ໃນມື້ທີ 3 ຂອງການແຂ່ງຂັນເຕັມມື້ ຄືວັນຈັນວານນີ້ ທີມຈີນໄດ້ຄອບງໍາກິລາປະເພດ Gymnastics ໂດຍທີ່ທີມສະຫະລັດ ທີ່ມີຊື່ສຽງນັ້ນ ບໍ່ໄດ້ຈັກຫລຽນ.
ທີມຈີນທີ່ທໍາຄະແນນບໍ່ໄດ້ດີປານໃດໃນຮອບຊິງເຂົ້າຮອບຊະນະເລີດນັ້ນ ປາກົດ ວ່າຍາດເອົາຫລຽນຄໍາໄປໄດ້ ຈາກທີມຍີ່ປຸ່ນດ້ວຍຄະແນນລື່ນກັນຢ່າງຫລວງ ຫລາຍ ໃນຂະນະທີ່ທີມອັງກິດ ປະເທດເຈົ້າພາບນັ້ນ ໄດ້ຫລຽນທອງແດງແລະໄດ້ຮັບສຽງຕົບມືຊົມເຊີຍຢ່າງກ້ອງສະນັ່ນ. ແຕ່ທີມສະຫະລັດ ທີ່ທໍາຄະແນນໄດ້ດີໃນຮອບຄັດເລືອກ ແລະໃຜໆກໍຄາດຄະເນວ່າ ຈະຄ້ວາເອົາຫລຽນຄໍາໄປນັ້ນ ກັບໄດ້ທີ 5.
ໃນກິລາລອຍນໍ້າ ທ້າວ Yannick Agnel ຈາກທີມຝຣັ່ງ ກໍຄ້ວາຫລຽນຄໍາອັນທີສອງມາໄດ້ ໃນປະເພດລອຍຕາມໃຈມັກ ຫລື free style ໄລຍະ 400 ແມັດ. ສ່ວນ Ryan Lochte ແຊ້ມຄົນປັດຈຸບັນ ຈາກທີມ USA ກັບໄດ້ທີ 4.
ແຕ່ນັກລອຍນໍ້າໄວລຸ່ນຍິງຂອງທີມສະຫະລັດ ນາງ Missy Franklin ກໍໄດ້ກູ້ ຊື່ສຽງຄືນໃຫ້ສະຫະລັດ ໂດຍຄ້ວາເອົາຫລຽນຄໍາອັນທໍາອິດຂອງນາງມາໄດ້ ໃນການແຂ່ງລອຍນໍ້າ ປະເພດນອນຫງາຍ ຫລື backstroke ໄລຍະ 100 ແມັດ.
ທີມອື່ນໆທີ່ໄດ້ຫລຽນຄໍາໄປໃນມື້ວານນີ້ ກໍມີ ໂຣເມເນຍ ໃນກິລາຍິງປືນ, ຍີ່ປຸ່ນ ແລະຣັດເຊຍ ກິລາຈູໂດ ແລະເກົາຫລີເໜືອ ສໍາລັບຍົກນໍ້າໜັກ.
ທີມ USA ຫລືສະຫະລັດ ແລະທີມຍີ່ປຸ່ນ ໄດ້ຫລຽນໄປ ທີມລະ 6 ຫລຽນໃນວັນຈັນວານນີ້ ຕິດຕາມດ້ວຍ ຈີນ 5 ຫລຽນ, ຝຣັ່ງ 3, ແລະໂຣມາເນຍກັບຢູເຄຣນ ທີມລະ 2 ຫລຽນ. ທີ່ໄດ້ໄປນຶ່ງຫລຽນ ກໍມີ ຣັດເຊຍ ເກົາຫລີເໜືອ ເກົາຫລີໃຕ້ Lithuania ເມັກຊິໂກ ໂຄລໍາເບຍ ເຢຍລະມັນ ອອສເຕຣເລຍ ອີຕາລີ ອິນໂດເນເຊຍ ອິນເດຍ ອັງກິດ ມົງໂກເລຍ ແລະໄທ ທີ່ໄດ້ຫລຽນເງິນ ໃນກິລາຍົກນໍ້າໜັກ.
5 ທີມ ທີ່ໄດ້ຫລຽນຫລາຍທີ່ສຸດຫລັງຈາກມື້ທີ່ 3 ຂອງການແຂ່ງຂັນ ກໍມີ ຈີນກັບສະຫະລັດ 17 ຫລຽນເທົ່າກັນ ຕາມມາດ້ວຍຍີ່ປຸ່ນ 11 ຫລຽນ ອີຕາລີ 8 ຫລຽນ ແລະຝຣັ່ງ 7 ຫລຽນ.