ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໗ ມິຖຸນາ ໒໐໒໓

ນັກກິລາ ຈາໄມກາ ຮວບຫຼຽນທັງໝົດ ໃນການແຂ່ງຂັນ ແລ່ນ 200 ແມັດ (ສະໄລດ໌)


ນັກແລ່ນຈາໄມກາ Usain Bolt ໃນການແຂ່ງຂັນແລ່ນ 200 ແມັດ ຮອບທຳອິດທີ່ກຸງລອນດອນ (7 ສິງຫາ 2012)

ພວກ​ນັກ​ແລ່ນ​ເກັ່ງໆ​ຂອງ​ຈາ​ໄມ​ກາ ​ໄດ້​ຊະນະ​ທັງ 3 ຫຼຽນ ​ໃນ​ການ​ແຂ່ງຂັນ​ກິລາໂອ​ລິ​ມປິກ
​ທີ່​ກຸງ​ລອນ​ດອນ​ໃນ​ວັນ​ພະຫັດ​ວານ​ນີ້.

ນັກ​ແລ່ນ​ໄວ​ທີ່​ສຸດ​ຂອງ​ໂລກ Usain Bolt ​ໄດ້​ຊະນະ​ຫຼຽນຄຳ​ໃນ​ການ​ແລ່ນ 200 ​ແມັດ ​ໂດຍ
ໃຊ້​ເວລາ 19.32 ວິນາທີ. ສ່ວນ Yohan Blake ຊຶ່ງ​ເປັນ​ເພື່ອນ​ຮ່ວມ​ທີ​ມ ​ແລະ ຝຶກ​ແອບ​ນຳ
​ກັນນັ້ນໄດ້​ຊະນະ​ຫຼຽນ​ເງິນ​ໂດຍ​ໃຊ້​ເວລາ 19.44 ວິນາທີແລະ Warren Weir ຊະນະ​ຫຼຽນ
ທອງ​ແດງ ໂດຍ​ໃຊ້​ເວລາ 19.84 ວິ ນາທີ.

Usain Bolt ​ໄດ້​ກາຍ​ເປັນ​ບຸກຄົນ​ທຳ​ອິດທີ່​ຊະນະ​ທັງ​ການ​ແລ່ນ 100 ​ແມັດ ​ແລະ 200 ​ແມັດ
​ໃນ​ການ​ແຂ່ງ​ກິລາ​ໂອ​ລິ​ມປິກ​ສອງ​ສະ​ໄໝ​ຊ້ອນ. ລາວ​ໄດ້​ໃຊ້​ເວລາ​ໜ້ອຍ​ທີ່​ສຸດ​ເປັນ​ປະວັດ​ການ
​ໃນ​ການແລ່ນ 100 ​ແມັດ​ເມື່ອ​ວັນ​ອາທິດ​ແລ້ວ.

​ໃນ​ການ​ແຂ່ງຂັນ​ແລ່ນ 800 ​ແມັດ​ປະ​ເພດ​ຊາຍ​ຮອບ​ສຸດ​ທ້າຍ​ນັ້ນ David Rudisha ຈາກ
​ເຄັນ​ຢາ ຊະນະ​ຫຼຽນຄຳ​ໂອ​ລິ​ມປິກ​ເປັນ​ເທື່ອ​ທຳ​ອິດ ດ້ວຍ​ການ​ທຳ​ສະ​ຖະຕິ​ໃໝ່​ຂອງ​ໂລກ​ໂດຍ
​ໃຊ້​ເວລາ​ແຕ່​ພຽງ 1 ນາທີກັບ 20.91 ວິນາທີ​ທໍ່​ນັ້ນ ຄືນຶ່ງ​ສ່ວນ​ສິບ​ຂອງ​ວິນາທີ​ໜ້ອຍ​ກວ່າ
ສະ​ຖິຕິ​ທີ່​ລາວ​ໄດ້​ເຮັດໄວ້​ ເມື່ອ 2 ປີ​ກ່ອນ.

​ໃນ​ການ​ແຂ່ງຂັນ​ເຕະບານ​ແມ່ຍິງ​ນັ້ນ ທີ​ມຂອງ​ສະຫະລັດ​ໄດ້​ຄວ້າ​ເອົາຫຼຽນຄຳ​ມາຄອງ​ໂດຍ
​ຊະນະ​ຍີ່ປຸ່ນ 2 ປະຕູ​ຕໍ່ 1. ຍີ່ປຸ່ນ ​ເຄີຍ​ຊະນະທີ​ມສະຫະລັດ​ໃນ​ການ​ແຂ່ງຂັນຊິງແຊັມເຕະບານ
​ໂລກແມ່ຍິງ ປີ​ກາຍ​ນີ້.

​ໃນ​ການ​ແຂ່ງຂັນ​ບານບ້ວງ​ປະ​ເພດ​ຍິງ​ນັ້ນ ທີ​ມຂອງສະຫະລັດ​ໄດ້​ກ້າວ​ເຂົ້າ​ໄປ​ຫຼິ້ນ​ໃນ​ຮອບ​ຊິງ​
ຫຼຽນຄຳ ​ໂດຍ​ການ​ເອົາ​ຊະນະ​ອອສ​ເຕຣ​ເລຍ 86 ຕໍ່ 73.

ພາບຈາກການແຂ່ງຂັນມື້ທີ 13 ວັນພະຫັດວານນີ້:

ມາ​ຮອດ​ເວລາ​ນີ້ ສະຫະລັດ​ໄດ້ນຳ​ໜ້າ​ປະ​ເທດ​ຕ່າງໆ​ ໃນ​ການ​ໄດ້​ຮັບ​ຫຼຽນທັງ​ໝົດ ຄື​ໄດ້​ 90
ຫຼຽນຕິດຕາມ​ດ້ວຍ​ຈີນ 80 ຫຼຽນ ​ແລະຣັດ​ເຊຍ 56 ຫຼຽນ. ​ໃນ​ດ້ານຫຼຽນຄຳນັ້ນສະຫະລັດ​
ກໍນຳ​ໜ້າ​ໝູ່ຄື​ກັນຄື​ໄດ້​ທັງ​ໝົດ 39 ຫຼຽນ ຂະນະ​ທີ່​ຈີນ​ໄດ້​ 37 ຫຼຽນ ​ແລະອັງກິດ 25 ຫຼຽນ.

ລາຍການຫລຽນຂ້າງລຸ່ມນີ້ ປັບປ່ຽນໂດຍອັດຕະໂນມັດ ສະນັ້ນຈຶ່ງບໍ່ກົງກັບໃນຂ່າວ:

Loading...

See complete list at olympic.org

XS
SM
MD
LG