ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

5 ປະເທດ ຍາດໄດ້ ຫຼຽນຄໍາ ໃນການແຂ່ງຂັນ ໂອລິມປິກ ທີ່ໂຊຈີ ວັນອາທິດມື້ນີ້ (ວີດີໂອ/ສະໄລດ໌)


ນັກກິລາຈາກ ສະໂລວາເກຍ ເນເທີແລນ ສະ​ວິດ​ເຊີ​ແລນ
ອອສ​ເຕຣຍ ແລະສະຫະລັດ ໄດ້ຊະນະຫຼຽນຄໍາ ໃນການ​ແຂ່ງ
ຂັນກິລາ​ໂອລິ​ມປິກ ​ວັນ​ອາທິດມື້​ນີ້ ​ ທີ່​ເມືອງ Sochi ປະ​ເທດ
ຣັດ​ເຊຍ.

Anastasiya Kuzmina ຈາກ Slovakia ໄດ້ປ້ອງກັນຕໍາ
ແໜ່ງແຊ້ມໂອລິມປິກ ທີ່ໄດ້ມາ ຈາກການແຂ່ງຂັນກິລາໂອ
ລິມປິກທີ່ Vancouver ປະເທດການາດາ ເມື່ອ 4 ປີກ່ອນ ໂດຍໄດ້ຊະນະການແຂ່ງແລ່ນສະກີໄວ biathlon ໄລຍະ
7 ຫຼັກເຄິ່ງ ຝ່າຍຍິງ.

Ireen Wust ຈາກເນເທີແລນ ໄດ້ຊະນະແລ່ນນໍ້າກ້ອນໄວ ໄລຍະ 3 ພັນແມັດ ຝ່າຍຍິງ ໂດຍມີນັກກິລາຈາກ ສາທາລະນະລັດເຊັກແລະຣັດເຊຍ ໄດ້ຫຼຽນເງິນກັບຫຼຽນທອງແດງ
ໄປຕາມລໍາດັບ.

Jamie Anderson ຈາກ​ສະຫະລັດ ​ໄດ້​ຫຼຽນຄໍາ​ໃນ​ການແຂ່ງຂັນ​ແລ່ນ ​ແປ້ນ​ກະດານ​ຫິມະ
ຫຼື snowboarding ຂອງແມ່ຍິງ ທີ່ຫາ​ກໍເອົາຮວມ​ເຂົ້າໃນ​ການ​ແຂ່ງຂັນ​ກິລາ​ໂອ​ລິ​ມປິກ ​ເປັນ​ເທື່ອ​ທໍາ​ອິດ ​ນໍາ​ໜ້ານັກ​ກິລາ​ຈາກ ຟິນ​ແລນ​ແລະ​ອັງກິດ. ​ໃນວັນ​ເສົາ​ວານ​ນີ້ ທ້າວ Sage
Kotsenburg ນັກ​ກິລາ​ອາ​ເມຣິກັນ ກໍ​ໄດ້​ຫຼຽນຄໍາ​ອັນ​ທໍາ​ອິດ​ຂອງ​ການ​ແຂ່ງຂັນກິລາ​ໂອ​ລິ​ມ
ປິກ​ຄັ້ງ​ນີ້​ໄປ ​ໃນ​ການ​ແຂ່ງຂັນ​ລາຍການ​ດຽວ​ກັນ​ນີ້ ສໍາລັບ​ຜູ້​ຊາຍ.

Matthias Mayer ຈາກ ອອສ​ເຕຣຍ ​ໄດ້​ຫຼຽນຄໍາ ​ໃນ​ການ​ແຂ່ງຂັນ​ແລ່ນ​ສະ​ກີ​ລົງ​ພູ ຕິດຕາມ
​ມາ​ດ້ວຍນັກ​ສະ​ກີ​ຊາວ​ອິຕາ​ລີ Christof Innerhofer ທີ່​ໄດ້​ຫຼຽນ​ເງິນ ​ແລະ Kjetil Jansrud
ຈາກ​ປະ​ເທດ​ນໍ​ເວ ​ໄດ້ຫຼຽນທອງ​ແດງ. ສ່ວນນັກ​ສະ​ກີ​ອາ​ເມ​ຣິກັນ ທີ່​ເປັນ​ໂຕ​ເກງ​ Bode
Miller ທໍາ​ເວລາ​ຢ່າງ​ໜ້າ​ຜິດ​ຫວັງ ຄື ​ໄດ້​ອັນ​ດັບ​ທີ່​ແປດ.

Olympics 2-9-14
please wait
Embed

No media source currently available

0:00 0:00:50 0:00

ນັກ​ແລ່ນ​ສະ​ກີ​ ຈາກ​ສະ​ວິດເຊີ​ແລນ Dario Cologna ຍາດ​ໄດ້​ຫຼຽນຄໍາ ​ໃນ​ການ​ແຂ່ງ​ແລ່ນ​ສະ​ກີ ໄລຍະ​ໄກ ຫຼື cross country ​ໄລຍະ 30 ຫຼັກ ຕິດຕາມ​ໂດຍນັກ​ກິລາ​ສະ​ວີເດັນ ທີ່​ໄດ້​ຫຼຽນ​ເງິນ ​ແລະ ນັກ​ກິລາ​ນໍ​ເວ ​ໄດ້​ຫຼຽນທອງ​ແດງ.

ໃນເວລາອອກອາກາດນີ້ ນໍ​ເວ​ແມ່ນ​ເປັນ​ປະ​ເທດ​ທີ່​ໄດ້​ຫຼຽນຫລາຍ​ທີ່​ສຸດ ມາ​ຮອດປັດຈຸບັນ
ຄື​ໄດ້​ 2 ຫຼຽນ​ຄໍາ 1 ຫຼຽນ​ເງິນ ​ແລະ 2 ຫຼຽນ​ທອງ​ແດງ ລວມ​ເປັນ 5 ຫຼຽນ. ສະຫະລັດ ການາ​
ດາ ກັບ ​ເນ​ເທີ​ແລນ ມາ​ໃນ​ອັນ​ດັບ 2 ​ໄດ້​ປະ​ເທດ​ລະ 3 ຫຼຽນ ​ແຕ່​ສະຫະລັດ​ໄດ້ 2 ຫຼຽນຄໍາ​
ແລະ 1 ຫຼຽນທອງ​ແດງ ຂະນະ​ທີ່​ກາ​ນາ​ດາ​ກັບ​ເນ​ເທີ​ແລນ ​ໄດ້ ຫຼຽນຄໍາ ຫຼຽນ​ເງິນ ​ແລະ ຫຼຽນ​ທອງ​ແດງ.

ເບິ່ງວີດີໂອ ກ່ຽວກັບທີມ bobsled ຈາກ Jamaica:

After 12 Years, Jamaican Bobsledders Return to Winter Olympics
please wait

No media source currently available

0:00 0:02:38 0:00
ລິງໂດຍກົງ
XS
SM
MD
LG