ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທີມບານບ້ວງມືອາຊີບສະຫະລັດ ຫຼິ້ນແຂ່ງກັບ ທີມຂອງຝຣັ່ງ ໃນມື້ນີ້ (ສະໄລດ໌ກັບວີດີໂອ 3 ເລື້ອງ)


ລາຍງານວີດີໂອກ່ຽວກັບທີມ USA ໃນການແຂ່ງຂັນກັບທີມບຣາຊິລກ່ອນໄປໂອລິມປິກ:

ທີ​ມກິລາຊາຍບານ​ບ້ວງ ຫຼື ບາສ​ເກດ​ບອລ ​ມື​ອາຊີບຂອງ​ສະຫະລັດທີ່ໄປ​ຮ່ວມ​ແຂ່ງຂັນໂອ​ລິ​ມ
ປິກ​ ຢູ່ລອນດອນ ຈະ​ໄດ້ຕໍ່ສູ້​ກັບເພື່ອນ​ສະມາຊິກ ສະມາຄົມ​ບານບ້ວງ​ແຫ່ງ​ຊາດສະຫະລັດ​ ຫຼື
NBA ຂອງ​ພວກເຂົາ​ເຈົ້າ ​ເວລາຫຼິ້ນກັບ​ທີ​ມຝຣັ່ງ ​ໃນ​ວັນອາທິດ​ມື້ນີ້.

LeBron James ດາລາບານ​ບ້ວງທີ​ມ Miami Heat ​ແລະ Kobe Bryant ທີ​ມ Los Angeles Lakers ຈະ​ຫຼິ້ນກັບ​ທີ​ມຝຣັ່ງ ທີ່​ປະກອບ​ດ້ວຍນັກຫຼິ້ນເດັ່ນໆຈາກ NBA ​ເຊັ່ນ Tony Parker ​ແລະ Boris Diaw ຈາກທີ​ມ San Antonio Spurs ​ແລະ Nicolas
Batum ຈາກ​ທີ​ມ Trail Blazer ຂອງເມືອງ Portland.

ວັນ​ອາທິດ​ມື້​ນີ້ ​ເປັນ​ມື້​ທີ່​ສອງ​ຂອງ​ການ​ແຂ່ງຂັນ​ເຕັມ​ມື້ ທີ່​ງານ​ແຂ່ງຂັນ​ໂອ ​ລິ​ມປິກ​ປີ 2012.

ຝ່າຍ​ທີ​ມ Gymnastic ​ຍິງ ​ກໍເລິ່ມຕົ້ນການ​ແຂ່ງຂັນຂອງ​ເຂົາ​ເຈົ້າ ​ໃນ​ວັນ​ອາທີີ​ດມື້​ນິ້. ກິລາອື່ນໆ​ທີ່​ຈະ​ແຂ່ງຂັນໃນມື້ນີ້​ເຊ່ນ​ກັນ ກໍ​ມີໂຮມ​ທັງ Badminton ຫລື ຕີ​ດອກ​ປີກ​ໄກ່, Beach Volleyball ບານ​ສົ່ງຫາ​ດຊາຍ, diving ​ໂດດ​ນໍ້າ, fencing ​ຟັນດາບ ປິ່ງ​ປ່ອງ ​ແລະ​ລອຍ​ນໍ້າ.

Ryan Lochte ທີມສະຫະລັດ ໄດ້ຫລຽນຄໍາ ໃນການແຂ່ງລອຍນໍ້າ 400 ແມັດ, ວັນທີ 26 ກໍລະກົດ 2012.
Ryan Lochte ທີມສະຫະລັດ ໄດ້ຫລຽນຄໍາ ໃນການແຂ່ງລອຍນໍ້າ 400 ແມັດ, ວັນທີ 26 ກໍລະກົດ 2012.

Michael Phelps ນັກ​ລອຍ
​ນໍ້າຫຼາຍຫຼຽນຄໍາຂອງ​ສະຫະລັດ ​
ໄດ້​ເຂົ້າຮ່ວມແຂ່ງຂັນ​ລອຍ​ນໍ້າ​ໃນ​
ສະຖານ​ທີ່ ​ທີ່​ບໍ່​ລຶ້ງເຄີຍປານ​ໃດ
ເມື່ອ​ວັນເສົາ​ວານ​ນີ້ແລະ​ກໍ​ແພ້​ໄປ.
Phelps ບໍ່​ສາມາດ​ເອົາ​ຊະນະ
Ryan Lochte ຄູ່​ແຂ່ງ​ທີ່​ເປັນ
​ເພື່ອນຮ່ວມ​ທີ​ມອາ​ເມຣິກັນ ​ໃນ​
ການ​ແຂ່ງລອຍ​ນໍ້າ 400 ແມັດ.
Lochte ​ຄວ້າເອົາຫຼຽນຄໍາ​ໄປ.
ສ່ວນ Phelps ​ບໍ່​ໄດ້ຫລຽນ​ຍ້ອນ​ໄດ້​ອັນ​ດັບ​ສີ່ ຊຶ່ງ​ເປັນ​ເທື່ອ​ທໍາ​ອິດ​ນັບຕັ້ງ​ແຕ່​ກິລາ​ໂອ​ລິ​ມ
ປິກ​ປີ 2000 ​ເປັນ​ຕົ້ນ​ມາ ທີ່ເຂົາ​ບໍ່​ໄດ້​ຮັບ​ແມ່ນ​ແຕ່ຫຼຽນທອງ​ແດງ ​ໃນການ​ແຂ່ງ​ຂັນ​ໂອ​ລິ​ມປິກ​ນັ້ນ.

ສ່ວນນາງ Lia Neal ນັກ​ຮຽນອຸດົມ​ປີ​ສຸດ​ທ້າຍຂອງ​ສະຫະລັດ ກໍນໍາຫຼຽນ​ໂອ​ລິ​ມປິກກັບເມືອ
​ບ້ານ​ເມື່ອ​ວັນ​ເສົາ​ວານ​ນີ້. ນາງ​ແລະ​ເພື່ອນຮ່ວມ​ທີ​ມ​ໄດ້​ຮັບ​ຫລຽນ​ທອງ​ແດງ ​ໃນການ​ແຂ່ງ​ລອຍ
​ນໍ້າປ່ຽນ​ຜຽນກັນ 400 ​ແມັດ ໂດ​ຍ​ເສຍໄຊ​ໃຫ້​ແກ່ ທີ​ມອອສ​ເຕຣ​ເລຍ​ທີ່​ຊະນະຫຼຽນຄໍາ ​ແລະ
​ທີ​ມ Netherland ທີ່ຊະນະຫຼຽນ​ເງິນ​.

ວີດິໂອກ່ຽວກັບມື້ທໍາອິດຂອງງານໂອລິມປິກ:

ປະ​ເພດ​ແຂ່ງລົດຖີບຊາຍ​ໄລຍະ​ທາງ 250 ກິ​ໂລ​ແມັດ ​ແມ່ນ Alexander Vinokourov ຈາກ
ປະ​ເທດ ກາ​ຊັກ​ສະຖານ ​ໄດ້​ຮັບຫຼຽນຄໍາ.

ປະ​ເພດ ຍິງສອນ ຫຼືຍິງ​ທະນູ ທີ​ມສະຫະລັດ​ໄດ້​ສ້າງ​ຄວາມ​ຕົກ​ຕະລຶງ​ໃຫ້ແກ່​ທີ​ມ​ເກົາຫຼີ​ໃຕ້
ໄດ້ຢ່າງ​ໜ້າ​ຊື່ນ​ຊົມ ​ໂດຍ​ໄດ້​ກ້າວ​ໄປ​ສູ່​ການ​ຊິງເອົາຫຼຽນຄໍາ ສູ້ກັບ​ທີ​ມອິຕາ​ລີ ທີ່ຄວ້າ​ເອົາ
ຫຼຽນຄໍາ​ໄປ ໂດຍ​ໄດ້ຄະ​ແນນ​ລື່ນ​ທີ​ມສະຫະລັດ ​ນຶ່ງ​ແຕ້ມໃນ​ຮອບ​ຍິງ​ເທື່ອສຸດ​ທ້າຍ.

ປະ​ເພດ ຢູ​ໂດ ຊາຍ​ ນໍ້າໜັກ​ຕໍ່າ​ກວ່າ 60 ກິ​ໂລ ປາກົດ​ວ່ານາຍ Arsen Galstyan ຈາກຣັດ
​ເຊຍ ຊະນະ​ຢ່າງ​ບໍ່​ຄາດ​ຝັນ ​ນັກກິລາອັນ​ດັບສູງ​ສອງ​ຄົນ​ ​ໂຮມ​ທັງ Rishod Sobirov ຈາກ
​ອຸ​ສ​ເບ​ກີ​ສຖານ ທີ່ເຄີຍ​ຄອງແຊມ​ໂລກມາ​ສອງ​ເທື່ອ​ແລ້ວ​ນັ້ນ​.

ວີດີໂອກ່ຽວກັບທີມບານບ້ວງຍິງຂອງສະຫະລັດ:

ສ່ວນ​ທີ​ມກິລາ​ບານ​ບ້ວງ​ຍິງ​ຂອງ​ສະຫະລັດ​ ທີ່​ໄດ້​ຮັບ​ຄວາມນິຍົມ​ຢ່າງ​ໃຫຍ່ນັ້ນ​ ກໍ​ສືບ​ຕໍ່​ໄດ້​ຮັບ
​ໄຊຊະນະ​ໃນເກ​ມແຂ່ງຂັນໂອ​ລິ​ມປິກ​ ​ເປັນ 34 ​ເກ​ມ ລຽນຕິດ ​ໂດຍ​ໄດ້ຊະນະ​ທີ​ມ Croatia
81 ຕໍ່ 56 ​ເມື່ອ​ວັນ​ເສົາ​ວານ​ນີ້. ທີ​ມບານ​ບ້ວງຍິງ​ສະຫະລັດ ​ໄດ້ຊະນະຫຼຽນຄໍາ​ລຽນ ຕິດຕໍ່
​ກັນ​ສີ່ຄັ້ງມາ​ແລ້ວ.

ການ​ແຂ່ງຂັນໂອ​ລິ​ມປິກ ​ໃນກິລາ 26 ປະ​ເພດ​ ຈະ​ດໍາ​ເນີນ​ໄປ​ຈົນເຖິງ​ ວັນ​ທີ່ 12 ​ສິງຫາເດືອນ​ໜ້າ​ນີ້.

XS
SM
MD
LG