ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີການຍາດ ເອົາ 6 ຫລຽນຄຳ ໃນການແຂ່ງຂັນ ໂອລິມປິກ ຢູ່ Sochi (ສະໄລດ໌/ວີດີໂອ)


ທ້າວ Dario Cologna ຈາກສະວິສເຊີແລນໄດ້ຊະນະແລ່ນສະກີ
cross-country ປະເພດຊາຍ 15 ກິໂລແມັດ ຊຶ່ງເປັນນຶ່ງ ໃນຈຳ
ນວນ 6 ຫລຽນຄຳ ທີ່ມີການມອບໃຫ້ພວກນັກກິລາ ໃນວັນສຸກມື້ນີ້
ໃນການແຂ່ງຂັນ ກິລາໂອລິມປິກລະດູໜາວ ຢູ່ທີ່ເມືອງ Sochi ປະ
ເທດຣັດເຊຍ.

ນີ້ແມ່ນຫລຽນຄຳອັນທີ 2 ຂອງທ້າວ Cologna ໃນການແຂ່ງຂັນ
ກິລາໂອລິມປິກປີນີ້. ສ່ວນທ້າວ Johan Olsson ຈາກສະວີເດັນ
ໄດ້ຮັບຫລຽນເງິນແລະທ້າວ Daniel Richardson ຈາກສະວິສ
ເຊີແລນ ໄດ້ຮັບຫລຽນທອງແດງ.

Olympics: US Women Halfpipe Medalists
please wait

No media source currently available

0:00 0:02:37 0:00
ລິງໂດຍກົງ


ນອກນັ້ນແລ້ວ ໃນວັນສຸກມື້ນີ້ ດາລານັກແລ່ນສະກີ alpine ຈາກສະຫະລັດ ທ້າວ Ted Li-
gety ແມ່ນຮວມຢູ່ໃນບັນດາພວກທີ່ຄາດວ່າ ຈະໄດ້ຮັບຫລຽນໃນ ການແຂ່ງຂັນແລ່ນສະກີ ແບບປະສົມ.

ທ້າວ Ligety ແມ່ນຄອງແຊມປ້ຽນໂລກໃນການແຂ່ງຂັນກິລາປະເພດດັ່ງກ່າວ ຊຶ່ງປະກອບ ດ້ວຍການແລ່ນສະກີລົງພູນຶ່ງຄັ້ງແລະການແລ່ນສະກີ slalom ນຶ່ງຄັ້ງ. ທ້າວ Alexis Pin-
turault ຈາກຝຣັ່ງ ກໍເປັນອີກຜູ້ນຶ່ງທີ່ຄາດວ່າຈະໄດ້ຮັບຫລຽນ ໃນການແຂ່ງຂັນປະເພດດັ່ງ ກ່າວນີ້.

ສຳລັບການແຂ່ງຂັນແລ່ນ figure ສະເກັດນໍ້າກ້ອນປະເພດຊາຍນັ້ນ ຈະມີການຕັດສິນກັນ ໃນວັນສຸກມື້ນີ້. ທ້າວ Huzuru Yanyu ຈາກຍີ່ປຸ່ນແມ່ນມີຄະແນນນຳໜ້າໝູ່ ໃນເວລານີ້
ຫຼັງຈາກໄດ້ສ້າງສະຖິຕິໃໝ່ຂອງໂລກ ໃນໂຄງການແຂ່ງຂັນປະເພດສັ້ນໃນວັນພະຫັດວານ
ນີ້. ລາວມີຄະແນນນຳໜ້າທ້າວ Patrick Chan ແຊມປ້ຽນສາມສະໄໝຈາກການາດາ.

ຈະມີການຕັດສິນກິລາປະເພດດັ່ງກ່າວນີ້ ໂດຍບໍ່ມີນັກແລ່ນສະເກັດນໍ້າກ້ອນທີ່ມີຊື່ສຽງໂດ່ງ
ດັງຊາວຣັດເຊຍ Yevgeny Plushenko ທີ່ໄດ້ຖອນໂຕ ຫລັງຈາກຫຼັງຂອງລາວ ໄດ້ຮັບ ບາດເຈັບ ໃນການອຸ່ນເຄື່ອງ ໃນວັນພະຫັດວານນີ້.

ໃນການແຂ່ງເລື່ອນ skeleton ນັ້ນ ນາງ Lizzy Yarnold ຈາກອັງກິດແລະນາງ Noelle Pikus-Pace ຈາກສະຫະລັດເປັນທີນຶ່ງແລະທີສອງຕາມລຳດັບໃນການແຂ່ງຂັນຮອບສຸດ ທ້າຍເອົາຫລຽນຄຳ.

ນອກນັ້ນແລ້ວ ຍັງຈະມີການຕັດສິນວ່າ ຜູ້ໃດຈະໄດ້ຮັບຫລຽນຄຳ ໃນການແລ່ນ freestlye aerials ປະເພດຍິງ ແລະແລ່ນສະກີ biathlon 15 ກິໂລແມັດ ປະເພດຍິງ.

XS
SM
MD
LG