ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

Michael Phelps ຈະສ້າງ ປະຫວັດສາດ ໃນດ້ານຈໍານວນ ຫລຽນໂອລິມປິກ (ສະໄລ໌ 2 ອັນ)


Michael Phelps ນັກລອຍນໍ້າທີ່ຊະນະຫຼາຍຫຼຽນຄໍາຂອງສະຫະລັດ ນັບຕັ້ງແຕ່ກິລາໂອລິມປິກ
ປີ 2004
ເປັນຕົ້ນມາເທົ່າເຖິງປັດຈຸບັນ ແລະເປັນຜູ້ນໍາຫລຽນຄໍາມາໃຫ້ສະຫະລັດຫລາຍທີ່ສຸດໃນກິລາໂອລິມປິກລອນດອນ 2012 ນີ້
Michael Phelps ນັກລອຍນໍ້າທີ່ຊະນະຫຼາຍຫຼຽນຄໍາຂອງສະຫະລັດ ນັບຕັ້ງແຕ່ກິລາໂອລິມປິກ ປີ 2004 ເປັນຕົ້ນມາເທົ່າເຖິງປັດຈຸບັນ ແລະເປັນຜູ້ນໍາຫລຽນຄໍາມາໃຫ້ສະຫະລັດຫລາຍທີ່ສຸດໃນກິລາໂອລິມປິກລອນດອນ 2012 ນີ້

Michael Phelps ນັກ​ລອຍ​ນໍ້າຫຼາຍຫຼຽນຄໍາ​ຂອງ​ສະຫະລັດ ໃກ້ຈະກ່າວ​ອໍາ​ລາ ຈາກ​ການ​ແຂ່ງຂັນໂອ​ລິ​ມປິກແລ້ວ ຫຼັງຈາກ​ຈຸດ​ເພັ່ງ​ເລງປ່ຽນຈາກ​ກິລາ​ປະ​ເພດ​ລອຍ​ນໍ້າ ​ໄປ​ເປັນ​ປະ​ເພດ​ແລ່ນ​ແລະ​ລານ​ ໃນວັນ​ສຸກ​ມື້​ນີ້ ທີ່ໂອ​ລິ​ມປິກປີ 2012 ທີ່​ລອນ​ດອນ.

Michael Phelps ພະຍາຍາມ​ຈະ​ຄວ້າຫຼຽນຄໍາຫຼຽນທີ່​ສາມ​ທີ່​ເກ​ມລອນດອນໃນມື້ນີ້ ​ເວລາເຂົ້າ​ແຂ່ງ​ລອຍນໍ້າ​ໄລຍະ 100 ​ແມັດ ​ທ່າ​ແມງກະ​ເບື້ອນັ້ນ. ບັນດາ​ຜູ້​ເຂົ້າ​ແຂ່ງ​ ກໍ​ມີ​ໂຮ​ມທັງ Chad le Clos ຈາກ​ອາ​ຟຣິກາ​ໃຕ້ ທີ່​ເອົາ​ຊະນະ Phelps ​ເວລາ​ແຂ່ງ​ລອຍ​ນໍ້າທ່າ​ແມງກະ​ເບື້ອ ຮອບ​ສຸດ​ທ້າຍ.

ຖ້າ​ຊະນະ​ໃນ​ວັນ​ສຸກ​ມື້​ນີ້ Phelps ກໍ​ຈະ​ຄວ້າຫຼຽນຄໍາມາໄດ້​ເປັນຫຼຽນທີ່​ສາມ​ໃນການ​ແຂ່ງຂັນ​ຢູ່ລອນດອນ ຫລັງຈາກໄດ້​ຮັບ​ໄຊຊະນະຫຼາຍຄັ້ງໃນ​ປີ 2004 ​ແລະ 2008. Phelps ສະ​ແດງ​ຄວາມ​ສາມາດ​ອີກ​ຄັ້ງ​ນຶ່ງໃນ​ການ​ແຂ່ງ​ລອຍ​ນໍ້າດ່ຽວ​ ໄລຍະສອງ​ຮ້ອຍ​ແມັດ ​ເມື່ອ​ວັນ​ພະຫັດ​ວານ​ນີ້ ໂດຍຄ້ວາຫຼຽນຄໍາມາໄດ້ ແລະກາຍ​ເປັນ​ນັກ​ລອຍ​ນໍ້າ​ຄົນທໍາ​ອິດ​ໃນ​ປະວັດ​ສາດ ​ທີ່​ຊະນະ​ກິລາ​ປະ​ເພດ​ດຽວ​ກັນ​ນີ້​ໃນ​ສາມໂອລິມປິກລຽນຕິດ ​ແລະ​ເປັນ​ຜູ້​ທີ່​ໄດ​້ຮັບຫຼຽນຫຼາຍທີ່​ສຸດ​ໃນ​ປະວັດ​ສາດ ຄື​ໄດ້​ຮັບ​ທັງ​ໝົດ 20 ຫຼຽນ.

ເບິ່ງສະໄລດ໌ຮູບກ່ຽວກັບກິລາໂອລິມປິກມື້ທີ 6

ຝ່າຍ​ກິລາ​ແມ່ຍິງ Rebecca Addington ຈາກ​ອັງກິດ ພະຍາຍາມ​ຈະຄວ້າຫຼຽນຄໍາ​ໃຫ້​
ໄດ້​ໃນ​ຖານະ​ເປັນ​ປະ​ເທດ​ເຈົ້າພາບ ​ເວລາ​ນາງ​ປ້ອງ​ກັນ​ຕໍາ​ແໜ່​ງລອຍ​ນໍ້າທ່າ freestyle ​
ໄລຍະ 800 ​ແມັດ ​ໃນ​ຂະນະ​ທີ່ນັກ​ລອຍນໍ້າໄວ​ລຸ່ນຂອງ​ສະຫະລັດ Missy Franklin ຈະ
​ຄວ້າຫຼຽນຄໍາ ຫຼຽນທີ່​ສາມ​ໃນການ​ແຂ່ງ​ລອຍ​ນໍ້າ​ໄລຍະ 200 ​ແມັດ​ທ່າ​ຫງາຍຫຼັງ ຫຼື
backstroke ​ແຂ່ງກັບ Kristy Coventry ຈາກ​ຊິ​ມບາບ​ເວ ທີ່​ຊະນະ​ມາ​ສອງ​ຄັ້ງ​ແ​ລ້ວນັ້ນ.

ສ່ວນ​ກິລາປະ​ເພດ​ແລ່ນ ກໍ​ກໍາລັງ​ດໍາ​ເນີນ​ໄປ​ໃນ​ຂະນະ​ນີ້ ທີ່​ສະໜາມກິລາ​ໂອລິ​ມປິກ ຄື​ການ
​ແລ່ນ​ໄລຍະ 10,000 ​ແມັດ​ຍິງ​ຮອບ​ສຸດ​ທ້າ​ຍ ​ເວລາ ​ແຊມ​ໂລກ Vivian Cheruiyot ຈາກ​
ເຄັນ​ຢາ ຊິງ​ກັບຜູ້​ປ້ອງ​ກັນ​ແຊມ​ໂອ ລິ​ມ​ປິກ Tirunesh Dibaba ຈາກ​ອີ​ທິ​ໂອ​ເປຍ.


ຮູບຈາກການແຂ່ງຂັນກິລາໂອລິມປິກ ຕື່ມອີກ:

ລາຍການຫລຽນຂອງກິລາຕ່າງໆ ທີ່ແຂ່ງຂັຍຢູ່ໃນເກມໂອລິມປິກຮອດວັນທີ 2 ສິງຫາ

Loading...

See complete list at olympic.org

XS
SM
MD
LG