ລາໂອລິມປິກລະດູໜາວ ທີ່ເມືອງ Sochi ປະເທດຣັດເຊຍ.
ທ້າວ Sage Kotsenberg ໄດ້ຊະນະຫລຽນຄຳທຳອິດ ໃນກິລາ
ແລ່ນກະດານຫິມະ ຫຼື snowboard ປະເພດຊາຍ.
ບໍ່ດົນຕໍ່ມາ ນາງ Marit Bjoergen ຈາກນໍເວ ກໍໄດ້ຊະນະຫລຽນ
ຄຳ ໃນການແລ່ນສະກີມາລາທອນ cross-country. ນໍເວໄດ້ຊະ
ນະໄປແລ້ວ 3 ຫຼຽນຂອງຈຳນວນຫຼຽນທີ່ມອບໃຫ້ທັງໝົດ 6 ຫຼຽນ
ໂດຍໄດ້ຮັບຫລຽນເງິນ ໃນການແຂ່ງຂັນ ແລ່ນກະດານຫິມະ ຫລື
snowboard ແລະຫຼຽນທອງແດງໃນການແລ່ນສະກີມາລາທອນ.
ໃນວັນເສົາມື້ນີ້ ຈະມີການມອບຫລຽນ ໃຫ້ແກ່ກິລາ 5 ປະເພດ ໃນມື້ທຳອິດຂອງ ການແຂ່ງ
ຂັນເປັນເວລາທັງໝົດ 16 ມື້.
ການແຂ່ງຂັນ ຊຶ່ງມີຂຶ້ນ ທີ່ເມືອງທ່າ Sochi ໃນທະເລດຳຂອງຣັດເຊຍ ເລີ້ມຂຶ້ນ ໃນວັນສຸກ ວານນີ້ ດ້ວຍພິທີເປີດທີ່ຍິ່ງໃຫຍ່ມະໂຫລານທີ່ປະກອບດ້ວຍດົນຕີ ດາລາບາລເລ ນັກກາຍ ຍະກຳ ແລະນັກເຫາະຈັກກະວານຂອງຣັດເຊຍ.
ສະໜາມກິລາໂອລິມປິກ Fisht ທີ່ສ້າງຂຶ້ນໃໝ່ ຊຶ່ງບັນຈຸຜູ້ຄົນ ໄດ້ 40,000 ຄົນນັ້ນ ແມ່ນ ເປັນບ່ອນທີ່ຈັດພິທີເປີດຊຶ່ງໄດ້ສະແດງໃຫ້ເຫັນພາບພົດອັນສະງ່າງາມຂອງຣັດເຊຍ.
ມີພວກນັກກິລາຈາກ 80 ກວ່າປະເທດ ທີ່ເຂົ້າຮ່ວມໃນການແຂ່ງຂັນ ຢູ່ເມືອງ Sochi ໄດ້ ເຕັມສະໜາມກິລາແຫ່ງນີ້. ການໄຕ້ທວນໄຟໂອລິມປິກແລະການຈູດບັ້ງໄຟດອກເຮັດໃຫ້ ທ້ອງຟ້າໃນຍາມກາງຄືນສະຫວ່າງສະໄຫວ ແມ່ນຈຸດສຸດຍອດຂອງພິທີດັ່ງກ່າວ.
ມີພວກຜູ້ນຳຂອງໂລກຈາກ 40 ກວ່າປະເທດໄປຮ່ວມພິທີເປີດການແຂ່ງຂັນ ແຕ່ປະທານາ ທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ແລະພວກຜູ້ນຳຂອງຢູໂຣບ ບາງຄົນບໍ່ໄດ້ໄປຮ່ວມ. ຣັດເຊຍ ໄດ້ປະເຊີນກັບການຕຳໜິຕິຕຽນກ່ຽວກັບກົດໝາຍ ທີ່ຫ້າມບໍ່ໃຫ້ມີການເຜີຍແຜ່ໃນ ອັນທີ່ເອີ້ນວ່າ ການໂຄສະນາຊວນເຊື່ອຂອງພວກຮັກຮ່ວມເພດ ຕໍ່ພວກທີ່ບໍ່ເຖິງກະສຽນ.
ການຮັກສາຄວາມປອດໄພແມ່ນມີຢ່າງເຄັ່ງຄັດທັງຢູ່ໃນແລະອ້ອມແອ້ມບ້ານໂອລິມປິກໂດຍ ມີເຈົ້າໜ້າທີ່ເຝົ້າຍາມ ເພື່ອຮັບມືກັບການໂຈມຕີທີ່ອາດມີຂຶ້ນ. ນອກນັ້ນ ຍັງມີການເພີ້ມການ ຮັກສາຄວາມປອດໄພຢູ່ອ້ອມແອ້ມບໍລິເວນວັງເຄຣັມລິນ ໃນຄວາມຄາດຫວັງທີ່ວ່າ ອາດຈະ ມີການປະທ້ວງ ທີ່ພົວພັນກັບການແຂ່ງຂັນໂອລິມປິກນັ້ນ.