ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຄາດວ່າ ສະຫະລັດຈະໄດ້ຮັບ ຫລຽນຄໍາຕື່ມອີກ ໃນມື້ສຸດທ້າຍນີ້ (ວີດີໂອ 2 ອັນ)


ເບິ່ງການແຂ່ງຂັນບານບ້ວງຂອງສະຫະລັດທີ່ຊະນະເລີດໃນກິລາໂອລິມປິກ 2012

ຜົນ​ຂອງ​ການ​ແຂ່ງຂັນ​ໂອ​ລິ​ມປິກ ວັນ​ເສົາ​ວານ​ນີ້ ປາກົດ​ວ່າ ທີ​ມ​ບານບ້ວງ​ຍິງຂອງສະຫະລັດ​ ໄດ້​ຮັບຫຼຽນ​ຄໍາ​ໂອ​ລິ​ມປິກ ເປັນຄັ້ງທີ່ຫ້າ​ລຽນຕິດ ​ໃນ​ການແຂ່ງຮອບ​ຊີງ​ຊະນະ​ເລີດ​ກັບ​ທີ​ມຝຣັ່ງ ​ໂດຍ​ທໍາ​ຄະ​ແນນ​ໄດ້ 86 ຕໍ່ 50 ຊຶ່ງ​ເປັນ​ການ​ເພີ້ມ​ໄຊຊະນະ​ອີກ​ບັ້ນ​ນື່ງ ​ໃຫ້​ແກ່​ທີ​ມນັກກີລາ​ໂອ​ລິ​ມປິກ​ອາ​ເມຣິກັນ ທີ່​ເບິ່ງ​ຊົງວ່າ​ ຈະ​ຄວ້າຫຼຽນໄດ້​ຫຼາຍ​ກວ່າປະ​ເທດ​ອື່ນໆ ​ທັງຫຼຽນ ຄໍາ ​ແລະ ຈໍານວນ​ຫຼຽນທັງ​ໝົດ.

ບັນດາ​ນັກ​ກິລາ​ໂອ​ລິ​ມປິກ​ອາ​ເມຣິກັນ​ອາດ​ຄວ້າ​ຫຼຽນ​ຄໍາໄດ້ເພີ່ມ​ອີກໃນ​ເກ​ມ ວັນ​ອາທິດ​ມື້​ນີ້ ຄື​ກິລາ​ບານ​ບ້ວງຊາຍ ຊຶ່ງ​ທີ​ມທີ່​ເອີ້ນ​ວ່າ ​ທີ​ມ​ໃນ​ຝັນ​ນັ້ນ ຈະແຂ່ງ​ກັບ​ທີ​ມ ສະ​ເປ​ນ ຄື​ກັນ​ກັບ​ຄັ້ງ​ກິລາ​ໂອ​ລິ​ມປິກ​ປີ 2008 ທີ່​ປັກ​ກິ່ງ ຊຶ່ງ ​ທີ​ມ USA ​ຊະນະ​ສະ​ເປ​ນ​ໄປ 118 ຕໍ່ 107 ​ນັ້ນ.

ໃນ​ການ​ແຂ່ງຂັນ​ວັນ​ເສົາ​ວານ​ນີ້ ນັກ​ກິລາ​ແລ່ນ​ຊາຍ​ທີ່​ໄວ​ທີ່​ສຸດ​ຂອງ​ໂລກ​ ​ກໍ​ໄດ້​ສິ້ນ​ສຸດ​ການ​ແຂ່ງຂັນ​ລົງ ​ແບບ​ທີ່​ບໍ່ມີ​ນັກ​ກິລາແລ່ນຊາຍ​ຄົນ​ໃດເຄີຍ​ເຮັດໄດ້ມາກ່ອນ ​ໂດຍ​ໄດ້​ຮັບ​ສາມຫຼຽນຄໍາ​ ​ໃນ​ການ​ແຂ່ງຂັນ​ໂອ​ລິ​ມປິກ​ສອງ​ຄັ້ງ ຕິດ​ກັນ. ​ນາຍ USAIN BOLT ​ໄດ້​ນໍາພາ​ນັກ​ກິລາ​ຊາວ​ຈາ​ໄມ​ກາ ​ໄປສູ່​ໄຊຊະນະ​ໃນ​ການ​ແລ່ນຜັດ​ກັນ ຫຼື​ຣີ​ເລ​ຊາຍ 4 ຄົນ ​ໄລຍະ 400 ​ແມັດ​ ​ໂດຍ​ໄດ້​ທໍາລາຍ​ສະຖິຕິ​ໂລກ ຄື​ທໍາ​ເວລາ​ໄດ້ 36.84 ວິນາທີ.

​ໄຊ​ຊະນະ​ດັ່ງກ່າວ​ນີ້ ​ແມ່ນ​ຕິດຕາມ​ມາ​ຫລັງ​ຈາ​ກທີ່​ນາຍ USAIN ​ໄດ້​ຮັບ​ຫລຽນ​ຄໍາ ທີ່​ລອນ​ດອນ ປະ​ເພດ​ແລ່ນ​ໄວ 100 ​ແລະ 200 ​ແມັດ. ນອກ​ນີ້​ແລ້ວ ນາຍ USAIN ກໍໄດ້​ຫລຽນ​ຄໍາ​ໃນ​ແຂ່ງຂັນ​ປະ​ເພດ​ດຽວ​ກັນ​ນີ້ທັງ​ສາມ​ຄັ້ງ​ໃນ​ກິລາ​ໂອ​ລິ​ມປິກ​ປີ 2008 ທີ່​ປັກ​ກິ່ງນັ້ນ.

ເບິ່ງວີດິໂອກ່ຽວກັບຄວາມຕື່ນເຕັ້ນດີໃຈຂອງຊາວເຈໄມກາທີ່ຊະນະການແລ່ນຊາຍ

​ທີ​ມ​ແມັກ​ຊິ​ໂກ ຍາດ​ໄດ້​ຫຼຽນຄໍາ ປະ​ເພດ​ບານເຕະຊາຍ ​ໂດຍ​ເອົາ​ຊະນະ​ບຣາຊິ​ລ​ໄປ 2 ຕໍ່ 1 ປະຕູ. ​ແຕ່ປາກົດ​ວ່າ​ທີ​ມບຣາຊິ​ລ ເອົາ​ຊະນະທີ​ມ ສະຫະລັດ​ໄປ ປະ​ເພດ​ບານ​ສົ່ງ​ຍິງ.

ຫຼັງຈາກ​ການ​ແຂ່ງຂັນສິ້ນ​ສຸດ​ລົງ​ຂອງ​ວັນ​ເສົາ​ວານ​ນີ້ ສະຫະລັດໄດ້​ຫຼຽນ​ຄໍາ​ 44 ຫຼຽນ ຂອງ​ຫຼຽນທັງ​ໝົດ​ 102 ຫຼຽນ. ສ່ວນ​ຈີນ​ໄດ້ 38 ຫຼຽນ​ຄໍາ ຈາກ ທັງໝົດ 87 ຫຼຽນ. ຣັດ​ເຊຍ​ມາໃນອັນ​ດັບ​ສາມ ​ແລະ​ທີ່​ສີ່​ແມ່ນ​ອັງກິດ ປະ​ເທດ​ເຈົ້າພາບ ​ແຕ່​ ​ອັງກິດ​ໄດ້​ຫຼຽນ​ຄໍາ ​ຫຼາຍ​ກວ່າຣັດ​ເຊຍ.

ພິທີອັດການ​ແຂ່ງຂັນ ໃນມື້ສຸດທ້າຍມື້ນີ້ ຊຶ່ງ​ຈະ​ມີ​ຂຶ້ນ​ໃນ​ອີກ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ​ນີ້ ​ຈະ​ເປັນ​ການ “ສະ​ແດງ​ພອນ​ສະຫວັນຂອງ​ພວກ​ນັກດົນຕີ​ປະ​ເພດ​ພັອບອັງກິດ” ຊຶ່ງເປັນ ການເນັ້ນເຖິງສິນຄ້າສົ່ງອອກດ້ານວັດທະນາທໍາ ທີ່ມີທ່າແຮງທີ່ສຸດຂອງ ປະເທດນີ້. ບັນດາ​ນັກ​ສິນລະປິນ​ ທີ່ກໍານົດວ່າຈະໄປປະກົດຕົວສະ​ແດງໃນ ພິທີສະເຫລີມສະຫລອງ ເປັນເວລາສາມຊົ່ວໂມງນັ້ນ ລວມມີ Adele, Elton John, George Michael, Annie Lennox ​ແລະ Pet Shop Boys.

ບຣາຊິລ ຊຶ່ງ​ຈະ​ເປັນເຈົ້າພາບຈັດການແຂ່ງຂັນກິລາກິລາ​ໂອ​ລິ​ມປິກປີ 2016 ກໍຈະຈັດການສະແດງ ສ້າງ​ບັນຍາກາດ​ແຫ່ງຄວາມສະໜຸກ​ສະໜາ​ນ ລື່ນເລີງແບບ Rio-style carnival ຊຶ່ງເປັນ ການສະແດງທີ່ປະກອບດ້ວຍ ນັກຕີກອງ ນັກເຕັ້ນລໍາ ແລະຜູ້ຍິງທີ່ແຕ່ງຕົວ ໃນຊຸດສະແດງ carnival ພື້ນເມືອງທີ່ເຮັດຢ່າງມີສີມືປານີດ.

ເບິ່ງລາຍການຫລຽນຂອງປະເທດເຂົ້າຮ່ວມກິລາໂອລິມປິກ 2012 ໃນມື້ນຶ່ງກ່ອນປິດເກມ

Loading...

See complete list at olympic.org

XS
SM
MD
LG