ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທີມ ຕີຄີນໍ້າກ້ອນ ແມ່ຍິງ ສຫລ ຈະສູ້ກັບ ການາດາ ຍາດເອົາ ຫຼຽນຄຳ ໃນມື້ນີ້ (ສະໄລດ໌/ວີດີໂອ)


ທີມຕີຄີນໍ້າກ້ອນ ສຫລ ພວມສະແດງຄວາມດີໃຈ ຕໍ່ກັນແລະກັນ ຫລັງຈາກເອົາຊະນະທີມຕີຄີນໍ້າກ້ອນສະວີເດັນ 6 ປະຕູຕໍ່ 1 ໃນການແຂ່ງຂັນ ໃນຮອບຮອງຊະນະເລີດ (17 ກຸມພາ 2014)
ທີມຕີຄີນໍ້າກ້ອນ ສຫລ ພວມສະແດງຄວາມດີໃຈ ຕໍ່ກັນແລະກັນ ຫລັງຈາກເອົາຊະນະທີມຕີຄີນໍ້າກ້ອນສະວີເດັນ 6 ປະຕູຕໍ່ 1 ໃນການແຂ່ງຂັນ ໃນຮອບຮອງຊະນະເລີດ (17 ກຸມພາ 2014)
ທີມຕີຄີນ້ຳກ້ອນຫຼື ice hockey ແມ່ຍິງອາເມຣິກັນ ຈະເຂົ້າແຂ່ງ
ຂັນເອົາຫຼຽນຄຳ ກີລາໂອລິມປິກ ເປັນຄັ້ງທຳອິດ ນັບແຕ່ປີ 1998 ເປັນຕົ້ນມາເວລາທີມດັ່ງກ່າວຈະລົງແຂ່ງກັບທີມການາດາໃນວັນ
ພະຫັດມື້ນີ້ໃນກີລາໂອລິມປິກລະດູໜາວປະຈຳປີ 2014 ທີ່ເມືອງ
Sochi ປະເທດຣັດເຊຍນັ້ນ.

ການມີໜ້າ ຂອງສອງທີມທີ່ເປັນຄູ່ແຂ່ງກັນ ໃນທະວີບອາເມຣິກາ
ເໜືອເພື່ອຊີງເອົາຫຼຽນຄຳ ໄດ້ກາຍເປັນພິທີທຳມະດາ ໃນເກືອບ ທຸກໆກີລາໂອລິມປິກລະດູໜາວ ນັບແຕ່ທີມຕີຄີນ້ຳກ້ອນປະເພດ
ຍິງ ໄດ້ຕື່ມເຂົ້າໃສ່ການແຂ່ງຂັນກີລາດັ່ງກ່າວ ໃນປີ 1998.

ເບິ່ງວີດີໂອກ່ຽວຂ້ອງ:
Olympics Take Aim at Russia's Smoking and Drinking Problem
please wait

No media source currently available

0:00 0:02:44 0:00
ລິງໂດຍກົງ


ທັງສອງທີມໄດ້ປະເຊີນໜ້າກັນມາ 4 ຄັ້ງ ໃນການແຂ່ງຂັນກີລາໂອລິມປິກ 5 ຄັ້ງຜ່ານມາ ທີ່ ການາດາໄດ້ຊະນະທີມສະຫະລັດ 2 ຄັ້ງຕໍ່ 1. ທີມການາດາທີ່ປ້ອງກັນຕຳແໜ່ງແຊ້ມ 3 ສະ ໄໝ ຄາດວ່າຈະເປັນຜູ້ຊະນະໂດຍທີ່ທີມການາດາເຄີຍຊະນະທີມອາເມຣິກັນມາແລ້ວ 3 ຕໍ່
2 ໃນການແຂ່ງຂັນຮອບທຳອິດ ໃນສັບປະດາແລ້ວນີ້.

ທີມຕີຄີນໍ້າກ້ອນຈາກ Switzerland ແລະທີມ Sweden ຈະແຂ່ງກັນຍາດເອົາຫຼຽນທອງ ແດງ.



ສຳລັບກີລາປະເພດຍູ້ໝາກນໍ້າເຕົ້າຫີນໄປຕາມໜ້ານ້ຳກ້ອນຫຼື curling ປະເພດຍິງນັ້ນກາ ນາດາ ແລະ Sweden ຈະແຂ່ງກັນຊີງເອົາຫຼຽນຄຳ ໃນການແຂ່ງຂັນກີລາໂອລິມປິກ ເປັນ ເທື່ອສອງລຽນຕິດ. ອັງກິດຈະແຂ່ງກັບ Switzerland ເພື່ອຊີງເອົາຫຼຽນທອງແດງ.

ຫຼັງຈາກການແຂ່ງຂັນກັນມາ ເປັນເວລາ 13 ມື້ ທີ່ເມືອງ Sochi ປະເທດຣັດເຊຍແລ້ວ ສະ ຫະລັດນຳໜ້າ ທີ່ໄດ້ຫຼຽນຫຼາຍກວ່າໝູ່ ຄືໄດ້ຮັບ 23 ຫຼຽນທັງໝົດ. ຣັດເຊຍແລະ Nether-
lands ໄດ້ຮັບຫຼຽນ ຫຼາຍເປັນອັນດັບສອງ ເທົ່າກັນ ຊຶ່ງແຕ່ລະປະເທດ ໄດ້ 22 ຫຼຽນ ຮອງ ອັນດັບລົງມາແມ່ນ Norway ໄດ້ 20 ຫຼຽນ ການາດາ 18 ຫຼຽນແລະເຢຍຣະມັນ 15 ຫຼຽນ. ສຳລັບຫຼຽນຄຳນັ້ນ Norway ນຳໜ້າໝູ່ ໄດ້ 9 ຫຼຽນ ແລະຮອງອັນດັບລົງມາແມ່ນເຢຍຣະ
ມັນ ໄດ້ 8 ຫຼຽນ.

XS
SM
MD
LG