ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ໃນວັນພຸດວານນີ້ໄດ້ສະແດງຄວາມຍິນດີກັບນາງ ຊີມອນ ໄບລສ໌ (Simone Biles) ສຳລັບການນຳພາທີມນັກກິລາຈິມນາສຕິກ ອາເມຣິກັນ ຄວ້າຫຼຽນຄຳຢູ່ກິລາໂອລິມປິກ ປາຣີ, ຊຶ່ງຖືເປັນການກັບມາຂຶ້ນແທ່ນຮັບຫຼຽນລາງວັນໂອລິມປິກອີກຄັ້ງນຶ່ງຂອງນັກກິລາຈິມນາສຕິກອາຍຸ 27 ປີຕາມທີ່ທຸກຄົນລໍຄອຍມາດົນນານ.
ເພື່ອປະກອບກັບໂພສສະແດງຄວາມຍິນດີໃນສື່ສັງຄົມ X ນັ້ນ, ທ່ານ ໄບເດັນ ໄດ້ລົງພາບຂອງທ່ານທີ່ກຳລັງມອບຫຼຽນອິດສະຫຼະພາບຂອງປະທານາທິບໍດີໃຫ້ກັບນາງ ໄບລສ໌ ຊຶ່ງເປັນກຽດຕິຍົດພົນລະເຮືອນສູງສຸດໃນ ສະຫະລັດ ເມື່ອປີ 2022.
ທ່ານ ໄບເດັນ ໄດ້ຂຽນເຖິງນາງ ໄບລສ໌ ວ່າ “ຜູ້ບຸກເບີກ ແລະ ຕົ້ນແບບ, ພະລັງທີ່ບໍ່ມີໃຜທຽບໄດ້, ຄວາມສະຫງ່າງາມ ແລະ ຄວາມກ້າຫານຂອງເຈົ້າໄດ້ສ້າງແຮງບັນດານໃຈໃຫ້ພວກເຮົາທຸກຄົນ.”
ທ່ານກ່າວຕື່ມວ່າ “ຂ້າພະເຈົ້າພູມໃຈທີ່ໄດ້ເຫັນເຈົ້າເພີ່ມອີກຫຼຽນນຶ່ງໃນຂອງສະສົມຂອງເຈົ້າ.”
ນາງ ໄບລສ໌ ໄດ້ຮັບຫຼຽນຄຳກິລາໂອລິມປິກຫຼຽນທີ 5 ຂອງນາງໃນວັນອັງຄານທີ່ຜ່ານມາໃນການແຂ່ງຂັນປະເພດທີມ, ໂດຍໄດ້ເຮັດໃຫ້ສະຖານະພາບຂອງນາງເປັນນຶ່ງໃນນັກກິລາທີ່ຍິ່ງໃຫຍ່ທີ່ສຸດຂອງໂລກ ສາມປີຫຼັງຈາກໄດ້ຖອນຕົວອອກຈາກການແຂ່ງຂັນປະເພດດຽວກັນໃນກິລາໂອລິມປິກ ໂຕກຽວ.
ນາງ ໄບລສ໌, ເຊິ່ງແມ່ນນັກກິລາຈິມນາສຕິກທີ່ໄດ້ຫຼຽນຫຼາຍທີ່ສຸດ, ໄດ້ຖອນຕົວອອກຈາກການແຂ່ງຂັນປະເພດທີມໃນ ໂຕກຽວ ດ້ວຍບັນຫາ “ບິດບ້ຽວ ຫຼື Twisties,” ເຊິ່ງແມ່ນອາການທີ່ອັນຕະລາຍທີ່ໄດ້ສົ່ງຜົນກະທົບຕໍ່ບັນດານັກກິລາຈິມນາສຕິກ ທີ່ປະກອບມີການສູນເສຍຄວາມຮູ້ສຶກຂອງຮ່າງກາຍຢູ່ກາງອາກາດ ຊົ່ວຄາວ, ເຮັດໃຫ້ບໍ່ສາມາດຄວບຄຸມການເຄື່ອນເໜັງໄດ້.
ຫຼັງຈາກກິລາໂອລິມປິກນັ້ນ, ນາງ ໄບລສ໌ ໄດ້ພັກຜ່ອນຈາກກິລາຈິມນາສຕິກເປັນເວລາສອງປີ ແລະ ນັບຕັ້ງແຕ່ນັ້ນມານາງກໍໄດ້ກັບມາມີຄວາມສຸກ ແລະ ເປັນນັກກິລາທີ່ແຂງແຮງກວ່າເກົ່າ. ນາງ ໄບລສ໌ ໄດ້ຮັບການຍົກຍ້ອງສຳລັບການເປີດກວ້າງການສົນທະນາ ກ່ຽວກັບ ສຸຂະພາບຈິດຂອງນັກກິລາຜ່ານການຖອນຕົວທີ່ ໂຕກຽວ.
ອ່ານຂ່າວນີ້ເປັນພາສາອັງກິດ
U.S. President Joe Biden on Wednesday congratulated Simone Biles for leading the American women's gymnastics team to the gold medal at the Paris Games in a performance that marked the 27-year-old's long-anticipated return to the Olympic podium.
To accompany his congratulatory post on X, Biden posted a picture of him awarding Biles with the Presidential Medal of Freedom, the highest civil honour in the United States, in 2022.
"A trailblazer and role model, your unmatched power, grace, and daring inspires us all," Biden wrote, addressing Biles.
"I'm proud to see you add another medal to your collection."
Biles clinched her fifth Olympic gold medal on Tuesday in the team event, reinforcing her status as one of the world's greatest athletes three years after withdrawing from the same event at the Tokyo Games.
Biles, the most decorated gymnast of all-time, withdrew from the team event in Tokyo with the "twisties," a dangerous condition affecting gymnastics that involves a temporary loss of spatial awareness.
After those Games, Biles took a two-year break from gymnastics and has since re-emerged a happier and healthier athlete. Biles has been praised for opening up a conversation about athlete mental health through her withdrawal in Tokyo.
ຟໍຣັມສະແດງຄວາມຄິດເຫັນ