ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທວນໄຟ ໂອລິມປິກ ໄປເຖິງ ນະຄອນ Rio ແລ້ວ ແລະຖືກຕ້ອນຮັບ ໂດຍພວກປະທ້ວງ


ຜູ້ປະທ້ວງຄົນນຶ່ງ ປິດໜ້າ ເດີນຂະບວນປະທ້ວງ ໃນລະຫວ່າງ ການປະທ້ວງຕໍ່ຕ້ານ ຢູ່ໃນເສັ້ນທາງ ຂອງທວນໄຟ ກ່ຽວກັບ ການໃຊ້ຈ່າຍເງິນ ໃນງານແຂ່ງຂັນກິລາ ໂອລິມປິກ ລະດູຮ້ອນ ປີ 2016 ຂອງ Rio, ໃນເມືອງ Niteroi, ຂອງບຣາຊີລ, ວັນອັງຄານ ທີ 2 ສິງຫາ 2016.
ຜູ້ປະທ້ວງຄົນນຶ່ງ ປິດໜ້າ ເດີນຂະບວນປະທ້ວງ ໃນລະຫວ່າງ ການປະທ້ວງຕໍ່ຕ້ານ ຢູ່ໃນເສັ້ນທາງ ຂອງທວນໄຟ ກ່ຽວກັບ ການໃຊ້ຈ່າຍເງິນ ໃນງານແຂ່ງຂັນກິລາ ໂອລິມປິກ ລະດູຮ້ອນ ປີ 2016 ຂອງ Rio, ໃນເມືອງ Niteroi, ຂອງບຣາຊີລ, ວັນອັງຄານ ທີ 2 ສິງຫາ 2016.

ການໄປເຖິງຂອງທວນໄຟ ກິລາໂອລິມປິກ ໃນນະຄອນ Rio de Janeiro ໃນວັນພຸດ ວານນີ້ ໄດ້ຖືກຕ້ອນຮັບໂດຍພວກປະທ້ວງ ທີ່ຄຽດແຄ້ນ ກ່ຽວກັບການຂາດຄວາມກ້າວ ໜ້າ ດ້ານສັງຄົມ ແລະ ເສດຖະກິດ ທ່າມກາງເງົາຂອງງານກິລາຂອງໂລກ ທີ່ມີມູນຄ່າ ຫຼາຍໆຕື້ໂດລາ.

ເຮືອ yacht ໄດ້ຂັບຜ່ານ ທະຫານເຮືອ ໂອລິມປິກຂອງບຣາຊີລ 7 ຄົນ ທີ່ໄດ້ເດີນທາງໜຶ່ງ ຊົ່ວໂມງ ຈາກເມືອງ Niteroi ໄປຫາຖານທັບທະຫານເຮືອ Rio ທີ່ເປັນປະຫວັດສາດ ບ່ອນ ທີ່ພວກທະຫານເຮືອ ຊາວ Torben ແລະ ຊາວ Lars Grael ຈະມອບທວນໄຟ ໃຫ້ແກ່ ເຈົ້າຄອງກຳແພງ Eduardo Paes.

ຕາມເສັ້ນທາງສົ່ງທວນໄຟນັ້ນ ຕຳຫລວດ ໄດ້ຖືກກົດດັນໃຫ້ໃຊ້ ແກັສນ້ຳຕາ ເພື່ອທີ່ຈະ ກະຈາຍພວກປະທ້ວງຕໍ່ຕ້ານ ການແຂ່ງຂັນກິລາທີ່ຈະມີຂຶ້ນ ໂດຍທີ່ພວກປະທ້ວງທັງຫຼາຍ ຄຽດແຄ້ນ ກ່ຽວກັບ ເງິນທີ່ໃຊ້ໃນການຈັດງານມູນຄ່າ 12 ຕື້ໂດລາ ໃນຂະນະທີ່ ບຣາຊີລ ຍັງຄົງຢູ່ໃນພາວະເສດຖະກິດທົດຖອຍຢູ່ເປັນເວລາຫຼາຍທົດສະວັດຜ່ານມາ.

ງານ Rio Olympics ຍັງຄົງປົກຄຸມໄປດ້ວຍເງົາ ການລະບາດຂອງເຊື້ອໄວຣັສ Zika ເລື່ອງລາວທີ່ໜ້າອັບອາຍຂອງການສໍ້ລາດບັງຫຼວງທາງການເມືອງທີ່ໃຫຍ່ໂຕ ແລະ ການຟ້ອງປະທານາທິບໍດີ ທ່ານນາງ Dilma Rousseff. ບັດເຂົ້າຊົມ ງານໂອລິມປິກ ຫຼາຍກວ່າ 1 ລ້ານບັດ ຍັງບໍ່ທັນໄດ້ຈຳໜ່າຍເທື່ອ ເມື່ອຕົກມາເຖິງ ວັນພຸດວານນີ້.

ແຕ່ກໍມີວີ່ແວວແຈ່ມໃສຢູ່ສຳລັບປະເທດເຈົ້າພາບ ຄືທີມເຕະບານແມ່ຍິງບຣາຊີລ ຍາດໄດ້ໄຊຊະນະທີມຈີນ 3 ຕໍ່ສູນໃນການແຂ່ງຂັນຢ່າງເປັນທາງການຮອບທຳອິດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Rio Olympics
please wait
Embed

No media source currently available

0:00 0:00:51 0:00

XS
SM
MD
LG