ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອັງກິດຄວ້າ ຫຼຽນຄໍາໄດ້ຕື່ມອີກ ໃນການແຂ່ງຂັນໂອລິມປິກ ວັນອັງຄານວານນີ້ (ສະໄລດ໌/ວີດີໂອ)


ພາບສ່ວນນຶ່ງຈາກມື້ທີ 11 ຂອງການແຂ່ງຂັນ:

ປະ​ເທດ​ອັງກິດ​ ທີ່​ເປັນ​ເຈົ້າພາບຈັດ​ການ​ແຂ່ງຂັນກິລາໂອ​ລິ​ມປິກ​ປີ​ນີ້​ພາກັນ​ຊື່​ນຊົມຢ່າງໃຫຍ່ໃນ​
ວັນ​ອັງຄານ​ວານ​ນີ້ ທີ່ຕົນ​ສາມາດຄວ້າ​ເອົາຫຼຽນຄຳຈຳ ນວນ​ນຶ່ງ ມາໄດ້ຕື່ມ​ອີກ.

ອັງກິດ​ໄດ້​ຊະນະຫຼຽນຄໍາ​ໃນການ​ແຂ່ງຂັນ​ໄຕຣກິລາຫຼື Triathelon ປະເພດ​ຊາຍ​ ​ຄື ລອຍ​ນໍ້າ
ຖີບລົດຖີບ ​ແລະ​ແລ່ນທົນ ​ພ້ອມ​ທັງຫຼຽນຄຳ​ໃນ ໃນການ​ແຂ່ງ​ລົດຖີບ ຂີ່​ມ້າ​ຂ້າມ​ຮົ້ວ ​ແລະກິລາ​
ປະ​ເພດ​ແຂ່ງ​ເຮືອໃບລົມ ​ແລະ​ປະ​ເພດໄຕຣກິລາອີກ ຄື ລອຍ​ນໍ້າ ຖີບລົດຖີບ ​ແລະ​ແ​ລ່ນນັ້ນ.

ຕອນ​ສິ້ນ​ສຸດ​ການ​ແຂ່ງຂັນ​ໃນວັນ​ອັງຄານ​ວານ​ນີ້ ປະກົດ​ວ່າ​ອັງກິດສາມາດ​ຄວ້າຫຼຽນຄໍາ​ມາໄດ້
ຫຼາຍ​ເປັນ​ປະວັດ​ການ ຄື​ໄດ້ຫຼາຍກວ່າ 19 ຫຼຽນຄໍາ​ທີ່​ຕົນໄດ້​ສ້າງ​ສະຖິຕິ​ໄວ້ໃນການ​ແຂ່ງຂັນ​ກິ
ລາໂອ​ລິ​ມປີີກ​ປີ 2008 ຜ່ານ​ມາທີ່​ກຸງ​ປັກ​ກິ່ງນັ້ນ.

ທີ່​ສະໜາມກິລາ​ແຂ່ງ​ລົດຖີບ Velodrome ບັນດາ​ແຟນໆ​ພາກັນ​ໂບກ​ທຸງ ຊາດ​ອັງກິດ​ຢ່າງ
ພາກພູມ​ໃຈ ໃຫ້​ແກ່ນັກ​ຖີບ​ລົດຖີບ Chris Hoy ​ແລະ Laura Trott ທີ່​ຊະນະ​ໄດ້ຫຼຽນຄໍາ​ໄປ.
ນາຍ Chris Hoy ຊະນະ​ຫຼຽນ ຄໍາ​ໂອ​ລິ​ມປິກຫົກຫຼຽນ ​ເປັນ​ປະວັດ​ການ​ຂອງ​ອັງກິດ.

ພ້ອມ​ດຽວ​ກັນ ຈີນ​ກໍ​ຄວ້າຫຼຽນຄໍາ​ໄດ້​ອີກ​ສອງຫຼຽນ ​ໃນ​ກິລາ​ປະ​ເພດ​ກາ​ຍະກໍາ Gymnastic.

ນາງ Deng Linlin ​ໄດ້​ຊະນະ​ອັນ​ດັບ​ນຶ່ງ ​ກິລາກາ​ຍະ​ກຳປະ​ເພດ​ຊົງຕົວ ແລະ​ນາຍ Feng
Zhe ຂອງ​ທິມ​ຈີນ ກໍຊະນະຕຳ​ແໜ່​ງ ​ກາ​ຍະ​ກໍາ​ຊາຍ ໄມ້​ຮາວ​ຄູ່. ສ່ວນນາງ Ally Raisman
ຈາກ​ອາ​ເມຣິກາ ຊະນະຫຼຽນ ຄໍາ​ໃນ​ກິລາ​ກາ​ຍະ​ກຳຕີ​ລັງກາຈີມ​ນາສຕິກແລະນາຍ Epke
Zonderland ຈາກ​ເນ​ເທີ​ແລນດ໌ ກໍ​ຄວ້າຫຼຽນຄໍາໃນ​ກິລາ​ກາ​ຍະ​ກຳປະ​ເພດ​ໄມ້​ຮາວ ຫຼື horizontal bar.

ຊາວລອນດອນພາກັນໄປເບິ່ງການແຂ່ງຂັນໂອລິມປິກຫລາຍຂຶ້ນ ຫລັງຈາກ
ບໍ່ສົນໃຈໃນເບື້ອງຕົ້ນ:

ປະເທດທີ່ໄດ້ຫລຽນຫລາຍທີ່ສຸດ ຈາກການແຂ່ງຂັນກິລາໂອລິມປິກ 2012

Loading...

See complete list at olympic.org

XS
SM
MD
LG