ມື້ສຸດທ້າຍຂອງງານມະຫະກໍາກິລາໂອລິມປິກ 2012 ໄດ້ສິ້ນສຸດລົງ ໂດຍທີ່ ສະຫະລັດເປັນຜູ້ນໍາໜ້າໝູ່ ໃນການໄດ້ຄອບຄອງຫຼຽນຫຼາຍທີ່ສຸດ ເຖິງ 104 ຫຼຽນ ອັນຮວມທັງ ຫຼຽນຄໍາ 46 ຫຼຽນ.
ຈີນໄດ້ທີ່ສອງ ຮອງລົງມາ ໂດຍໄດ້ 87 ຫຼຽນ ໂຮມທັງ 38 ຫຼຽນຄໍາ. ສ່ວນທາງປະເທດເຈົ້າພາບ ອັງກິດ ໄດ້ທີ່ 3 ໃນຈໍານວນຫຼຽນຄໍາ ໂດຍໄດ້ 5 ຫຼຽນ ຫຼາຍກວ່າ ຣັດເຊຍ ແຕ່ຖ້ານັບຈໍານວນຫຼຽນທັງໝົດແລ້ວ ຣັດເຊຍມາໃນອັນດັບ 3 ໃນຂະນະທີ່ອັງກິດ ໄດ້ອັນດັບທີ 4.
ມີ 85 ປະເທດທີ່ໄດ້ຮັບຫຼຽນ ຢ່າງນ້ອງ ນຶ່ງຫຼຽນ.
ບັນດານັກຮ້ອງປ໊ອບຣ໊ອກຊື່ດັງຂອງອັງກິດ ໄດ້ມາຮວມຕົວສະແດງແລະສ້າງຄວາມມ່ວນຊຶ່ນໃຫ້ແກ່ຜູ້ຊົມ ໃນພິທີປິດງານແຂ່ງຂັນກິລາໂອລິມປິກ 2012 ນີ້ ທີ່ໃຫ້ຊຶ່ງວ່າ “A Symphony of British Music” ອັນມີ George Michael, the Spice Girls, Annie Lennox ແລະຄະນະ Pet Shop Boys ທີ່ໄດ້ຮ່ວມສະແດງ ເປັນເວລາ 3 ຊົ່ວໂມງເຕັມ ຕໍ່ໜ້າຝູງຊົນເຖິງ 8 ໝື່ນຄົນ.
ປະເທດ Brazil ທີ່ໄດ້ຖືກເລືອກເປັນເຈົ້າພາບຂອງການແຂ່ງຂັນກິລາໂອລິມປິກ ຄັ້ງຕໍ່ໄປໃນປີ 2016 ນັ້ນ ກໍໄດ້ເປີດໂຕ ໂດຍຈັດການສະແດງຕາມແບບສະບັບຂອງງານເທດສະການເຕັ້ນລະບໍາສະຕາຍອາເມຣິກາລາຕິນ ທີ່ມີທັງນັກຕີກອງ, ນັກເຕັ້ນລະບໍາ ທີ່ນຸ່ງຊຸດ Carnival ອັນສວຍງາມ ໃນການຮ່ວມສະຫຼອງໃນພິທີປິດນັ້ນ.
ຜູ້ທີ່ສ້າງຄວາມແປກໃຈຫລາຍທີ່ສຸດໃນການແຂ່ງຂັນໃນວັນອາທິດວານນີ້ ແມ່ນນາຍ Stephen Kiprotich ຈາກ Uganda ທີ່ໄດ້ຮັບຫຼຽນຄໍາ ໃນການແລ່ນທົນຂອງຜູ້ຊາຍ ຊຶ່ງເປັນຫຼຽນຄໍາ ອັນທໍາອິດຂອງ Uganda ໃນຮອບ 40 ປີ.
ທີມບານບ້ວງຊາຍຂອງສະຫະລັດ ທີ່ເອີ້ນກັນວ່າ "Dream Team" ນັ້ນ ກໍໄດ້ ຫຼຽນຄໍາໄປຕາມຄາດໝາຍ ໂດຍໄດ້ຊະນະທີມ Spain ດ້ວນຄະແນນ 107 ຕໍ່ 100. ສ່ວນທີມຣັດເຊຍໄດ້ຫຼຽນທອງແດງໄປ ໂດຍໄດ້ຊະນະທີມ Argentina.
ຊາວອັງກິດແລະນັກທ່ອງທ່ຽວພາກັນລຸຫລັ່ງໄປຊື້ຂອງທີ່ລະນຶກຈາກໂອລິມປິກ 2012: