ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ການແລ່ນ​ປ່ຽນທວນໄຟ ​ກິ​ລາໂອລິມປິກ ​ທີ່​ໂ​ຕ​ກຽວ ຈະ​ດຳ​ເນີນ​ຕາມ​ແຜນ​ທີ່​ວາງ​ໄວ້


ທ່ານ​ໂຕ​ຂີ​ໂຣ ມ​ູ​ໂຕ ຫົວ​ໜ້າຄະ​ນະ​ກຳ​ມະ​ການ​ຈັດ​ການແຂ່ງຂັນ ກິ​ລາ​ໂອ​ລິມ​ປິກ 2020
ທ່ານ​ໂຕ​ຂີ​ໂຣ ມ​ູ​ໂຕ ຫົວ​ໜ້າຄະ​ນະ​ກຳ​ມະ​ການ​ຈັດ​ການແຂ່ງຂັນ ກິ​ລາ​ໂອ​ລິມ​ປິກ 2020

ບັນ​ດາ​ຜູ້​ຈັດ​ການ​ແຂ່ງ​ຂັນ​ກິ​ລາ​ໂອ​ລິມ​ປິກໂຕກຽວ 2020 ກ່າວ​ໃນ​ວັນ​ອັງ​ຄ​ານ​ວານ​ນີ້​ວ່າ
ເຂົາ​ເຈົ້າ​ຈະ​ເລີ້ມການ​ແລ່ນ​ປ່ຽນທວນໄຟໂອລິມປິກ ໃນ​ວັນ​ທີ 26 ເດືອນ​ມີ​ນາ ດັ່ງ​ທີ່​ໄດ້​
ວາງ​ແຜນ​ເອົາ​ໄວ້ ເຖິງ​ແມ່ນ​ມີ​ການ​ຂົ່ມ​ຂູ່​ຈາກ​ໄວ​ຣັ​ສ​ໂຄ​ໂຣ​ນາກໍຕາມ.

ເພື່ອ​ຫລຸດ​ຜ່ອນ​ຕໍ່ການ​ສ່ຽງ ຫົວ​ໜ້າຄະ​ນະ​ກຳ​ມະ​ການ​ຈັດ​ການແຂ່ງຂັນ ​ທ່ານ​ໂຕ​ຊີ​ໂຣະ
ມູ​ໂຕະ ກ່າວ​ວ່າ ພິ​ທີ​ທັງ​ໝົດ​ທີ່​ພົວ​ພັນ​ກັບ​ການ​ແຂ່ງ​ຂັນ​ຕ່າງໆ ຮວມ​ທັງພິທີ ຕ້ອນຮັບ
ຂອງບັນ​ດາ​ລັດ​ຖະ​ບານ​ທ້ອງ​ຖິ່ນ ​ຈະ​ຖືກ​ຍົກເລີກ.

ທ່ານ​ໄດ້​ກ່າວ​ຕໍ່​ບັນ​ດານັກ​ຂ່າວ​ໃນ​ນ​ະ​ຄອນ​ໂຕ​ກຽວ​ວ່າ ບັນ​ດາ​ຜູ້​ຊົມ​ຈະ​ບໍ່​ເຂົ້າ​ຮ່ວມ​ພິ​ທີ​
ເປີດອັນ​ຍິ່ງ​ໃຫຍ່ຢູ່ ຟູ​ກູ​ຊີ​ມະ ແລະ​ໄດ້​ຮຽກ​ຮ້ອງ​ໃຫ້​ຄົນ​ຜູ້​ທີ່​ຮູ້ສຶກ​ບໍ່​ສະ​ບາຍນັ້ນ ບໍ່ເຂົ້າ
ຮ່ວມ​ພິ​ທີການ​ແລ່ນ​ປ່ຽນ​ທວນໄຟ.

ທ່ານ​ມູ​ໂຕ ກ່າວ​ວ່າ “ພວກ​ເຮົາ​ຢາກ​ຂໍ​ຮ້ອງ​ໃຫ້​ຄົນຜູ້​ທີ່​ຮູ້​ສຶກ​ບໍ່​ສະ​ບາຍ​ ບໍ່ໃຫ້ໄປ​ຢືນ​ຢູ່​
ແຄມຖ​ະ​ໜົນ.”

ທ່ານ​ມູ​ໂຕ​ະໄດ້​ເຕືອນ​ວ່າ ຄວາມ​ແອ​ອັດອາດ​ບັງ​ຄັບ​ໃຫ້ບັນ​ດາ​ຜູ້​ຈັດ​ການແຂ່ງຂັນ​ປ່ຽນ​
ວິທີ​ທາງ ການ​ແລ່ນ​ຖື​ທວນໄຟ.

ການໄຕ້ທວນໄຟ​ໄດ້ມີຂຶ້ນໂດຍປາດ​ສະ​ຈາກ​ຜູ້​ເບິ່ງ​ຢູ່ກ​ຣິສ ແຕ່​ວ່າ​ການ​ຖື​ທວນ​ໄຟ​ແລ່ນ
ຢູ່ທີ່​ນັ້ນໄດ້​ຖືກ​ຍົກເລີກ. ໃນ​ວັນ​ພະ​ຫັດ​ທີ່​ຜ່ານ​ມາ ພວກ​ເຈົ້າ​ໜ້​າ​ທີ່​ຍີ​ປຸ່ນ​ຈ​ະ​ເຂົ້າ​ຮ່ວມພິ​ທີ​
ການແລ່ນ​ມອບ​ທວນໄຟ ທີ່ບໍ່​ມີ​ຄົນ​ເບິ່ງ.

ພວກ​ເຈົ້າ​ໜ້າ​ທີ່​ຍີ​ປຸ່ນ ແລະ​ສາ​ກົນ ໄດ້​ກ່າວ​ວ່າ ເຂົາ​ເຈົ້າຈະ​ບໍ່​ເລື່ອນເວລາ ຫຼືຍົກ ເລີກ​
ການ​ແຂ່ງ​ຂັນ​ໂອ​ລິມ​ປິກ​ປີ​ນີ້. ການ​ແຂ່ງ​ຂັນ ທີ່​ມີກຳ​ນົດຈະ​ເລີ້ມ​ຂຶ້ນ​ໃນ​ວັນ​ທີ 24 ກໍ​ລະ
​ກົດ ເຖິງ​ແມ່ນໄດ້​ມີ​ການລະບາດ​ເພີ້ມ​ຂຶ້ນຂອງ​ໄວ​ຣັ​ສໂຄ​ໂຣ​ນາຢ່າງ​ໄວ
ກໍຕາມ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG