ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໘ ມິຖຸນາ ໒໐໒໓

ນັກກິລາອັງກິດ ຊະນະຫຼຽນຄຳ ໃນການແຂ່ງເຮືອກາໂນ 200 ແມັດ (ວີດິໂອກັບສະໄລດ໌)


ນັກແລ່ນຈາໄມກາ Yohan Blake (ທີສອງຈາກຂວາ) ຮັບໄມ້ຈາກເພື່ອນຮ່ວມທີ Michael Frater (ທີສອງຈາກຊ້າຍ) ໃນລະຫວ່າງການແລ່ນຍື່ນໄມ້ຕໍ່ກັນ 400 ແມັດ ປະເພດຊາຍ ທີ່ສະໜາມກິລາໂອລິມປິກ ທີ່ກຸງລອນດອນ (10 ສິງຫາ 2011)

ນັກ​ບັນຊີ​ຝຶກ​ງານ​ຂອງ​ອັງກິດ ຜູ້​ທີ່​ໄດ້​ຮັບ​ຊື່​ຫຼິ້ນວ່າ Usain Bolt ທາງ​ນໍ້ານັ້ນ ໄດ້​ຊະນະ​ຫຼຽນ
ຄຳ​ໃນ​ວັນ​ເສົາ​ມື້ນີ້ ໃນ​ການ​ແຂ່ງຂັນ​ກາ​ໂນ K-1 200 ​ແມັດ ​ປະເພດ​ຊາຍ ທີ່​ໂອ​ລິ​ມປິກ​ເກ​ມກຸງ​
ລອນ​ດອນ.

ນາຍ Ed McKeever ​ໄດ້​ພິສູດ​ໃຫ້​ເຫັນ​ກ່ຽວ​ກັບ​ຊື່​ຫຼິ້ນຂອງ​ລາວ​ໂດຍ​ໄດ້​ພາຍ​ເຮືອ​ເຂົ້າສູ່​ເສັ້ນ​
ໄຊ ທີ່​ໃຊ້​ເວລາ​ແຕ່​ພຽງ 36 ວິນາທີ​ທໍ່​ນັ້ນ. ນາຍ Craviotto Rivero ​ຈາກ​ສະ​ເປ​ນ ​ໄດ້ຊະນະ
​ຫຼຽນ​ເງິນ ​ແລະ​ນາຍ Mark de Jonge ຈາກ​ກາ​ນາ​ດາ ​ຊະນະຫຼຽນທອງ​ແດງ.

ເບິ່ງວີດິໂອກ່ຽວກັບແຂ່ງກິລາໂອລິມປິກ

ຂະນະ​ດຽວ​ກັນນາຍ Usain Bolt ​ຕົວ​ຈິງ​ແລະຄະນະ​ທີ​ມຂອງ​ລາວຈາກ​ຈາ​ໄມກາ ກໍ​ມີ​ກຳນົດ​
ທີ່​ຈະລົງ​ແຂ່ງຂັນ​ໃນ​ການ​ແລ່ນ​ຍື່ນ​ໄມ້​ຕໍ່​ກັນ 400 ​ແມັດ​ປະ​ເພດຊາຍ ກັບທີ​ມສະຫະລັດທີ່​ມີ​ນັກ
​ແລ່ນ​ຫຼຽນທອງ​ແດງ 100 ​ແມັດ Justin Gatlin ​ເປັນຫຼັກ. ນາຍ Bolt ​ໄດ້​ຊະນະ​ຫຼຽນຄຳ​ມາ​
ແລ້ວໃນ​ການ​ແລ່ນ 100 ​ແມັດ ​ແລະ 200 ​ແມັດ.

ວັນ​ອາທິດ​ມື້ອື່ນນີ້ ຈະ​ເປັນ​ມື້ສຸດ​ທ້າຍ​ໃນ​ການ​ແຂ່ງຂັນ​ກິລາ​ໂອ​ລິ​ມປິກ​ ທີ່​ກຸງ​ລອນດອນ. ພິທີ​
ອັດການ​ແຂ່ງຂັນ​ຈະ​ເປັນ​ການສະ​ແດງ​ຄວາມເຄົາລົບຂອງ​ພວກ​ນັກດົນຕີ​ປະ​ເພດ​ພັອບອັງກິດ
ຮວມທັງບັນດາ​ນັກ​ສິນລະປິນ​ຕ່າງໆ ​ເຊັ່ນ Spice Girls, Annie Lennox ​ແລະ George
Michael ​ເປັນຕົ້ນ.

ເບິ່ງສະໄລດ໌ ກ່ຽວກັບການແຂ່ງຂັນໂອລິມປິກ ທີ່ລອນລອນ

ລາຍການຫລຽນຂອງປະເທດຕ່າງໆທີ່ເຂົ້າຮວມການແຂ່ງຂັນ ໂອລິມປິກ

Loading...

See complete list at olympic.org

XS
SM
MD
LG