ອັງກິດກ່າວວ່າ ຕົນພ້ອມແລ້ວທີ່ຈະຈັດກຳລັງທະຫານພິເສດເພື່ອຊ່ອຍໃນການຮັກສາຄວາມປອດໄພເພີ່ມຂຶ້ນ ສຳຫຼັບງານມະຫະກໍາກິລາໂອລິມປິກທີ່ຈະມີຂຶ້ນນີ້ ຫຼັງຈາກພວກຮັບເໝົາເອກກະຊົນ ໄດ້ລາຍງານໃຫ້ຊາບເຖິງບັນຫາ ກ່ຽວກັບການຈັດ ກໍາລັງຮັກສາຄວາມປອດໄພ ທີ່ມີຂະໜາດໃຫຍ່ພໍ ເຂົ້າປະຕິບັດໜ້າທີ່ນັ້ນ.
ລັດຖະບານໄດ້ກ່າວວ່າ ຈະເພີ່ມກຳລັງທະຫານພິເສດ ຈໍານວນ 3,500 ຄົນໄວ້ ສຳການແຂ່ງຂັນກິລາໂອລິມປິກ ຊຶ່ງຈະເລີ່ມໃນວັນທີ 27 ເດືອນກໍລະກົດນີ້.
ບໍລິສັດຮັກສາຄວາມປອດໄພ G4S ກ່າວວ່າ ຕົນຈະສືບຕໍ່ປະຕິບັດໜ້າທີ່ເພື່ອແກ້ໄຂບັນຫາການຂາດແຄນພະນັກງານຮັກສາຄວາມປອດໄພແລະໝາຍກຳນົດການຕ່າງໆ ຊຶ່ງໄດ້ມີຂຶ້ນໃນໄລຍະສອງສາມອາທິດທີ່ຜ່ານມານີ້. ບໍລິສັດຮັກສາຄວາມປອດໄພດັ່ງກ່າວ ເອີ້ນຄວາມພະຍາຍາມ ໃນການເກັບເກນພະນັກງານຮັກສາຄວາມປອດໄພນີ້ວ່າ ເປັນເລື່ອງທີ່ບໍ່ຄ່ອຍເກີດຂຶ້ນມາກ່ອນແລະສະລັບຊັບຊ້ອນຫຼາຍ.
ອັງກິດໄດ້ໃຫ້ຄຳໝັ້ນສັນຍາໄປແລ້ວວ່າ ຈະຈັດກຳລັງທະຫານ 13,500 ຄົນແລະເງິນຈໍານວນ 857 ລ້ານໂດລາ ໃນການຮັກສາຄວາມປອດໄພ ສຳລັບການແຂ່ງ ຂັນກິລາໂອລິມປິກ.
ເບິ່ງວີດີໂອກ່ຽວຂ້ອງ