ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບຣາຊິລ ໄດ້ຊະນະ ຫຼຽນຄຳ ເຕະບານ ໂອລິິມປິກ


ນັກກິລາ ເຕະບານ ບຣາຊິລ ທັງຫຼາຍ ພາກັນດີໃຈ ຫຼັງຈາກ
ທ້າວ ເນມາຣ ຍິງລູກໂທດລູກສຸດທ້າຍໄດ້ ໃນລະຫວ່າງ
ການແຂ່ງຂັນຮອບຊິງຊະນະເລີດ ທີ່ສະໜາມກິລາ Maracana ໃນນະຄອນ Rio de Janeiro, ບຣາຊິລ, 20 ສິງຫາ, 2016.
ນັກກິລາ ເຕະບານ ບຣາຊິລ ທັງຫຼາຍ ພາກັນດີໃຈ ຫຼັງຈາກ ທ້າວ ເນມາຣ ຍິງລູກໂທດລູກສຸດທ້າຍໄດ້ ໃນລະຫວ່າງ ການແຂ່ງຂັນຮອບຊິງຊະນະເລີດ ທີ່ສະໜາມກິລາ Maracana ໃນນະຄອນ Rio de Janeiro, ບຣາຊິລ, 20 ສິງຫາ, 2016.

ເຈົ້າພາບ ບຣາຊິລ ໄດ້ເອົາຊະນະທີມ ເຢຍລະມັນ ໃນການແຂ່ງຂັນກິລາເຕະບານປະເພດ ຊາຍ ຊິງເອົາຫຼຽນຄຳ ກິລາໂອລິມປິກ. ມັນແມ່ນຄັ້ງທຳອິດໃນການຊະນະເລີດກິລາໂອລິມ ປິກ ສຳລັບນັກເຕະບານ ບຣາຊິລ ໃນປະເທດທີ່ຫຼົງໄຫຼກັບກິລາເຕະບານນີ້.

ທ້າວ ເນມາຣ ຂອງ ບຣາຊິລ ໄດ້ຍິງລູກຊະນະເລີດ ໃນການເຕະຍິງລູກໂທດ ທີ່ໄດ້ຈົບລົງ ດ້ວຍຄະແນນ 5 ຕໍ່ 4 ຫຼັງຈາກຈົບເກມການແຂ່ງຂັນດ້ວຍ 120 ນາທີພ້ອມຄະແນນ 1 ປະ ຕູຕໍ່ 1.

ກອງເຊຍໃນສະໜາມກິລາ Macarana ຂອງນະຄອນ Rio ໄດ້ຮ້ອງສຽງເຊຍດັງຄັບສະ ໜາມ ໃນການຊະນະເລີດສຳລັບທີມເຈົ້າຂອງບ້ານ, ໃນຂະນະທີ່ນັກເຕະ ບຣາຊິລ ໂອບ ກອດກັນ ດ້ວຍຄວາມໂລ່ງອົກໂລ່ງໃຈອີກຄັ້ງໜຶ່ງ ແລະ ເປັນສະແດງຄວາມຍິນດີຕໍ່ກັນ ແລະ ກັນ.

ກ່ອນໜ້ານີ້, ທີມນັກກິລາ ບາສເກັດບອລ ແມ່ຍິງຂອງ ສະຫະລັດ ກໍໄດ້ຊະນະຫຼຽນຄຳ ໂອ ລິມປິກ ຄັ້ງທີ 6 ຕິດຕໍ່ກັນຂອງພວກເຂົາເຈົ້າ, ໃນການເອົາຊະນະທີມ ສເປນ ດ້ວຍຄະ ແນນ 101 ຕໍ່ 72 ໃນວັນເສົາວານນີ້.

ນາງ Diana Taurasi ແລະ ນາງ Lindsay Whalen ຍິງໄດ້ຄົນລະ 17 ຄະແນນໃນ ການເຮັດໃຫ້ທີມ ສະຫະລັດ ຂຶ້ນໄປນຳໜ້າ.

ນັກກິລາ ສະຫະລັດ ສະເຫຼີມສະຫຼອງ ຫຼັງຈາກການແຂ່ງຂັນຊິງຫຼຽນຄຳ ກັບທີມ ສເປນ ທີ່ການ ແຂ່ງຂັນກິລາໂອລິມປິກ ລະດູຮ້ອນ ໃນນະຄອນ Rio de Janeiro, ບຣາຊິລ. 20 ສິງຫາ 2016.
ນັກກິລາ ສະຫະລັດ ສະເຫຼີມສະຫຼອງ ຫຼັງຈາກການແຂ່ງຂັນຊິງຫຼຽນຄຳ ກັບທີມ ສເປນ ທີ່ການ ແຂ່ງຂັນກິລາໂອລິມປິກ ລະດູຮ້ອນ ໃນນະຄອນ Rio de Janeiro, ບຣາຊິລ. 20 ສິງຫາ 2016.

ນັກກິລາ ອາເມຣິກັນ ໄດ້ຊະນະໃນການແຂ່ງຂັນ 49 ຄັ້ງຕິດຕໍ່ກັນໃນການແຂ່ງຂັນກິລາ ໂອລິມປິກ ເຊິ່ງມີພຽງການແຂ່ງຂັນໜຶ່ງຄັ້ງໃນນັ້ນ ທີ່ຊະນະດ້ວຍຄະແນນບໍ່ເຖິງ 10.

ດ້ວຍຄວາມສຳເລັດທີ່ມີຄວາມໝັ້ນຄົງປະເພດນັ້ນ, ບາງຄົນໄດ້ໂຕ້ຖຽງວ່າ ນີ້ແມ່ນທີມ ບາສເກັດບອລ ຂອງແມ່ຍິງທີ່ດີທີ່ສຸດເທົ່າທີ່ໄດ້ຖືກລວມທີມມາ. ຫຼັງຈາກການແຂ່ງຂັນ, ນາງ Taurasi ພຽງແຕ່ເວົ້າວ່າ “ຂ້ອຍກໍຫວັງວ່າຈະເປັນໄປແນວນັ້ນ,” ເມື່ອຖືກຖາມວ່າ ລາວຄຶດວ່າ ທີມນີ້ເປັນທີມທີ່ດີທີ່ສຸດ ຫຼື ບໍ່.

ພວກເຂົາເຈົ້າໄດ້ຊະນະການແຂ່ງຂັນດ້ວຍຄະແນນເກືອບ 40 ຄະແນນ, ແຕ່ໄດ້ຕ່ຳກວ່າ ສະຖິຕິຄະແນນສະເລ່ຍ 102.4 ຄະແນນ ທີ່ທີມໃນປີ 1996 ໄດ້ສ້າງໄວ້.

ໃນການແຂ່ງຂັນລາຍການອື່ນໆຂອງວັນເສົາວານນີ້, ນາງ Gwen Jorgensen ໄດ້ກາຍ ເປັນນັກກິລາ ສະຫະລັດ ຄົນທຳອິດ ທີ່ໄດ້ຊະນະໃນການແຂ່ງຂັນກິລາໄລຍະຍາວສາມ ພາກ ລວມມີ ລອຍນ້ຳ, ຂີ່ລົດຖີບ ແລະ ແລ່ນ, ເຂົ້າເສັ້ນໄຊກ່ອນຜູ້ແຂ່ງຂັນນຳຫຼັງລາວ 40 ວິນາທີ ດ້ວຍເວລາລວມທັງໝົດ 1 ຊົ່ວໂມງ, 56 ນາທີ, ກັບ 16 ວິນາທີ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG