາດ ຂອງພວກນັກໂທດດັ່ງກ່າວ ແມ່ນບໍ່ໄດ້ຖືກເປີດເຜີຍ.

ພາບນີ້ ຖ່າຍເມື່ອວັນທີ 11 ທັນວາ 2016 ສະແດງໃຫ້ເຫັນປ້ອມຍາມ ທີ່ບໍ່ໄດ້ຖືກນຳໃຊ້ ຢູ່ຄ້າຍ Delta, ເປັນພາກສ່ວນນຶ່ງ ຂອງສູນຄຸມຂັງ ຢູ່ຖານທັບກອງທັບເຮືອ ສະຫະລັດ ທີ່ ອ່າວ Guantanamo ຂອງປະເທດຄິວບາ ເຊິ່ງໃນເວລານີ້ ແມ່ນເປົ່າວ່າງ.
ພາບນີ້ ຖ່າຍເມື່ອວັນທີ 11 ທັນວາ 2016 ສະແດງໃຫ້ເຫັນປ້ອມຍາມ ທີ່ບໍ່ໄດ້ຖືກນຳໃຊ້ ຢູ່ຄ້າຍ Delta, ເປັນພາກສ່ວນນຶ່ງ ຂອງສູນຄຸມຂັງ ຢູ່ຖານທັບກອງທັບເຮືອ ສະຫະລັດ ທີ່ ອ່າວ Guantanamo ຂອງປະເທດຄິວບາ ເຊິ່ງໃນເວລານີ້ ແມ່ນເປົ່າວ່າງ.

ເມື່ອຕອນ ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ໄດ້ເຂົ້າຮັບໜ້າທີ່ ໃນ
ເດືອນມັງກອນ ປີ 2009 ນັ້ນ ທ່ານໄດ້ປະຕິຍານວ່າ ຈະປິດຄຸກ ຢູ່ພາກຕາເວັນອອກ ສຽງໃຕ້ ຂອງຄິວບາ ໂດຍກ່າວວ່າ ສະຖານຄຸມຂັງນີ້ ບໍ່ໄດ້ສະທ້ອນເຖິງຄຸນນະທຳ ຂອງຊາວອາເມຣິກັນ ເພາະວ່າ ພວກນັກໂທດຫຼາຍໆຄົນຢູ່ແຫ່ງນັ້ນ ໄດ້ຖືກຄຸມຕົວ ເປັນເວລາຫຼາຍປີ ໂດຍປາດສະຈາກການດຳເນີນຄະດີ ແລະ ບາງສ່ວນ ໄດ້ຖືກ
ທໍລະມານ.

ບັນດາຜູ້ສັງເກດການ ກ່າວວ່າ ພວກນັກໂທດເພີ່ມຕື່ມອີກ ອາດຖືກປ່ອຍໂຕ ໃນ ເວລາສຸດທ້າຍ ຂອງລັດຖະບານທ່ານໂອບາມາ.

ເຖິງຢ່າງໃດກໍຕາມ ເມື່ອສັບປະດາແລ້ວນີ້ ລັດຖະມົນຕີປ້ອງກັນປະເທດ ສະຫະລັດ
ທ່ານ Ash Carter ໄດ້ກ່າວວ່າ ທ່ານ ບໍ່ໄດ້ຄາດໝາຍວ່າ ຈະ ປ່ອຍໂຕນັກໂທດ Guantanamo ໃດໆຕື່ມອີກ.

ປະທານາທິບໍດີທີ່ຖືກເລືອກໃໝ່ ທ່ານ Donald Trump ໄດ້ກ່າວ ໃນລະຫວ່າງ ການໂຄສະນາຫາສຽງ ວ່າ ທ່ານຈະບໍ່ປິດ Guantanamo ເພາະວ່າ ທ່ານຢາກຈະ “ເອົາພວກຄົນໂຫດໆ ໄປໄວ້ຢູ່ທີ່ແຫ່ງນັ້ນ.”

Guantanamo ໄດ້ເປັນສະຖານທີ່ເຊົ່າໄລຍະຍາວ ຂອງສະຫະລັດ ນັບຕັ້ງແຕ່ກ່ອນ ການປະຕິວັດຂອງພັກຄອມມິວນິສ ຂອງທ່ານ Fidel Castro ແລະ ໄດ້ຖືກຕັ້ງໃຫ້
ເປັນສູນຄຸມຂັງ ໂດຍອະດີດປະທານາທິບໍດີ George W. Bush ຫລັງຈາກ ການ ໂຈມຕີກໍ່ການຮ້າຍເມື່ອປີ 2001 ທີ່ໄດ້ສັງຫານເກືອບ 3,000 ຄົນ ໃນນະຄອນ New York ແລະ ນະຄອນຫຼວງ ວໍຊິງຕັ້ນ ເປັນຕົ້ນມາ. ສູນແຫ່ງນີ້ ມີຈຸດປະສົງເພື່ອຄຸມຂັງ ພວກນັກໂທດ ທີ່ຈັບມາໄດ້ ໂດຍກຳລັງສະຫະລັດ ແລະ ພັນທະມິດຂອງຕົນ ໃນການຕໍ່ສູ້ຕ້ານກຸ່ມ al-Qaida ແລະ ກຸ່ມກໍ່ການຮ້າຍອື່ນໆ ໃນຕາເວັນອອກກາງ
ແລະ ອັຟການິສຖານ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Oman Guantanamo
please wait
Embed

No media source currently available

0:00 0:01:28 0:00

XS
SM
MD
LG